ເພື່ອກະກຽມການສະເຫຼີມ ສະຫຼອງວັນແມ່ຍິງສາກົນວັນທີ
8 ມີນາ, ຊຶ່ງຈະໝູນວຽນມາ ຮອດ ອີກວາລະໜຶ່ງໃຫ້ມີ ຄວາມໝາຍຄວາມສຳຄັນນັ້ນ. ທ່ານນາງ ບົວຈັນ ສີຫານາດ ຄະນະບໍລິ ຫານງານສູນກາງສະຫະພັນແມ່
ຍິງລາວ ໄດ້ໃຫ້ສຳພາດຕໍ່ນັກຂ່າວລາວພັດທະນາວ່າ: ເພື່ອ ສ້າງຂະບວນການຂ່ຳນັບຮັບ
ຕ້ອນວັນແມ່ຍິງສາກົນໃຫ້ເປັນຂະບວນການຟົດຟື້ນ ແລະ ມີເນື້ອ ໃນ ເລີກເຊິ່ງທັງເປັນການສືກສາອົບຮົມ,
ປຸກລະດົມຂະບວນການແມ່ຍິງຈັດຕັ້ງຜັນຂະຫຍາຍ ມະຕິກອງປະ ຊຸມໃຫຍ່ຄັ້ງທີ IX ຂອງ ພັກ ແລະ ມະຕິກອງປະຊຸມໃຫຍ່
ຜູ້ແທນແມ່ຍິງລາ ວທົ່ວປະເທດ ຄັ້ງທີ VI, ສູນກາງສະຫະພັນແມ່ ຍິງໄດ້ແຈ້ງການແນະນຳເຖິງຄະນະບໍລິຫານງານ ສະຫະພັນແມ່
ຍິງແຂວງ, ນະຄອນຫຼວງວຽງ ຈັນ, ກະຊວງ, ອົງການຕ່າງໆ ໃນຂອບເຂດທົ່ວ ປະເທດເພື່ອ ສ້າງຂະບວນການຂ່ຳນັບຮັບ
ຕ້ອນວັນດັ່ງກ່າວ, ດ້ວຍຫຼາຍຮູບການນັບທັງການເລົ່າມູນເຊື້ອ ການເຄື່ອນໄຫວຂອງ ຂະບວນ ການແມ່ຍິງໂລກ,
ພາກພື້ນ ແລະ ການເຂົ້າຮ່ວມເຄື່ອນໄຫວໃນຂະບວນການດັ່ງກ່າວຂອງສະ ຫະ ພັນແມ່ຍິງລາວ ແລະ ການປຸກລະດົມໃຫ້ແມ່ຍິງລາວບັນດາເຜົ່າ ເຂົ້າຮ່ວມຈັດຕັ້ງປະຕິບັດວຽກ ງານ 3 ສ້າງຕິດພັນກັບຂະ ບວນການແຂ່ງຂັນ
ວັນທີ 8 ມີນາ ແມ່ນວັນເຫດການ-ການເມືອງທີ່ສຳຄັນ,
ເປັນຂີດໝາຍແຫ່ງໄຊຊະນະອັນເປັນພື້ນຖານຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທຳໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ.
No comments:
Post a Comment