Ad

Ad

6 March 2014

ແມ່ຍິງ​ນ້ຳ​ປະປາ​ນະຄອນຫຼວງ​ຈັດປາຖະກະຖາຫວນຄືນວັນທີ 8 ມີນາ ​​ໃນ​ການ​ພັດທະນາ

      ວັນ​ທີ 5 ກຸມພາ​ນີ້, ລັດ​ວິ​ສາ​ຫະກິດ​ນ້ຳ​ປະປາ​ນະຄອນຫຼວງ​, ​ໄດ້​ຈັດ​ປາ​ຖະກະຖາ​ຫວນ​ຄືນ​ປະ​ຫວັດຄວາມ​ເປັນ​ມາ​ຂອງ​ວັນແມ່ ຍິງສາກົນ ທີ 8 ມີນາ ແລະ ສະ ຫຼຸບຜົນຂະບວນການແຂ່ງ ຂັນແມ່ຍິງ 3 ດີ, ການກວດ​ສຸຂະພາບ​ປ້າ​ອາວຸ​ໂສ ​ແລະ ອື່ນໆ. ​ໂດຍ​ການ ເຂົ້າ​ຮ່ວມຂອງທ່ານ ນາງ ວຽງ ພອນ ແກ້ວ​ຄູນ​ສີ ຮອງ​ປະທານ​ສະຫະພັນ​ແມ່ຍິງ​ນະຄອນຫຼວງ. ທັງນີ້ກໍເພື່ອ​ປຸກລະ ດົມສະມາຊິກ​ເອື້ອຍ​ນ້ອງ​ແມ່ຍິງ​ລາວ​ບັນດາ​ເຜົ່າ​ເຂົ້າ​ຮ່ວມ​ການຈັດ​ຕັ້ງປະຕິ ບັດ​ວຽກ​ງານ 3 ສ້າງ​ຕິດ​ພັນ​ກັບ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ ແລະ ພັດທະນາ, ຂະ​ບວນການ​ແຂ່ງຂັນ 3 ດີ​ ຂອງ​ສູນ​ກາງ​ພັກ​ສະຫະພັນ​ແມ່ຍິງ​ລາວ, ສືບຕໍ່​ເສີມ​ຂະຫຍາຍ​ຜົນສຳ​ເລັດ​ທີ່​ຍາດ​ມາ​ໄດ້, ແກ້​ໄຂ​ຈຸດ​ອ່ອນ ແລະ ຂໍ້ຄົງ​ຂ້າງ ພ້ອມ​ກັນ​ບຸກບຶນ​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍມະຕິ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ນະຄອນຫຼວງ​ວຽງ​ຈັນ​ຄັ້ງ​ທີ VI ແລະ ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ V ຂອງ​ສະຫະ ພັນ​ແມ່ຍິງ​ນະຄອນຫຼວງ​ວຽງຈັນ ໃຫ້​ບັນລຸ​ຜົນສຳ​ເລັດຕາມລະດັບ ຄາດ ໝາຍວາງໄວ້.
      ຮອງ​ປະທານ​ສະຫະພັນ​ແມ່ຍິງ​ນະຄອນຫຼວງ​ໃຫ້​ຮູ້​ວ່າ: ບົດບາດ​ຂອງ​ແມ່ຍິງ​ໃນ​ປັດຈຸບັນ ກຳລັງ​ພົ້ນ​ເດັ່ນຂື້ນຢູ່​ຫຼາຍ​ປະ​ເທດ​ໃນ​ໂລກ​ທີ່​ມີ​ການ​ພັດທະ​ນາ​ກໍ​ໄດ້​ມີ​ການ​ຍົກ​ສູງ​ບົດບາດ​ຂອງ​ແມ່ ຍິງ​ຕໍ່​ກັບ​ວຽກ​ງານ​ພັດທະນາ​ເສດຖະກິດ-ສັງຄົມ ແລະ
ສະ ເພາະປະເທດເຮົາ​​ໄດ້​ມີ​ນະໂຍ ບາຍ​​ສົ່ງ​ເສີມ​ຄວາມ​ກ້າວໜ້າ ຂອງແມ່ຍິງ ແລະ ບົດບາດ​ຍິງ- ຊາຍ, ຊຶ່ງ​ໄດ້​ກ​ຳນົດ​ແຈ້ງ​ຢູ່​ໃນ​ລັດຖະທຳ​ມະນູນ ແລະ ກົດໝາຍ​ຕ່າງໆ. ພ້ອມ​ດຽວ​ກັນ​ນັ້ນ ເພື່ອ​ຮັບປະກັນ​ສິດທິ​ໃນ​ການ​ເຂົ້າ​ເຖິງ​ການ​ສື​ກສາ ທີ່​ມີ​ຄຸນ​ນະພາ​ບຢ່າງ​ສະ​ເໝີ​ພາບ​ເທົ່າ​ທຽມ​ກັນ​ຂອງ​ທຸກ​ຄົນ​ໃນ​ສັງຄົມ, ຫຼຸດຜ່ອນ ແລະ ລຶບ​ລ້າງ​ຄວາມຫຼຸດ​ໂຕນ​ໃນ​ການ​ເຂົ້າ​ເຖິງ ​ແລະ ສຳ​ເລັດ​ການ​ສຶກ ສາ​ຂອງ​ກຸ່ມ​ຄົນທີ່​ດ້ອຍ​ໂອກາດ, ໂດຍ​ສະ​ເພາະ​ເດັກ​ຍິງ, ​ແມ່ຍິງ, ຊົນ​ເຜົ່າ, ຄົນ​ພິການ ແລະ ຜູ້​ທີ​່ມີ​ຄວາມ​ຫຍຸ້ງຍາກ​ທາງ​ດ້ານ​ເສດ ຖະກິດ, ດັ່ງ​ນັ້ນ​ລັດຖະບານ​ຈຶ່ງ​ໄດ້​ອອກ​ນະ​ໂຍບາຍ​ແຫ່ງ​ຊາດ​ວ່າ​ດ້ວຍ​ການ​ສຶກສາເພື່ອທຸກຄົນ ແລະ ການ​ສົ່ງ​ເສີມ​ຄວາມ​ກ້າວ ໜ້າ​ແມ່ຍິງ ​ແລະ ​ເດັກ​​ນ້ອຍ. ນອກ ຈາກ​ນີ້ບົດບາດ​ຂອງ​ແມ່ຍິງ​ລາວ​ກໍ​ພົ້ນ​ເດັ່ນ​ໃນ​ເວທີ​ສາກ​ົນຄື: ຄະ ນະຜູ້​ແທນ​ສະຫະພັນ​ແມ່ຍິງ​ລາວ ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລະດັບ​ສາກົນກ່ຽວກັບ​ແມ່ຍິງ ​ແລະ ການ​ພັດທະນາ​​ແບບ​ຍືນ​ຍົງ ທີ່ປັກ​ກິ່ງ ສປ. ຈີນ ເມື່ອທ້າຍປີ 2011 ຜ່ານມາ ແລະ ມີ​ຖະ​ແຫລງການ ກ່ຽວກັບ​ແມ່ຍິງ ​ແລະ ການ​ພັດ ທະນາ​ແບບ​ຢືນ​ຍົງ. ຊຶ່ງ​ລາວໄດ້​ມີ​ຄຳ​ເຫັນ​ໃນ​ຫົວຂໍ້: “ບົດຮຽນ ແລະ ປະສົບ​ການ​ກ່ຽວກັບ​ການ​ສົ່ງ​ເສີມ​ຄວາມ​ກ້າວໜ້າຂອງ​ແມ່ຍິງ​ລາວ ​ເພື່ອ​ກ້າວ​ໄປ​ເຖິງ​ການ​ພັດ ທະນາ​ແບບ​ຍືນ​ຍົງ”. ໃນ​ກອງ​ປະຊຸມ​ດັ່ງກ່າວ ​ໄດ້​ມີ​ການ​ມອບ​ລາງວັນ​ມິດຕະພາບ​ຂອງ​ແມ່ຍິງ 15 ປະ​ເທດ ແລະ ໜຶ່ງ​ໃນ​ນັ້ນມີ​ສະຫະພັນ​ແມ່ຍິງລາວ ​ແລະ ໃຫ້ກຽດຂຶ້ນຮັບ​ລາງວັນ ໂດຍ​ແມ່ນ ທ່າ​ນນາງ ສີ​ໃສ ລື​ເດ​ດມູນ​ສອນປະທານສູນກາງສະຫະພັນ ແມ່ຍິງລາວ ຊຶ່ງເປັນຫົວໜ້າຄະ ນະ​ຜູ້​ແທນລາວເຂົ້າຮ່ວມກອງ ປະຊຸມດັ່ງກ່າວ ແລະ ພ້ອມ ນັ້ນ, ຮອງ​ປະທານ​ສູນ​ກາງ​ສະຫະ ພັນ​ແມ່ຍິງ​ລາວ ​ກໍໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໂລກ ກ່ຽວກັບ​ແມ່ຍິງ ​ແລະ ກິລາ ​ຄັ້ງທີ 5  ເມື່ອປີ 2012 ທີ່ ລອດ​ແອັງ​ເຈີ​ລິດ, ສະຫະລັດ​ອາ​ເມ​ລິ​ກາ ແລະ ເຂົ້າ​ຮ່ວມ​ກອງ​ປະ ຊຸມ​ແມ່ຍິງ​ໂລກການ​ລ້ຽງລູກ​ດ້ວຍນົມ​ແມ່ ຄັ້ງທີ 1 ທີ່​ນິວ​ແດນ​ລີ, ປະ​ເທ​ດອິນ​ເດຍ ເມື່ອເດືອນ ທັນວາ 2012 ຜ່ານມາ. ຊຶ່ງກອງ​ປະຊຸມ​ໄດ້​ຕີ​ລາຄາ​ຜົນ​ໄດ້​ຮັບ ​ໃນ​ການ​ປະຕິ​ບັດ ກິດຈະກຳ​ຜ່ານ​ມາ ແລະ ວາງ​ທິດ​ທາງ​ແຜນການ​ຮ່ວມ​ກັນໃນຕໍ່ໜ້າ. ກອງ​ປະຊຸມ​ຍັງ​ໄດ້​ແລກປ່ຽນທັດ​ສະ​ນະກ່ຽວ ກັບ​ການ​ສົ່ງ​ເສີມ​ຄວາມສະ​ເໝີ ພາບ​ລະ ຫວ່າງຍິງ-ຊາຍ ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ແມ່ຍິງ​ໄດ້​ປະ ກອບສ່ວນ​ເຂົ້າ​ໃນ​ທຸກ​ຂົງ​ເຂດ​ວຽກງານ, ສ້າງ​ຄວາມ​ເຂັ້ມ​ແຂງ​​ໃຫ້​ແມ່ຍິງ​ທີ່​ເຮັດ​ວຽກ​ໃນ​ແຕ່ລະ​ຂະ​ແໜງການສາມາດ​ຕໍ່ລອງ​ກັບ​ບັນດາ​ນາຍ​ຈ້າງ ​ເພື່ອ​ຮຽກຮ້ອງ​ສິດ​ໃນ​ການ​ດູ​ແລ​ສຸຂະ​ພາບ​ຂອງ​ແມ່ຍິງ​ໃນ​ເວລາ​ຖືພາ, ພັກຜ່ອນ ໃນ​ເວລາ​ເກີດ​ລູກ ​ແລະ ​ໄດ້​ສຶບ ຕໍ່ລ້ຽງລູກ​ດ້ວຍ​ນົມ​ແມ່ແຕ່ 6 ເດືອນ ຈົນ​ເຖິງ 2 ປີຄື: ການ​ລາ​ພັກຫຼັງ​ເກີດ​ລູກເຖິງ 6 ເດືອນ ແລະ ການ​ສ້າງ​ສະຖານ​ທີ່ລ້ຽງ​ເດັກໃນ​ບ່ອນ​ເຮັດ​ວຽກໃຫ້ຮັບປະ ກັນດີ.

No comments:

Post a Comment