Ad

Ad

6 March 2014

ມອບລາງວັນການປະກວດແຕ້ມຮູບຂອງເດັກໃນຫົວຂໍ້ “ ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ”



       ບ່າຍວັນທີ 5 ມີນານີ້ກະຊວງ ຖະແຫຼ່ງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ຮ່ວມກັບກະຊວງສຶກສາທິການ ແລະ ກິລາ ແລະ ອົງການພັດທະນາບົດບາດຍິງ ຊາຍ, ໄດ້ຈັດພິທີມອບລາງວັນການປະກວດແຕ້ມຮູບຂອງເດັກຂັ້ນປະຖົມ ແລະ ມັດທະ ຍົມໃນຫົວຂໍ້ “ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ, ຂຶ້ນ ຢູ່ສູນບູໂດ, ນະຄອນຫຼວງວຽງຈັນ, ໂດຍການເຂົ້າ ຮ່ວມຂອງທ່ານ ສະຫວັນຄອນ ຣາຊະ ມຸນຕີ, ລັດຖະມົນຕີຊ່ວຍວ່າການ ກະຊວງຖະແຫຼ່ງຂ່າວວັດທະ ນະທຳ ແລະ ທ່ອງ ທ່ຽວ, ທັງເປັນປະທານຄະນະກຳມະການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກນ້ອຍກະຊວງ ຖວທ, ມີບັນ ດາປະທານຄະນະກຳມະ ການເພື່ອແມ່ ແລະ ເດັກຈາກກະ ຊວງຕ່າງໆ ແລະ ນະຄອນຫຼວງ ວຽງຈັນ, ພ້ອມດວ້ຍຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມເປັນຈຳນວນຫຼາຍ.
      ລັດຖະມົນຕີຊ່ວຍວ່າການກະຊວງຖະແຫຼ່ງຂ່າວວັດທະນະທຳ ແລະ ທ່ອງທ່ຽວມີຄຳເຫັນ ໃນພິທີວ່າ: ການແຂ່ງຂັນເທື່ອ ນີ້ເປັນການປະກອບສ່ວນສະເພາະອັນໜຶ່ງໃນການສ້າງຂະບວນການປຸກລະດົມ ແລະ ປູກຈິດສຳນຶກໃຫ້ສັງຄົມໄດ້ຮັບຮູ້ເຂົ້າ
ໃຈ ແລະ ມີສ່ວນຮ່ວມໃນການ ຢຸດຕິການໃຊ້ຄວາມຮຸງແຮງຕໍ່ ແມ່ຍິງ ແລະ ເດັກນ້ອຍໃນປະເທດເຮົາ, ພ້ອມກັນນີ້ກໍເປັນ ການພັດທະນາຈິນຕະນາການຂອງເດັກໃນການປະກອບສ່ວນເຂົ້າໃນວຽກງານຕ້ານຄວາມຮຸນແຮງຕໍ່ແມ່ຍິງແລະເດັກນ້ອຍ, ນີ້ ເປັນເປົ້າໝາຍທີ່ສຳຄັນຂອງພັກ ແລະ ລັດຖະບານເຮົາໃນການ ຈັດຕັ້ງປະຕິບັດສົມທິສັນຍາສາ ກົນວ່າດ້ວຍການລົບລ້າງທຸກ
ຮູບແບບການຈຳແນກຕໍ່ແມ່ຍິງເພື່ອ ເປັນຂີດໝາຍຂອງການເຜີຍແຜ່ ເປົ້າໝາຍທີ 3 ຂອງສະຫັດສະ ຫວັດເພື່ອການພັດທະນາ ແລະ ເພື່ອໃຫ້ສຳເລັດເປົ້າໝາຍດັ່ງ ກ່າວຈຳເປັນຕ້ອງມີສ່ວນຮ່ວມ ຈາກຫຼາຍພາກສ່ວນ, ດັ່ງນັ້ນຄະນະກຳມະການເພື່ອຄວາມ ກ້າວໜ້າຂອງແມ່ຍິງ ແລະ ເດັກ, ໂດຍ ການຮ່ວມມືຈາກພາກສ່ວນທີ່ ກ່ຽວຂ້ອງໄດ້ຈັດຕັ້ງການແຂ່ງຂັນແຕ້ມຮູບຂອງເດັກຊັ້ນ ປະຖົມ, ມັດທະຍົມຂື້ນຢູ່ 4 ຕົວເມືອງຂອງນະຄອນລວງວຽງຈັນຄື: ເມືອງສີສັດຕະນາກ, ໄຊເສດຖາ, ຈັນທະບູລີ ແລະ ເມືອງສີໂຄດຕະບອງ, ຊຶ່ງຮູບແຕ້ມດັ່ງກ່າວໄດ້ສະແດງເຖິງແນວຄວາມຄິດຂອງເດັກໃນປັດຈຸບັນກ່ຽວກັບຜົນກະທົບໃນການ ໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍທຸກຮູບ ແບບ ແລະ ວິທີສະກັດກັ້ນ, ປ້ອງ ກັນບໍ່ໃຫ້ເກີດຄວາມຮຸນແຮງໃນ ຄອບ ຄົວ, ສັງຄົມ, ບ່ອນເຮັດ ວຽກ ແລະ ບ່ອນອື່ນໆ, ໂອກາດ ນີ້ທ່ານລັດຖະມົນຕີຊ່ວຍຍັງໃຫ້ ກຽດມອບລາງວັນໃຫ້ແກ່ນັກ ຮຽນຜູ້ຊະເລີດໃນການແຂ່ງຂັນ ຄັ້ງນີ້ມີຄື: ຊັ້ນປະຖົມສຶກສາໄດ້ ແກ່ ນາງ ວາດສະໜາ ຫຼວງ ຜາວີ, ຈາກ ໂຮງຮຽນ ມສ ວິທະ ຍາ, ເມືອງສີສັດຕະນາກ, ຊັ້ນມັດ ທະຍົມຕົ້ນ ນາງ ສຸມີຕາ ໄຄ້ຍະ ວົງ, ຈາກໂຮງຮຽນສິນໄຊ, ເມືອງຈັນທະບູລີ ແລະ ຊະນະ ເລີດຊັ້ນມັດທະຍົມປາຍແມ່ນ ທ້າວ ປະລິນຍາ ສໍພາບມີໄຊ, ຈາກໂຮງຮຽນ ມສ ຮຸ່ງເຮືອງ, ເມືອງສີໂຄດຕະບອງ. 

No comments:

Post a Comment