Ad

Ad

6 March 2014

ແມ່ຍິງມີສ່ວນສຳຄັນໃນການປົກປັກຮັກສາ ແລະ ສົ່ງເສີມວັດທະນະທຳອັນດີງາມຂອງຊາດ



        ວັນທີ 4 ມີນາຜ່ານມານີ້, ທ່ານ ນາງ ລຳພອຍ ສີອັກຄະຈັນ ປະທານສະຫະ ພັນແມ່ຍິງນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ ນັກຂ່າວໜັງສືພິມລາວພັດທະນາພວກ ເຮົາວ່າ: ແມ່ຍິງແມ່ນມີບົດບາດສຳຄັນຫຼາຍໃນການປົກປັກຮັກສາ ແລະ ສົ່ງເສີມວັດ ທະນະທຳຂອງຊາດເຊິ່ງມັນແມ່ນຜູ້ສະແດງອອກຂອງຂະນົບທຳນຽມນັບແຕ່ການ ນຸ່ງຖື, ແຕ່ງກາຍລວມໄປເຖິງກິລິຍາມາລະຍາດ ການໄປມາປາກເວົ້າ ແລະ ອື່ນໆ. ດັ່ງນັ້ນ, ເນື່ອງໃນວັນແມ່ຍິງສາກົນທີ່ຈະໝູນວຽນມາເຖິງອີກເທື່ອໜຶ່ງ, ອົງການຈັດ ຕັ້ງສະຫະພັນແມ່ຍິງນະຄອນຫຼວງກໍໄດ້ ເອົາໃຈໃສ່ຊີ້ນຳ-ນຳພາ ແລະ ຖືສຳຄັນວຽກງານສຶກສາອົບຮົບການເມືອງແນວຄິດ ແລະ ປັບ ປຸງແບບແຜນວິທີເຮັດວຽກໃຫ້ເອື້ອຍນ້ອງແມ່ຍິງມີຄວາມຫ້າວຫັນບຸກບືນຕໍ່ໜ້າທີ່ວຽກງານ, ພັດທະນາຕົນເອງ, ມີຄວາມ ສາມັກຄີຊ່ວຍ ເຫຼືອເຊິ່ງກັນ ແລະ ກັນ, ເອົາໃຈໃສ່ຕໍ່ວຽກງານການຈັດຕັ້ງສະຫະພັນແມ່ຍິງ, ມີຄວາມຕັດສິນໃຈ ສູງໃນການ
ຊອກ ຮູ້ຮ່ຳຮຽນຫາຄວາມກ້າວໜ້າດ້ວຍຕົນເອງ ແລະ ສ້າງເສດຖະກິດຄອບຄົວໃຫ້ດີຂຶ້ນເລື່ອຍໆ. ພ້ອມນັ້ນກໍ ໄດ້ເອົາໃຈໃສ່ ປະຕິບັດ ຂໍ້ແຂ່ງຂັນແມ່ຍິງ 3 ດີ,ການຍົກສູງບົດບາດຍິງຊາຍເຊິ່ງໄດ້ເລັ່ງໃສ່ສ້າງຄວາມເຂົ້າໃຈໃຫ້ສັງຄົມກ່ຽວກັບບົດບາດ ຄວາມສະເໝີ ພາບສະຫວ່າງຍິງ-ຊາຍ, ໂດຍການເອົາໃຈໃສ່ສຶກສາອົບຮົມສ້າງສະຕິທາງດ້ານກົດໝາຍໃຫ້ແກ່ແມ່ຍິງ, ປຸກສະ ດົມແມ່ຍິງໃຫ້ ເອົາໃຈໃສ່ເປັນເຈົ້າການໃນການພັດທະນາຕົນເອງຮຽນຮູ້ແລະເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ກົດ ໝາຍຂອງລັດ ແລະ ຍົກລະ ດັບຄວາມຮູ້ທາງດ້ານວັດທະນະທຳໃຫ້ສູງຂຶ້ນໃນທຸກດ້ານ, ໃຫ້ສົມກັບພັກແລະລັດ, ຊິ່ງຍາມ ໃດກໍໄດ້ເອົາໃຈໃສ່ສົ່ງເສີມ ຄວາມກ້າວໜ້າຂອງແມ່ຍິງ, ຖ້າແມ່ຍິງບໍ່ມີຄວາມຮູ້ທາງດ້ານກົດໝາຍກໍ່ຈະເຮັດໃຫ້ແມ່ຍິງມີຄວາມ ເສຍປຽບໃນການເຄື່ອນ ໄຫວຢູ່ໃນສັງຄົມ ແລະ ຖ້າແມ່ຍິງບໍ່ມີຄວາມຮູ້ທາງດ້ານວິຊາສະເພາະກໍຈະບໍ່ສາມາດ ຮັບໃຊ້ໜ້າ ທີ່ການເມືອງທີ່ພັກ ແລະ ລັດມອບໝາຍໃຫ້ບັນລຸຜົນສຳເລັດ.ໄດ້ດັ່ງນັ້ນເພື່ອຢາກຍົກສູງຖານະບົດບາດຂອງແມ່ຍິງໃຫ້ທຽບ ເທົ່າກັບເພດຊາຍນັ້ນ, ແມ່ຍິງຈະຕ້ອງໄດ້ເອົາໃຈໃສ່ພັດທະນາຕົນເອງ, ຊອກຮູ້ຮ່ຳຮຽນ. ຍົກລະດັບຄວາມຮູ້ຄວາມສາມາດຂອງ ຕົນເອງໃຫ້ສູງຂຶ້ນເທື່ອ ລະກ້າວແລຕ້ອງເປັນເຈົ້າການໃນການປຸກລະດົມຂົນຂວາຍ ແລະ ເປັນແບບຢ່າງໃຫ້ແກ່ລູກຫຼານ, ຊາວໜຸ່ມເສີມຂະຫຍາຍມູນ ເຊື້ອວັດທະນະທຳ ແລະ ອະນຸລັກຮັກສາຮີດຄອງປະເພນີອັນດີງານຂອງແມ່ຍິງລາວ ແລະ ເປັນແບບຢ່າງໃນການນຸ່ງຖືໃຫ້ຖືກ ຕາມກາລະເທສະ, ແຕ່ງກາຍສຸພາບປາກເວົ້ານິມນວນອ່ອນຫວານເພື່ອເປັນການໂຄສະນາ ເຜີຍແຜ່ວັດທະນະທຳອັນດີງານຂອງ ຊາດໃຫ້ແຂກຕ່າງດ້າວທ້າວຕ່າງແດນໄດ້ຮັບຮູ້, ໂດຍສະເພາະແມ່ຍິງທີ່ເປັນໄວໜຸ່ມຈະ ຕ້ອງເປັນສື່ໃນການໂຄສະນາວັດທະນະ ທຳອັນດີງານຂອງລາວເຮົາບໍ່ຄວນ ແລ່ນຕາມວັດທະນະທຳທີ່ບໍ່ເປັນຂອງຕົນ, ດັ່ງນັ້ນ ໃນໂອກາດວັນແມ່ຍິງສາກົນນີ້ຈິງຂໍຮຽກ ຮ້ອງມາຍັງເອື້ອຍນ້ອງແມ່ຍິງທຸກຄົນຈະຕ້ອງຊ່ວຍກັນເປັນແບບຢ່າງນຳໜ້າໃນການສົ່ ງເສີມວັດທະນະທຳ  ແລະ ປະເພນີອັນດີ ງາມຂອງຊາດໂດຍສະເພາະແມ່ນການນຸ່ງຖື, ແຕ່ງການສຸພາບ ແລະ ບໍ່ຄວນແລ່ນນຳ ວັດທະນະທຳຂອງຜູ້ອື່ນເຊັ່ນການນຸ່ງຖືບໍ່ ສຸພາບ, ບໍ່ເໝາະສົມ ແລະ ບໍ່ຖືກກັບຮີດຄອງປະເພນີ, ວັດທະນະທຳ ແລະ ເອກະ ລັກຂອງແມ່ຍິງລາວພວກເຮົາສົມກັບຄຳ ທີ່ເພິ່ນເວົ້າວ່າແມ່ຍິງລາວນຸ່ງສິ້ນ, ເກົ້າຜົມໃສ່ແພບ່ຽງອັນນີ້ແມ່ນເອກະລັກ ທີ່ດີ ຂອງແມ່ຍິງລາວ, ທ່ານປະທານສະຫະພັນແມ່ ຍິງນະຄອນຫຼວງຢ້ຳວ່າ: ໃນວັນປະຫວັດສາດສຳຄັນດັ່ງກ່າວກໍແມ່ນ ໂອກາດ ໜິ່ງເພື່ອປຸກລະດົມໃຫ້ເອື້ອຍນ້ອງແມ່ຍິງເຂົ້າ ຮ່ວມ ໃນການຈັດຕັ້ງປະຕິບັດຄຳຂັວນ 6 ສໍຂອງນະຄອນຫຼວງວຽງຈັນ ວ່າອອກ ໂດຍສະເພາະໂດຍລະເພາະກໍແມ່ນ ສ ສະຫງົບ, ສ ສະອາດ, ສ ສີຂຽວ ແລະ ສ ສະເໜ່. ຊຶ່ງເອື້ອຍນ້ອງ ແມ່ຍິງຕ້ອງ ໄດ້ເປັນ ເຈົ້າການໃນການຈັດຕັ້ງປະຕິບັດຊຶ່ງການນຸ່ງຖື ແລະ ການຮັກສາຮີດຄອງປະເພນີວັດທະນະທຳອັນດີງານຂອງແມ່ຍິງ ລາວນີ້ກໍ ເປັນເອກະລັກໜຶ່ງທີ່ດຶງດູດໃຫ້ແຂກຕ່າງປະເທດຮັບຮູ້ແລະເຫັນເຖິງວັດທະນະທຳອັນດີງານຂອງຊາດລາວເຮົາ, ຖ້າຫາກແມ່ຍິງ ໜົດທຸກຄົນຈັດຕັ້ງປະຕິບັດໄດ້ກໍ່ຈະເປັນສະເໜ່ໜຶ່ງ ຂອງນະຄອນຫຼວງວຽງຈັນ, ພ້ອມນັ້ນກໍຈະຕ້ອງໄດ້ເປັນເຈົ້າການໃນ ການຮັກສາອະນະໄມເຮັດໃຫ້ນະຄອນຫຼວງເປັນຕົວເມືອງ ແຫ່ງສຸຂະພາບ, ມີຄວາມສະອາດສວຍງາມປາສະຈາກ ຂີ້ເຫຍື້ອຢູ່ ຕາມຖະໜົນຫົນທາງ ແລະ ສະຖານທີ່ສະທາລະນະຕ່າງໆ ເພື່ອໃຫ້ ສ ສະອາດ ຂອງນະຄອນຫຼວງວຽງຈັນປາ ກົດຜົນເປັນຈິງ.

No comments:

Post a Comment