![]() |
ຊີງແມ່ຄ້າທີ່ໄດ້ມາດຕະຖານ |
ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ນະຄອນຫລວງວຽງຈັນ
ໃຫ້ຮູ້ວ່າ: ພາຍຫລັງໄດ້ລົງກວດກາມາດຕະຖານຊີງ ຊັ່ງນ້ຳໜັກຢູ່ຕະຫລາດມືດທົ່ງຂັນຄຳ,
ຫ້ວຍຫົງ ແລະ ຕະຫລາດໂພນສະຫວ່າງ ໃນລະຫວ່າງວັນທີ 27-28 ພຶດສະພານີ້ ສາ ມາດພົບເຫັນຊີງຊັງສິນຄ້າຂອງຊາວຄ້າຈຳນວນໜຶ່ງບໍ່ໄດ້ມາດຕະຖານ
ໂດຍສ່ວນໃຫຍ່ແມ່ນຂອງແມ່ຄ້າຂາຍປາ, ຊີ້ນ ຈຶ່ງໄດ້ຢຶດເອົາມາໄວ້ເພື່ອໄປທຳລາຍຖິ້ມ,
ພ້ອມທັງສຶກສາອົບຮົມຊາວຄ້າຂາຍທີ່ນຳໃຊ້ຊີງບໍ່ໄດ້ມາດຕະຖານ.
ພະແນກດັ່ງກ່າວ ໃຫ້ຮູ້ວ່າ: ການລົງກວດກາຄັ້ງນີ້
ແມ່ນຍ້ອນມີຫາງສຽງສັງຄົມສ່ອງແສງມາວ່າ: ຢູ່ຕາມທ້ອງຕະຫລາດໃນຕົວເມືອງມີສະພາບສໍ້ໂກງຕາຊີງເຊິ່ງຖືເປັນການກະທຳທີ່ເອົາປຽບລູກຄ້າກໍຄືຜູ້ບໍລິໂພກ
ແລະ ພ້ອມນີ້ໜ່ວຍງານກ່ຽວຂ້ອງໄດ້ນຳເອົາຊີງທີ່ມີມາດຕະຖານໄປປະໄວ້ເປັນຊີງກາງທີ່ຫ້ອງການຈັດສັນຕະຫຼາດແຕ່ລະແຫ່ງ,
ຖ້າຊື້ສິນຄ້າໃດໜຶ່ງທີ່ບໍ່ແນໃສ່ກໍສາ ມາດນຳມາຊັ່ງຄືນທີ່ຊີງກາງນີ້ໄດ້
ແລະ ຫາກພົບມີການສໍ້ໂກງຕາຊີງກໍສາ ມາດແຈ້ງຕໍ່ເຈົ້າໜ້າທີ່ຈັດສັນຕະຫລາດໂດຍທັນທີ
ເພື່ອມີມາດຕະການແກ້ໄຂ.
No comments:
Post a Comment