Ad

Ad

10 June 2014

ມ້າງ​ຂະ​ບວນການ​ຄ້າ​ຢາ​ເສບ​ຕິດພ້ອມ​ຂອງ​ກາງຢາ​ບ້າ 2 ພັນ​ກວ່າ​ເມັດ



     ​ເຈົ້າໜ້າ​ທີ່ ປກສ ​ແຂວງ​ຈຳປາ​ສັກ ​ໃຫ້​ຮູ້​ວ່າ: ​ເມື່ອ​ບໍ່​ດົນ​ມານີ້, ​ໄດ້​ຈັບ​ຂະ​ບວນ ການ​ຄ້າ ຂາຍ​ຢາ​ເສບ​ຕິດ​ໃນ​ປ່າຊ້າ​ແຫ່ງ​ໜຶ່ງ​ຢູ່​ເມືອງ​ມູນ​ລະ​ປະ​ໂມກ ​ໂດຍ​ກັກ​ຕົວ​ຜູ້​ຕ້ອງ​ຫາ​ໄດ້ ຄື​ທ້າວ ນວນ ອາຍຸ 36 ປີ ຢູ່​ບ້ານ​ໜອງ​ຜຳ ​ເມືອງ​ຈຳປາ​ສັກ, ທ້າວ ​ເປີ້ນ ອາຍຸ 18 ປີ, ທ້າວ ​ເຕ້ຍ ອາຍຸ 40 ປີ ຢູ່​ບ້ານ​ເວີນ​ແຄນ ​ເມືອງ​ມູນ​ລະ​ປະ​ໂມກ, ທ້າວ ​ແສງ ອາຍຸ 43 ປີ ຢູ່​ບ້ານ​ຈາ​ນ ​ເມືອງ​ໂຂງ ​ແລະ ທ້າວ ຫງຽນ ວັນ​ແສງ ອາຍຸ 53 ປີ ຢູ່​ບ້ານ​ຫົວ​ແຊ ​ເມືອງ​ບາ​ຈຽງ ແຂວງ​ຈຳປາ​ສັກ ພ້ອມ​ຂອງ​ກາງ​ຢາ​ບ້າ 2.108 ​ເມັດ, ຢາ​ໄອ 1 ຖົງ ​ແລະ ​ໂທລະສັບ​ມື​ຖື 3 ໜ່ວຍ ​ແລະ ຜ່ານ​ການ​ສືບສວນ-ສອບ​ສວນ​ຂອງ​ເຈົ້າໜ້າ​ທີ່ຜູ້​ຕ້ອງ​ຫາ​ທັງ​ໝົດ​ຮັບ​ສາລະພາບ​ວ່າ: ຢາ​ບ້າ​ທັງ​ໝົດ​ໄດ້​ຊື້ມາ​ຈາກ​ຂະ​ບວນການ​ຄ້າ​ຢາ​ເສບ​ຕິດ​ຢູ່ແຂວງ​ຫລວງ​ພະ​ບາງ​ເພື່ອ​ນຳ​ມາ​ຈຳໜ່າຍ​ຢູ່​ແຂວງ​ຈຳປາ​ສັກ, ​ແຕ່​ຖືກ​ເຈົ້າໜ້າ​ທີ່​ຈັບ​ຕົວ​ໄດ້​ກ່ອນ. ນອກຈາກ​ນີ້ ພວກ​ກ່ຽວ​ຍັງ​ບອກ​ອີກ​ວ່າ: ​ໄດ້​ຮ່ວມ​ກັນ​ພົວພັນ​ຊື້-ຂາຍ​ຢາ​ເສບ​ຕິດ​ມາ​ແຕ່​ປີ 2009 ເປັນ ຕົ້ນມາ.

No comments:

Post a Comment