Ad

Ad

30 June 2014

ກະຊວງ​ອຸດ​ສາ​ຫະກຳ ​ແລະ ການ​ຄ້າ ປັບຂື້ນ​ລາຄາ​ນ້ຳມັນ ເປັນຮອບສອງຂອງເດືອນມິຖຸນານີ້



     ຕາມ​ການ​ແຈ້ງ​ການ​ຂອງ​ກະຊວງ​ອຸດ​ສາ​ຫະກຳ ​ແລະ ການ​ຄ້າ ວ່າ​ດ້ວຍ​ການຂຶ້ນ​ລາຄາ​ນ້ຳມັນທັງ​ແອັດ​ຊັງ​ພິ​ເສດ, ​ແອັດ​ຊັງ​ທຳ​ມະ​ດາ ​ແລະ ກາ​ຊວນ ໂດຍ​​ເລີ່​ມປະຕິ ບັດ​ຕັ້ງ​ແຕ່​ວັນ​ທີ 27 ມິຖຸນາ​ເປັນ​ຕົ້ນ​ໄປ.
     ກະຊວງ​ອຸດ​ສາ​ຫະກຳ ​ແລະ ການ​ຄ້າ ​ໄດ້​ອອກ​ແຈ້ງ​ການ​ສະ ບັບ​ເລກທີ 1154/ ອຄ.ຄພນ ລົງ​ວັນທີ 26 ມິຖຸນາ 2014, ​ເຖິງ​ສະມາຄົມ​ນ້ຳມັນ​ເຊື້ອ​ໄຟ ​ແລະ ອາຍ​​ແກ໊ສ ​ເລື່ອງ​ປັບ​ຂຶ້ນ​ລາຄາ​ຂາຍ​ຍ່ອຍ​ນ້ຳມັນ​ແອັດ​ຊັງ ​ແລະ ນ້ຳ ມັນ​ກາ​ຊວນ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ ເນື່ອງ​ຈາກ​ວ່າສະພາບ​ລາ ຄາ​ຊື້-ຂາຍ​ນ້ຳມັນ​ເຊື້ອ​ໄຟ​ຢູ່​ຕະ ຫລາດ​​ໂລກ​ໃນ​ປັດຈຸບັນ​ມີ​ການ​ປ່ຽນ​ແປງ ​ແລະ ​ເພື່ອ​ໃຫ້​ສ່ອດ ຄ່ອງ​ກັບ​ກົນ​ໄກ​ຕະຫລາດ, ​ໂດຍ​​ໄດ້​ເລີ່​ມປະຕິບັດ​ນັບ​ແຕ່​ຕອນ​ເຊົ້າ​ວັນ​ທີ 27 ມິຖຸນາ 2014 ເປັນ​ຕົ້ນ​ໄປ. ການປັບ ລາຄາ​ນ້ຳມັນຄັ້ງ​ນີ້ ນັບ​ເປັນ​ຄັ້ງ​ທີ 2 ຂອງ​ເດືອນ​ມິຖຸ ນາ ຫລັງ​ຈາກ​ມີ​ການ​ປັບ​​ໃນ​ຄັ້ງ​ວັນ​ທີ 10 ມິຖຸນາ​ຜ່ານ​ມາ.

     ການ​ຂື້ນ​ລາຄາ​ນ້ຳມັນ​ໃນ​ຄັ້ງ​ນີ້ ເຮັດ​ໃຫ້​ລາຄາ​ນ້ຳມັນ​ຢູ່ນະ ຄອນຫລວງ​ວຽງ​ຈັນ​ ນ້ຳມັນ​ແອັດ​ຊັງ​ພິ​ເສດ ມີ​ລາຄາ 11.680 ກີບ/ລິດ, ​ແອັດ​ຊັງ​ທຳ​ມະ​ດາ 10.330 ກີບ/ລິດ, ກາ​ຊວນ 9.070 ກີບ/ລິດ;  ​ແຂວງຄຳ​ມ່ວນ ນ້ຳ ມັນ​ແອັດ​ຊັງ​ພິ​ເສດ 11.680 ກີບ/ລິດ, ແອັດ​ຊັງ​ທຳ​ມະ​ດາ 10.380 ກີບ/ລິດ, ກາ​ຊວນ 9.100 ກີບ/ລິດ; ​ແຂວງສະຫວັນ​ນະ​ເຂດ ນ້ຳມັນ​ແອັດ​ຊັງ​ພິ​ເສດ 11.800 ກີບ/ລິດ, ແອັດ​ຊັງ​ທຳ​ມະ​ດາ 10.380 ກີບ/ລິດ, ກາ​ຊວນ 9.100 ກີບ/ລິດ; ​ແຂວງຈຳປາ​ສັກນ້ຳ ມັນ​ແອັດ​ຊັງ​ພິ​ເສດ 11.800 ກີບ/ ລິດ, ແອັດ​ຊັງ​ທຳ​ມະ​ດາ 10.380 ກີບ/ລິດ, ກາ​ຊວນ 9.140 ກີບ/ ລິດ;​ ແຂວງບໍ່​ແກ້ວ ນ້ຳມັນແອັດ​ຊັງ​ທຳ​ມະ​ດາ 10.450 ກີບ/ລິດ, ກາ​ຊວນ 9.180 ກີບ/ລິດ; ແຂວງ ຊຽງ​ຂວາງນ້ຳມັນແອັດ​ຊັງ​ທຳ​ມະ​ດາ 10.590 ກີບ/ລິດ, ກາ​ຊວນ 9.310 ກີບ/ລິດ.

No comments:

Post a Comment