Ad

Ad

12 June 2014

EU ຈະ​ຊ່ວຍ​ເຫລືອລາວພາຍ ໃຕ້ 3 ໂຄງການໃໝ່



     ​ສຳນັກງານ​ຜູ້ຕາງໜ້າ​ສະຫະ ພາບ​ເອີຣົບປະຈຳ​ລາວ ຮ່ວມ​ກັບ ບັນດາ​ຄູ່​ຮ່ວມ​ອົງການ​ຈັດ​ຕັ້ງ​ທາງ​ສັງຄົມ, ​ໄດ້ເປີດ​ໂຕສາມ​​ໂຄງການ​ໃໝ່ທາງ​ດ້ານ​ການ​ປ່ຽນ​ແປງ​ດິນ​​ຟ້າ​ອາກາດ, ຂຶ້ນ ໃນ​ວັນ​ທີ 11 ມິຖຸນາ​ນີ້, ຢູ່​ໂຮງ​ແຮມ​ແລນ​ມາກ ລີ​ເວີ​ໄຊ, ​ໂດຍ​ການ ເຂົ້າຮ່ວມຂອງ​ທ່ານ ມີ​ແຊນ ໂກ​ແຟງ ອຸປະ​ທູດ​ສຳນັກງານ​ຜູ້ຕາງໜ້າ​ສະຫະພາບ​ເອີ ຣົບປະຈຳ​ລາວ, ທ່ານ ສົມພັນ ຈັນເພັງໄຊ ຫົວໜ້າກົມແຜນການກະຊວງກະສິ ກຳ ແລະ ປ່າໄມ້ ​ພ້ອມ​ດ້ວຍ​ບັນດາຜູ້ຕາງໜ້າ​ຈາກ​ພາກ​ລັດ ແລະ ​ເອກະ​ຊົນ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫລາຍ.
     ສາມ​​ໂຄງການ​ໃໝ່​ນີ້ຈະ​ຖືກ​ຈັດ​ຕັ້ງ​ປະຕິບັດ​ໂດຍ​ອົງການ​ແຄ​ເດັນ​ມາກ (Care Denmark), ອົງ ການ​ຊີຣາດ (CI RAD) ແລະ ອົງ ການ​ໄອ​ຢູຊີ​ເອັນ (IUCN), ສຳ ລັບຢູ່ສາມ​ແຂວງ​ພາກ​ເໜືອ​​ຄື: ຜົ້ງ​ສາລີ, ຫົວພັ​ນ ແລະ ​​ແຂວງ​ຫລວງ​ພະ​ບາງ. ໂດຍມີ ເປົ້າ​ໝາຍ ແນໃສ່​ເພີ່ມ​ຂີດ​ຄວາມ​ສາມາດ​ໃນການ​ປັບ​ໂຕ​ຂອງ​ຊຸມ​ຊົນ​ບັນ ດາ​ເຜົ່າທີ່ອາ​ໃສ​ຢູ່​ເຂດ​ຫ່າ​ງ​ໄກ​ສອກ
ຫລີກ, ​ໂດຍ​ການ​ຊ່ວຍ​​ເຫລືອ​ຂອງ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ແລະ ການ​ນຳ​ໃຊ້​ຮູບ​ແບບ​ການ​ປັບ​​ໂຕ​ແບບ​ຍືນ​ຍົງ, ສະໜັບສະ ໜູນ​ການ​ຂະຫຍາຍ​ລະ ບົບ​ກະສິກຳ​ທີ່​ເປັນ​ມິດ​ຕໍ່​ສິ່ງ​ແວດ​ລ້ອມ ແລະ ​ແທດ​ເໝາະ​ກັບ​ສະພາບ​ດິນ​ຟ້າ​ອາກາດ. ການ​ລິເລີ່ມນຳ​ໃຊ້​ຮູບ​ແບບ​ການ​ກະ​ເສດ​ທີ່​ແທດ​ເໝາະ​ກັບ​ສະພາບ​ດິນ​ຟ້າ​ອາກາດ​ຈະ​ຊ່ວຍ​ທົດ​ແທນ​ການ​ເຮັດ​​ໄຮ່​ແບບເລື່ອນລອຍຂອງເຂົາເຈົ້າ ລົງອີກດ້ວຍ. ນອກ​ຈາກ​ນີ້,​ ຍັງຈະຍົກ​ສູງການຊ່ວຍ​ເຫລືອ​ບັນດາ​ອົງການ​ຈັດ​ຕັ້ງ​ທີ່​ເຮັດ​ໜ້າ​ທີ່​ຄຸ້ມ​ຄອງດ້ານ​ນະ​ໂຍບາຍ ​ແລະ ນິຕິ​ກຳ ​ເພື່ອ​ຈັດການ​ກັບ​ການ​ປ່ຽນ​ແປ​ງດິນ​ຟ້າ​ກາດ​ໃນ​ລາວ. ໃນ​ນີ້ ແມ່ນ​ຈະ​ກວມ​ເອົາ​ການ​ສະໜອງ​ແນວ​ພັນ​ເຂົ້າ​ທີ່ຫລາກ​ຫລາຍ, ສົ່ງ​ເສີມ​ການ​ປູກ​ພຶດ ກະສິກຳ​ທີ່​ເປັນ​ທ່າ​ແຮງ, ການ​ນຳ​ໃຊ້​ຢາຂ້າ​ສັດ​ຕູ​ພຶດທີ່​ປອດ​ໄພ ​ແລະ ຫລຸດຜ່ອນ​ການ​ ໄຖ​ດິນ. ນອກ​ນີ້ ຍັງ​ຈະ​ມີ​ການ​ສ້າງ​ແຜນ​ໂຄສະ​ນາ​, ສຶກສາອົບຮົມ​ໃຫ້​ປະຊາຊົນ​ມີ​ສ່ວນ​ຮ່ວມໃນ​ການຂະຫຍາຍ ພື້ນ​ທີ່​ກະສິກຳ​ໃຫ້​ມີ​ລັກສະນະ​ເປັນ​ມິດ​ຕໍ່​ສິ່ງ​ແວດ​ລ້ອມ.
     ທ່ານ ມີ​ແຊນ ໂກ​ແຟງ ໄດ້ກ່າວ​ໃນ​ພິທີ​​ວ່າ: ​ໂຄງການ​ໃໝ່​ເຫລົ່າ​ນີ້​ໄດ້​ສະ​ແດງ​ອອກ​ເຖິງ​ຄວາມ​ຕັ້ງ​ໃຈ​ອັນໜຽວ​ແໜ້ນໃນ​ການຕໍ່​ສູ້ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​ຂອງ​ອີ​ຢູ, ຜົນ​ກະທົບ​ດ້ານ​ລົບ​ຈາກ​ການ​ປ່ຽນແປງ​ດິນ​ຟ້າ​ອາກາດ​ຕໍ່​ກັບ​ຊຸມ​ຊົນ​ທ້ອງ​ຖິ່ນ​ແມ່ນ​ບໍ່​ໄດ້​ຈຳກັດ​​ເຂດ​ແດນ​ລະ ຫວ່າງ​ບັນດາ​ປະ​ເທດ​ຕ່າງໆ, ມັນ​ເປັນ​ສິ່ງ​ທ້າ​ທ້າຍ​ລວມຂອງ​ປະຊາ​ຄົມ​​ໂລກ ທີ່​ຈະ​ຕ້ອງ​​ໄດ້​ຮັບ​ການ​ແກ້​ໄຂ​ຮ່ວມ​ກັນ​ໃນ​ແຕ່ລະ​ປະ​ເທດ ​ໂດຍ​ຜ່ານ​ມາດ​ຕະການ​ທີ່​ເປັນ​ຮູບ​ປະ​ທຳ ​ແລະ ​ແນວ​ຄິດ​ລິ​ເລີ່​ມຄື​ກັບ​ສາມ​ໂຄງການ​ໃໝ່​ທີ່​ຈະ​ຈັດ​ຕັ້ງ​ປະຕິບັດ​ໂດຍ​ອົງການ​ຈັດ​ຕັ້ງ​ທາງ​ສັງຄົມ​ທີ່​ເປັນ​ຄູ່​ຮ່ວມ​ຂອງ​ພວກ​ເຮົາ​ພາຍ​ໃຕ້​ກອບ​ແຜນ​ງານ​ດ້ານ​ການ​ປ່ຽນ​ແປງ​ດິນ​ຟ​້າອາ​ກາດ​ທີ່​ໄດ້​ຮັບ​ທຶນ​ຈາກ​ອີ​ຢູ.
    ທ່ານມີແຊນ ໂກແຟງກ່າວວ່າ: ທຶນຂອງ​ໂຄງການ​ດັ່ງກ່າວ​ແມ່ນ​ສະໜອງ​ຜ່ານ​ກອບ​ແຜນ​ງານ​ພັນທະ​ມິດ​ຕ້ານ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​ສາກົນ​ຂອງ​ສະຫະພາບ​ເອີຣົບ (GCCA), ​​ມີ​ມູນ​ຄ່າ​ຫລາຍ​ກ່ວາ 6 ລ້ານ​ເອີ​ໂຣ, ເຊິ່ງ​ໄດ້ເລີ່​ມຈັດ​ຕັ້ງ​ປະຕິບັດ​ມາ​ແຕ່​ປີ 2007 ເພື່ອຍົກ​ສູງ​ການ​ປຶກ ສາ​ຫາລື ແລະ ການ​ຮ່ວມ​ມື​ລະດັບ​ຊາດ ​ແລະ ສາກົນ ກ່ຽວ​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ ກາດລະຫວ່າງ​ສະຫະພາບ​ເອີຣົບ ແລະ ບັນດາ​ປະ​ເທດ​ກຳລັງ​ພັດທະນາທີ່​ອາດ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ປ່ຽນ​ແປງດິນຟ້າ​ອາ ກາດ​ຫລາຍ​ທີ່​ສຸດ, ​ໂດຍ​ການ​ຮ່ວມ​ມື​ກັບ​ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ, ກະຊວງ​ກະສິກຳ​ປ່າ​ໄມ້ ແລະ ອົງການ​ຈັດ​ຕັ້ງ​ພາກ​ລັດ​ອື່ນໆ.

No comments:

Post a Comment