ໃນຄຳສັ່ງແນະນຳຂອງລັດຖະມົນຕີວ່າການກະຊວງກະ
ສິກຳ ແລະ ປ່າໄມ້ກ່ຽວກັບການສ້າງຂະບວນການອະນຸລັກ, ປົກປັກຮັກສາ ແລະ ພັດທະນາສັດນ້ຳ-ສັດປ່າ,
ໃນໂອກາດວັນປ່ອຍປາ ແລະ ອະນຸລັກສັດນ້ຳ-ສັດປ່າແຫ່ງຊາດ ວັນທີ 13 ກໍລະກົດທີ່ຈະມາເຖິງນີ້
ທ່ານລັດຖະມົນຕີໄດ້ເນັ້ນໃຫ້ຂະແໜງການກ່ຽວ ຂ້ອງເອົາໃຈໃສ່ນຳເອົາແນວພັນ ປາພື້ນເມືອງຂອງລາວປ່ອຍລົງສູ່ວັງນ້ຳທຳມະຊາດເປັນຕົ້ນຕໍ,
ເນື່ອງຈາກວ່າປັດຈຸບັນປາພື້ນເມືອງ ແລະ ສັດນ້ຳທຳມະຊາດອື່ນໆ ເຫັນວ່າມີຈຳ ນວນຫລຸດລົງໃນແຕ່ລະປີ,
ຊຶ່ງປາບາງປະເພດໃກ້ຈະສູນພັນ ແລະ ກາຍເປັນສັດນ້ຳທີ່ຫາຍາກເພື່ອຊີວິດ ການເປັນຢູ່ຂອງປະຊາຊົນທ້ອງຖິ່ນຕ່າງໃນທົ່ວປະເທດ.
ຄຳສັ່ງດັ່ງກ່າວໄດ້ລະບຸໄວ້ວ່າ: ການຈັດຕັ້ງພິທີປ່ອຍປາ
ໃນວັນສຳຄັນນີ້ໃຫ້ອີງໃສ່ເງື່ອນໄຂຕົວຈິງຂອງແຕ່ລະທ້ອງຖິ່ນ, ແລະ ບົນຈິດໃຈປຸກລະດົມເປັນຕົ້ນຕໍ,
ບົນພື້ນຖານປະຢັດມັດທະ ຍັດ ແລະ ຕ້ານການຟຸມເຟືອຍ. ບ່ອນໃດມີເງື່ອນໄຂ ກໍໃຫ້ລົງມືແຕ່ດຽວນີ້ເປັນຕົ້ນໄປ,
ໂດຍບໍ່ໃຫ້ລໍຖ້າວັນປ່ອຍປາແຫ່ງຊາດ ພຽງຢ່າງດຽວ ແລະ ໃຫ້ພ້ອມກັນສືບ ຕໍ່ຈັດຕັ້ງປະຕິບັດ
ຮອດເດືອນກັນ
ຍາ 2014. ໃນນີ້, ໃຫ້ເລ່ັງໃສ່ແນວພັນປາພື້ນເມືອງເປັນຕົ້ນຕໍ, ສ່ວນແນວພັນປາຕ່າງປະເທດແມ່ນໃຫ້ປ່ອຍສະເພາະຢູ່ໜອງບໍລິເວນໃດໜຶ່ງ
ເພື່ອຫລີກລ້ຽງການລົບກວນ ຫລື ດັບສູນຊະນິດປາພື້ນເມືອງລາວເຮົາຄືດັ່ງຫລາຍທ້ອງຖິ່ນໄດ້ປະສົບຜ່ານມາ.
ທ່ານລັດ ຖະມົນຕີຍັງໄດ້ເນັ້ນໃຫ້ພະແນກ ກະສິກຳ ແລະ ປ່າໄມ້ແຂວງ, ນະ ຄອນຫລວງ
ແລະ ຫ້ອງການກະ ສິກຳເມືອງ ໃນຂອບເຂດທົ່ວປະເທດ ເປັນເຈົ້າການປະສານສົມທົບກັບອຳນາດການປົກຄອງຂັ້ນຂອງຕົນ,
ເປີດບັ້ນເຜີຍແຜ່ຄຳສັ່ງສະບັບນີ້ໃຫ້ແກ່ສັງຄົມ ແລະ ຜູ້ປະກອບການໄດ້ຮັບຮູ້ຢ່າງເລິກເຊິ່ງ
ເພື່ອພ້ອມກັນປະກອບສ່ວນ ເຂົ້າໃນຂະບວນການປ່ອຍປາ ແລະ ອະນຸລັກສັດນ້ຳ-ສັດປ່າໃຫ້ມີປະສິດທິຜົນກວ່າເກົ່າ.
No comments:
Post a Comment