Ad

Ad

14 July 2014

ເນື້ອທີ່ປ່າໄມ້ຫລຸດລົງຢ່າງຕໍ່ເນື່ອງ



     ກະຊວງຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມໃຫ້ ຮູ້ວ່າ: ໃນຊຸມປີ 1960 ເນື້ອທີ່ປົກ ຫຸ້ມປ່າໄມ້ກວມປະມານ 71,6% (17 ລ້ານກວ່າເຮັກຕ້າ) ຂອງເນື້ອ ທີ່ທົ່ວປະເທດ ແລະ ຜ່ານຈາກ ການສຳຫລວດຄວາມປົກຫຸ້ມ ຂອງປ່າໄມ້ໄດ້ດຳ ເນີນມາແຕ່ລະປີຄື: ປີ 1982, 1992, 2002 ແລະ 2010 ດ້ວຍພາບຖ່າຍດາວທຽມ ໄດ້ຊີ້ໃຫ້ເຫັນວ່າ: ໃນປີ 1982 ການ ປົກຫຸ້ມຂອງປ່າໄມ້ປະມານ 49% (11,5 ລ້ານເຮັກຕາ), ປີ 1990 ປະມານ 47%, ປີ 2002 ມີປະມານ 41,5% ແລະ ປີ 2010 ຍັງເຫລືອປະມານ 40,34% ຕົວ ເລກນີ້ຢັ້ງຢືນໃຫ້ເຫັນວ່າ: ສະ ພາບປ່າໄມ້ໄດ້ຫລຸດລົງຕໍ່ເນື່ອງ ໃນແຕ່ລະໄລຍະ, ອັນມີຜົນສະທ້ອນມາຈາກການນຳໃຊ້ໄມ້ ແລະ ຊັບພະຍາກອນທຳມະຊາດ ແບບບໍ່ເໝາະສົມ ແລະ ບໍ່ເກີດ ປະໂຫຍດສູງສຸດ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະ ການເພີ່ມຂຶ້ນຂອງປະຊາກອນ, ປະຊາຊົນສ່ວນຫລາຍຍັງອາໄສ ແລະ ທຳມາ ຫາກິນອີງໃສ່ຊັບພະຍາກອນທຳມະຊາດເປັນຕົ້ນຕໍ ໂດຍສະເພາະແມ່ນການຖາງປ່າ ແລະ ເຮັດໄຮ່ເຄື່ອນທີ່, ການຂຸດຄົ້ນໄມ້ ແບບຊະຊາຍລວມເຖິງ ການນຳໃຊ້ທີ່ດິນປ່າໄມ້ໄປສູ່ເປົ້າໝາຍອື່ນ.

     ກະຊວງດັ່ງກ່າວໃຫ້ຮູ້ວ່າ: ປັດຈຸບັນ,ໄດ້ມີການກຳນົດປະ ເພດປ່າຄື: ປ່າປ້ອງກັນມີປະ ມານ 49 ແຫ່ງ  ກວມເນື້ອທີ່ປະ ມານ 7,4 ລ້ານເຮັກຕາ, ປ່າສະ ຫງວນ 24 ແຫ່ງ ກວມເນື້ອທີ່ປະ ມານ 4,7 ລ້ານເຮັກຕາ ແລະ ປ່າຜະລິດ ມີ 51 ເຂດ ກວມ ເນື້ອທີ່ປະມານ 3,1 ລ້ານເຮັກຕາ ແລະ ແຕ່ປັດຈຸບັນນີ້, ສະພາບປ່າໄມ້ ດັ່ງກ່າວຍັງສືບຕໍ່ຖືກທຳລາຍຢ່າງໜັກໜວ່ງເປັນ ຕົ້ນ: ມີການລັກລອບຕັດໄມ້ຫວງຫ້າມເປັນ ຈຳນວນຫລາຍໃນຂອບເຂດທົ່ວປະເທດເຊັ່ນ: ໄມ້ຂະຍຸງ, ປະດົງ, ໄມ້ດູ່, ແຕ້ຂ່າ ແລະ ອື່ນໆເພື່ອສົ່ງອອກໄມ້ທ່ອນ, ນອກຈາກນີ້, ມີ ຫລາຍໂຄງການພັດທະນາເປັນຕົ້ນການກໍ່ສ້າງເສັ້ນທາງ, ເຂື່ອນໄຟຟ້າ, ປູກພືດ ອຸດສະຫະກຳ, ແຮ່ທາດໄດ້ກວມເອົາເນື້ອທີ່ຂອງປ່າໄມ້ຍັງມີຢູ່.

No comments:

Post a Comment