Ad

Ad

14 July 2014

ປກສ ແຂວງອຸດົມໄຊຈັບຂະບວນການຄ້າຢາເສບຕິດຂ້າມຊາດລາຍໃຫຍ່



     ປກສ ແຂວງອຸດົມໄຊ ລາຍ ງານວ່າ: ໃນຕົ້ນເດືອນກໍລະກົດນີ້, ກຳລັງເຈົ້າໜ້າທີ່ ຂອງຕົນສາມາດຈັບກຸມຂະບວນການ ຄ້າຢາເສບຕິດຂ້າມຊາດລາຍໃຫຍ່ ຊຶ່ງມີຜູ້ ຕ້ອງຫາຄື: ທ້າວ ກ້ອງ ກຽດ ທະນາວຸດທິໄຊອາຍຸ 33 ປີ, ທ້າວ ຈີ ວັດທະນາສອນ ພັນ ອາຍຸ 31 ປີ ທັງສອງຖືສັນຊາດໄທ, ຢູ່ ແຂວງຊຽງລາຍ (ປະເທດໄທ), ທ້າວ ສົມບູນ ແກ້ວມະນີວົງ ອາຍຸ 29 ປີ ແລະ ທ້າວ ເສິກ ສຸກກະພົນ ອາຍຸ 21 ປີ ຢູ່ບ້ານ ຫ້ວຍຊາຍໃຕ້, ເມືອງຫວ້ຍຊາດແຂວງບບໍ່ແກ້ວ,ພ້ອມຍຶດຂອງກາງເຮໂຣອິນ 4 ແທ່ງໜັກ 1,5 ກິໂລ. ໃນຂະນະ ພວກເຂົາໄດ້ ຂັບຂີ່ລົດກະບະອີຊູຊຸດີແມ໋ກສີດຳປ້າຍທະບຽນ ຂຍ 4627 ຊຽງໃໝ່ (ປ້າຍທະບຽນໄທ) ແຕ່ແຂວງບໍ່ແກ້ວເພື່ອ ເຂົ້າມາເທດ ສະບານແຂວງອຸດົມໄຊ ພໍມາຮອດຈຸດກວດກາຢູ່ເສັ້ນ ທາງເມືອງນາໝໍ້ ຈຶ່ງຖືກເຈົ້າໜ້າທີ່ກວດ ແລະ ພົບ ຈຶ່ງໄດ້ ຈັບຕົວ ແລະ ຍຶດຢາເສບຕິດດັ່ງກ່າວ ໄວ້ເປັນຫລັກຖານເພື່ອດຳເນີນ ຄະດີຕາມລະ ບຽບກົດ.

    ຂ່າວໃຫ້ຮູ້ຕື່ມວ່າ: ເມື່ອທ້າຍ ເດືອນມິຖຸນາ 2014 ເຈົ້າໜ້າທີ່ ປກສ ແຂວງສະຫວັນນະເຂດ, ໄດ້ຈັບຕົວຜູ້ຄ້າຂາຍຢາເສບ ຕິດຢູ່ເສັ້ນທາງເຂດບ້ານໜອງສະພັງ ເມືອງໄຊບູລີແຂວງສະຫວັນນະ ເຂດຊຶ່ງຜູ້ຕ້ອງຫາທ້າວ ເປມ ອາຍຸ 47 ປີ ຢູ່ບ້ານດົງບູນ, ເມືອງໜອງບົກ, ແຂວງຄຳມ່ວນ ພ້ອມຂອງກາງຢາບ້າ 16 ພັນເມັດ ທີ່ຊຸກເຊື່ອງໄວ້ຢູ່ໃນເບາະລົດໃຫຍ່ຂອງຜູ້ກ່ຽວທີ່ຊື້ມາ ຈາກຂະບວນການຄ້າຢາເສບຕິດຢູ່ແຂວງສະຫວັນນະເຂດ ເພື່ອຈະນຳໄປຂາຍໃຫ້ລູກຄ້າຢູ່ແຂວງຄຳມ່ວນ.

No comments:

Post a Comment