Ad

Ad

14 July 2014

ກະສິກອນປູກມັນຕົ້ນຮຽກຮ້ອງໃຫ້ລັດຊ່ວຍແກ້ໄຂບັນຫາໜີ້



   ກະສິກອນປູກມັນຕົ້ນໃນຫລາຍທ້ອງຖິ່ນຕ້ອງການໃຫ້ລັດຖະບານຍື່ນມືເຂົ້າມາ ຊ່ວຍແກ້ໄຂບັນຫາໜີ້ສີນຂອງພວກເຂົາທີ່ຍັງບໍ່ມີຄວາມສາມາດຫາເງິນມາ ຊຳລະ ຄືນໃຫ້ກັບທະນາຄານ, ພາຍຫລັງບໍລິສັດຜະລິດແປ້ງມັນຕົ້ນແຫ່ງໜຶ່ງໃນເຂດບ້ານນາ ຊອນ (ຫລັກ 46) ເມືອງປາກງື່ມ, ນະຄອນຫລວງວຽງຈັນບໍ່ຈ່າຍເງິນໃຫ້ພວກເຂົາ ມາຫລາຍແລ້ວເຊິ່ງ ລວມມູນຄ່າຫລາຍ ສີບຕື້ກີບອັນໄດ້ສ້າງຄວາມເດືອດຮ້ອນບໍ່ ໜ້ອຍຕໍ່ກັບສະພາບການຜະລິດ ແລະ ຊີວິດການເປັນຢູ່ດ້ວຍ ຄວາມລຳບາກຝືດ ເຄືອງ ແລະ ບັນຫານີ້, ກໍໄດ້ຖືກຢິບຍົກຂຶ້ນມາສະເໜີຢູ່ໃນກອງປະຊຸມສະພາທີ່ ພວມດຳເນີນຢູ່ນີ້ວ່າລັດຖະ ບານກໍຄືທະ ນາຄານແຫ່ງ ສປປ ລາວ ຈະມີວີທີທາງ ແລະ ນະໂຍບາຍແນວໃດເພື່ອຊ່ວຍແກ້ບັນ ຫາດັ່ງກ່າວ ໂດຍສະເພາະກໍແມ່ນການຊ່ວຍເຫລືອປະຊາຊົນກໍຄືກະສິກອນທີ່ອັບປະໂຫຍດຈາກການຖືກນັກລົງທຶນ ຕົວະຕົ້ມ ແບບນີ້. ຊຶ່ງກະສິກອນສ່ວນໃຫຍ່ ລ້ວນ ແຕ່ໄດ້ກູ້ຢືມເງິນນຳທະນາຄານ ຂອງລັດເປັນຕົ້ນ: ທະນາຄານ ນະໂຍບາຍ ແລະ ທະນາຄານສົ່ງເສີມກະສິກຳມາລົງທຶນ ໃສ່ການຜະລິດ.

     ທ່ານຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ສົມພາວ ໄຟສິດ ໄດ້ກ່າວຕໍ່ບັນຫານີ້ວ່າ: ບໍລິສັດດັ່ງກ່າວບໍ່ພຽງແຕ່ມີໜີ້ກັບ ກະສິກອນເທົ່ານັ້ນ, ແມ່ນຍັງມີໜີ້ ກັບທະນາຄານເປັນຈຳນວນ ຫລາຍເຊັ່ນກັນ  ເຊິ່ງໄລຍະຜ່ານມາກໍມີພາກລັດກ່ຽວຂ້ອງ ໄດ້ລົງໄປຫາບໍລິສັດຫລາຍຄັ້ງເພື່ອຊຸກຍູ້ໃຫ້ເຈົ້າຂອງບໍລິສັດຮີບຮ້ອນຊອກຫາເງິນມາຊຳລະໜີ້ໃຫ້ແກ່ ຊາວກະສິກອນ ແລະ ທະນາຄານແຕ່ບໍລິສັດດັ່ງກ່າວກໍຍັງບໍ່ທັນມີຄວາມສາມາດແກ້ໄຂໄດ້, ແຕ່ແນວໃດກໍຕາມ, ໃນເບື້ອງການຊ່ວຍເຫລືອກະສິ ກອນທີ່ເປັນໜີ້ທະນາຄານຂອງລັດນີ້, ແມ່ນຈະໄດ້ນຳໃຊ້ວິທີການຊ່ວຍ ເຫລືອຄືກັນກັບກະສິກອນທີ່ໄດ້ຮັບຜົນກະທົບຈາກ ໄພທຳມະຊາດດ້ວຍຮູບການຫລຸດອັດຕາດອກເບ້ຍ ຫລື ເລື້ອນເວລາການ ຊຳລະໜີ້ອອກໄປເຫລົ່ານີ້ເປັນຕົ້ນ.

No comments:

Post a Comment