Ad

Ad

14 July 2014

ປຶກສາ​ຫາລື​ການ​ເຊື່ອມ​ສານ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ເຂົ້າ​ກັບ​ໂພ​ຊະນາ​ການ



     ກອງ​ປະຊຸມປຶກສາ​ຫາ​ລືການ​ເຊື່ອມ​ສານ​ວຽກ​ງານ​ປັບປຸງຊີ ວິດ​ການ​​ເປັນ​ຢູ່​ເຂົ້າ​ກັບ​ການ​ຄ້ຳ ປະກັນ​ດ້ານ​ໂພຊະ​ນາ​ການ​​ເພື່ອ​ພັດທະນາ​ວຽກ​ງານ​ດັ່ງກ່າວ​ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 10 ກໍລະກົດນີ້,​ ທີ່​ໂຮ​ແຮມເມີ​ກຽວ ນະຄອນຫລວງ​ວຽງ​ຈັນ. ໂດຍການເປັນປະທານຂອງທ່ານ ບົວ​ລອງ ອິນ​ທະ​ວົງສາ ຫົວໜ້າ​ຫ້ອງການ​ຈັດ​ຕັ້ງ​ບໍລິຫານຄະນະ​ພັດທະນາ​ຊົນນະ ບົ​ດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ​ຂັ້ນ​ສູນ​ກາງ.
      ທ່ານ ບົວ​ລອງ ອິນທະ​ວົງສາ ກ່າວ​ວ່າ: ​ໂຄງການ​ປັບປຸງຊິວິດ​ການ​ເປັນ​ຢູ່​ເພື່ອ​ຄ້ຳປະກັນ​ດ້ານ​ໂພ​ສະ​ນາ​   ການ​ເປັນ​ອີກ​ວຽກ​ງານ​ໜຶ່ງ​ທີ່ ພັກ ແລະ ລັດຖະບານ ​ໄດ້​ໃຫ້​ຄວາມ​ສຳຄັນ​ໃນ​ການ​ແກ້​ໄຂ​ຄວາມທຸກ​ຍາກ, ໃນ​ການ​ປະ ຕິບັດ​ຂໍ້​ແຂ່ງຂັນ​ສ້າງ​ຂະ​ບວນ ການ​ຮັກ​ຊາດ​ພັດທະນາ​ເຂົ້າ​ສູ່​ລວງ​ເລິກທັງ​ເປັນ​ການ​ເພີ່ມ​ທະວີ​ກຳລັງ​ແຮງ​ໃຫ້​ແກ່ວ​ຽກງານ​ພັດ ທະ​ນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ​ຢູ່​ໃນ​ສປປ ລາວ ທັງ​ນີ້​ກໍ​ເປັນ​ການ​ປະ​ເມີນ​ຕີ​ລາຄາ​ຂອງ​ຜູ້​ໃຫ້​ທຶນ​ໂດຍ​ສະ​ເພາະ​ແມ່ນ​ທະນາຄານ​ໂລກ​ທີ່​ເຫັນ​ໄດ້​ຄວາມ​ສຳຄັນ​ຂອງວຽກ​ງານ​ເຊື່ອມ​ສານ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ເຂົ້າ​ກັບ​ວຽກ​ງານ​ໂພ​ສະ​ນາ​ການຢ່າງ​ເປັນ​ຮູບ​ປະ​ທຳ ​​ເຮັດ​ໃຫ້ ສປປ ລາວ ບັນລຸ​ເປົ້າ​ໝາຍ​ສະ ຫັດ​ສະ​ວັດ  ລຶບລ້າງ​ຄວາມທຸກ​ຍາກ ​ແລະ ​ໄພ​ອຶດ​ຫິວ ​ແລະ ສົ່ງ​ເສີມ​ຄວາມ​ສະ​ເໝີ​ພາບ ​ຍິງ-ຊາຍ  ​ໃນ​ປີ 2020. ໄລຍະ​ຜ່ານ​ມາ​ ຜູ້​ໃຫ້​ທຶນ​ໄດ້​ໃຫ້ການ​ສະໜັບສະ
ໜູນກອງ​ທຶນ​ຫລຸດຜ່ອນ​ຄວາມທຸກ​ຍາກ ​ໃນ​ກາ​ນ​ຈັດ​ຕັ້ງ​ປະຕິບັດ​ວຽກ ງານ ພາຍ​ໃຕ້​ໂຄງການ​ທົດ​ລອງ​ທີ່​ມີ​ຊື່ວ່າ: ໂຄງການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ເພື່ອ​ຄ້ຳປະກັນ​ດ້ານ​ໂພ​ຊະນາ​ການຕາມ​ການສະ​ເໜີ​ຂອງ​ລັດຖະບານ. ໃນ​ກອງ​ປະ ຊຸມ​ຄັ້ງ​ນີ້​​ຍັງໄດ້​ປຶກສາ​ຫາລື​ແລກ ປ່ຽນ​ຄຳ​ຄິດ​ຄຳ​ເຫັນ ​ແລະ ພ້ອມ ກັນ​ກໍານົດ​ທິດ​ທາງ​ໃນ​ກາ​ນຈັດ ຕັ້ງ​ປະຕິບັດການ​ເຊື່ອມ​ສານ​ວຽກ​ງານ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ເຂົ້າ​ກັບ​ວຽກ​ງານ​ໂພ​ສະນາ​ການ, ກຳນົດ​ແຜນການ​ຈັດ​ຕັ້ງ​ປະຕິບັດ​ເພື່ອ​ນຳ​ສະ​ເໜີ​ຜູ້​ໃຫ້​ທຶນ​ການ​ສະໜັບສະໜູນ​ໃນ​ບາດກ້າວ​ຕໍ່​ໄປ.

No comments:

Post a Comment