ເຈົ້າໜ້າທີ່ຈະລາຈອນ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:
ໃນ ຄ່ຳຄືນວັນທີ 12 ກໍລະກົດນີ້ ໄດ້ເກີດອຸປະຕິເຫດລົດຈັກ ໝາຍເລກທະບຽນ ຈສ 9749 ຕຳກັບລົດໃຫຍ່ຢ່າງຮຸນແຮງຢູ່ເຂດເສັ້ນ
ທາງ 450 ປີ ຕັດ ໄປໃສ່ຫຼັກ 21 ເຮັດໃຫ້ຜູ້ຂັບຂີ່ລົດ ຈັກເສຍຊີວິດຄາທີ່, ໂດຍບໍ່ຮູ້ວ່າຜູ້ເສຍຊີວິດດັ່ງກ່າວແມ່ນຢູ່ບ້ານໃດຈຶ່ງໄດ້ປະກາດຫາຍາດໃຫ້ມາພົວພັນກັບເຈົ້າໜ້າທີ່ຊຶ່ງສົບ
ໄດ້ນຳໄປໄວ້ທີ່ໂຮງໝໍເສດຖາທິລາດ.
ເຈົ້າໜ້າທີ່ຈະລາຈອນໃຫ້
ຮູ້ວ່າ: ໃນອາທິດຜ່ານມານີ້ ຢູ່ນະຄອນຫຼວງວຽງຈັນມີອຸປະຕິເຫດເກີດຂຶ້ນ 18 ກໍລະນີ, ມີຜູ້
ເສຍຊີວິດ 2 ຄົນ, ໂດຍສາເຫດທີ່ພາໃຫ້ເກີດອຸປະຕິເຫດແມ່ນຍ້ອນຂັບຂີ່ລົດໄວ, ດື່ມສິ່ງມຶນເມົາ.
No comments:
Post a Comment