ໃນໂອກາດໄປຮ່ວມເປີດຊຸດອົບຮົມນັກຂ່າວ 8 ແຂວງພາກເຫນືອ,
ໃນແລງ ວັນທີ 12 ກໍລະກົດນີ້, ທ່ານ ສະຫວັນຄອນ ຣາຊະມຸນຕຣີ ລັດຖະມຸນຕີຊ່ວຍວ່າ ການກະຊວງຖະແຫລງຂ່າວ,
ວັດທະນະທຳ ແລະ ທ່ອງທ່ຽວ, ໄດ້ຍາດເວລາພົບ ປະພະນັກງານພະແນກຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວແຂວງ ໄຊຍະບູລີ, ຂຶ້ນທີ່ຫ້ອງວ່າການປົກຄອງແຂວງດັ່ງກ່າວ, ເພື່ອປຶກສາຫາລືກ່ຽວກັບ ການກະກຽມສ້າງຕັ້ງສະຖານີວິທະຍຸຊຸມຊົນເມືອງຄອບ,
ທີ່ໄດ້ຮັບທຶນ ຊ່ວຍເຫລືອ ຈາກອົງການສະຫະປະຊາດ (ສປຊ) ເພື່ອການພັດທະນາປະຈຳລາວ, ໂດຍມີທ່ານ
ຍັນຍົງ ສີປະເສີດ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງໄຊຍະບູລີເຂົ້າຮ່ວມຮັບຟັງນຳດ້ວຍ.
ທ່ານລັດຖະມົນຕີຊ່ວຍວ່າການ ຖວທ ເວົ້າວ່າ: ນີ້ເປັນໂຄງການທີ່ສຳຄັນເພື່ອຊ່ວຍໃຫ້ຊຸມຊົນກໍຄືປະຊາຊົນໃນເຂດ
ຫ່າງໄກສອກຫລີກ, ໄດ້ຮັບຂໍ້ມູນຂ່າວ ສານ ແລະ ທັງຈະກາຍເປັນບ່ອນໃຫ້ເຂົາເຈົ້າໄດ້ສະແດງຄວາມຄິດເຫັນ
ແລະ ການ
ນຳສະເຫນີຂ່າວຄາວຕ່າງໆເພື່ອແລກປ່ຽນບົດຮຽນແລະປະສົບການໃນການຜະລິດ ແລະ ການພັດທະນາຊີວິດການເປັນຢູ່
ຂອງຕົນໃຫ້ມີການປ່ຽນແປງດີຂຶ້ນ ແລະ ສາມາດຫລຸດພົ້ນອອກຈາກຄວາມ ທຸກຍາກໄດ້ໂດຍໄວ. ດັ່ງນັ້ນຈິ່ງຂໍຮຽກຮ້ອງໃຫ້
ອຳນາດການປົກຄອງທ້ອງຖິ່ນ ແລະ ພະແນກການກ່ຽວຂ້ອງຈົ່ງເປັນເຈົ້າການໃນການຄຸ້ມຄອງ, ປົກປັກຮັກສາ
ແລະ ນຳ ໃຊ້ໃຫ້ເກີດຜົນປະໂຫຍດສູງສຸດແກ່ຊຸມຊົນທ້ອງຖິ່ນ.
ຄາດວ່າການກໍ່ສ້າງສະຖານີວິທະຍຸດັ່ງກ່າວຈະໃຫ້ສຳເລັດໃນທ້າຍປີ
2014 ນີ້, ດ້ວຍມູນຄ່າ ການຊ່ວຍເຫລືອທັງຫມົດ ປະມານ 1,2 ຕື້ກີບ, ມີແຮງສົ່ງ 300 ວັດ, ຊຶ່ງຈະກວມເອົາພື້ນທີ່ກວ້າງປະມານ
35 ກິໂລຕາແມັດ ແລະ ນີ້ເປັນວິທະຍຸຊຸມຊົນ ແຫ່ງທີ່ 8 ທີ່ໄດ້ຮັບການຊ່ວຍເຫລືອຈາກອົງການ ສປຊ
ເພື່ອການພັດທະນາຄື: ແຫ່ງທີ່ຫນຶ່ງ ແລະ ແຫ່ງທີສີ່ ຕັ້ງຢູ່ເມືອງຄູນ ແລະ ເມືອງຫນອງແຮດ,
ແຂວງຊຽງຂວາງ; ແຫ່ງທີ່ສອງ ແລະ ທີ່ສາມຕັ້ງຢູ່ເມືອງທ່າແຕງ ແລະ ເມືອງດາກຈຶງແຂວງເຊກອງ; ສ່ວນແຫ່ງທີ່ຫ້າ
ແລະ ທີ່ຫົກຕັ້ງຢູ່ເມືອງຮຸນ ແລະ ເມືອງນາຫມໍ້ ແຂວງອຸດົມໄຊທັງສອງແຫ່ງນີ້ ຄາດວ່າຈະສາມາດອອກອາ
ກາດທົດລອງໃນທ້າຍເດືອນກໍກົດນີ້, ສຳລັບແຫ່ງທີ່ເຈັດແມ່ນ ຈະເລີ່ມກໍ່ສ້າງຢູ່ເມືອງລະຄອນເພັງ,
ແຂວງສາລະວັນໃນມໍ່ໆນີ້.
ໃນໂອກາດນີ້ທ່ານຮອງເຈົ້າ ແຂວງກໍໄດ້ສະແດງຄວາມຍິນດີ
ແລະ ຕີລາຄາສູງຕໍ່ການຊ່ວຍ ເຫລືອດັ່ງກ່າວ, ນອກຈາກຈະ ຊ່ວຍສ້າງໂອກາດໃຫ້ປະຊາຊົນທຸກເພດໄວໄດ້ເຂົ້າເຖິງຂໍ້ມູນຂ່າວສານແລ້ວ,
ຍັງຈະເປັນກະ ບອກສຽງສຳຄັນໃນການຕອບ ໂຕ້ການໂຄສະນາໃສ່ຮ້າຍປ້າຍສີຂອງພວກບໍ່ຫວັງດີອີກດ້ວຍ
ແລະທ່ານຮອງເຈົ້າແຂວງຍັງໄດ້ລາຍງານເຖິງຈຸດພິເສດ ແລະ ແບບແຜນການທຳມາຫາກິນ ຂອງປະຊາຊົນເມືອງຄອບ,
ຊຶ່ງເປັນເມືອງທີ່ປະກອບມີຫລາຍຊົນເຜົ່າ ແລະ ເປັນບ່ອນທີ່ມີທ່າ ແຮງໃນການຜະລິດກະສິກຳເປັນສິນຄ້າໄດ້ດີນຳອີກ,
ໃນເນື້ອທີ່ກວ້າງປະມານ 739 ກິໂລຕາ ແມັດ, ມີພົນລະເມືອງທັງຫມົດ ຫລາຍກວ່າ 13.500 ຄົນ.
No comments:
Post a Comment