ໃນວັນທີ 11 ກໍລະກົດນີ້, ຢູ່ສູນກິລາຍູໂດນະຄອນຫລວງວຽງຈັນ,
ກະຊວງ ແຜນການ ແລະ ການລົງທຶນຮ່ວມກັບ ອົງ ການສະຫະປະຊາຊາດກອງທຶນ ສຳລັບ ປະຊາກອນ (UNFPA) ຈັດງານສະເຫລີມສະຫລອງວັນປະຊາກອນໂລກໃນຫົວຂໍ້
“ການ ລົງທຶນໃສ່ໄວໜຸ່ມ” ເພື່ອຊຸກຍູ້ສົ່ງ ເສີມການພັດທະນາ ແລະ ການ ເອົາໃຈໃສ່ ຕໍ່ໄວໜຸ່ມ,
ໂດຍການ ເຂົ້າຮ່ວມຂອງທ່ານ ສົມດີ ດວງດີ ລັດຖະມົນຕີວ່າການກະ ຊວງແຜນການ ແລະ ການລົງ ທຶນ, ທ່ານ ດຣ ຣັດຊານ ໂມທາ ຊາມິຜູ້ຕາງໜ້າອົງ ການສະຫະປະຊາຊາດກອງທຶນສຳລັບປະ
ຊາກອນ.
ການສະຫລອງວັນປະຊາ ກອນໂລກແມ່ນຈັດທຸກປີເພື່ອ ເປັນການລະນຶກເຖິງວັນທີ່ປະຊາກອນໂລກໄດ້ມີການຂະຫຍາຍ
ຕົວບັນລຸໄດ້ 5 ຕື້ຄົນ ໃນປີ 1987, ເຊິ່ງໃນປີນີ້ຄົບຮອບ 27 ປີ, ປັດຈຸ ບັນປະຊາກອນໂລກໄດ້ເພີ່ມຂຶ້ນ
ເປັນ 7 ຕື້ຄົນ ເຊິ່ງສົ່ງ ສັນຍານໃຫ້ແກ່ປະຊາຄົມໂລກລວມທັງ ສປປ ລາວ ໃຫ້ສືບຕໍ່ຄວາມສຳຄັນ
ໃນການແກ້ໄຂບັນຫາປະຊາກອນ ແລະ ໃນປີນີ້
ເນື່ອງຈາກວ່າເປັນປີສຸດທ້າຍຂອງການຈັດຕັ້ງປະຕິບັດແຜນດຳເນີນງານຂອງກອງປະຊຸມສາກົນວ່າດ້ວຍປະຊາກອນ
ແລະ ການ ພັດທະນາ (ICPD), ເພື່ອບັນລຸເປົ້າໝາຍເຫລົ່ານີ້ລວມທັງການບັນລຸເປົ້າໝາຍສະຫັດສະວັດເພື່ອການພັດທະນາ
ແລະ ການ ຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາພາຍໃນປີ 2020, ເຊິ່ງມັນໄດ້ຮຽກຮ້ອງໃຫ້ພວກ
ເຮົາຕ້ອງເພີ່ມ ການລົງທຶນໃສ່ການພັດທະນາຊັບພະຍາກອນມະນຸດ.
ທ່ານລັດຖະມົນຕີວ່າການກະຊວງແຜນການ ແລະ ການ ລົງທຶນ
ກ່າວວ່າ: ໄວໜຸ່ມເປັນໃຈກາງຂອງການພັດທະນາໃນອະ ນາຄົດພວກເຮົາທຸກຄົນຄວນມີພາລະໜ້າທີ່ໃນການປົກປ້ອງ
ສິດທິ ແລະ ລົງທຶນໃສ່ອານາຄົດ ຂອງເຂົາເຈົ້າດ້ວຍການໃຫ້ການ ສຶກສາທີ່ມີຄຸນນະພາບ, ມີວຽກ ເຮັດງານທຳທີ່ດີ,
ມີທັກສະໃນ ການດຳລົງຊີວິດທີ່ມີປະສິດທິ ພາບ ແລະ ສາມາດເຂົ້າ ເຖິງເພດ ສຶກສາແບບຄົບຖ້ວນກໍຄືການ
ເຂົ້າເຖິງຂໍ້ມູນ ແລະ ການບໍລິ ການສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຊຶ່ງເປັນສິ່ງສຳ
ຄັນຕໍ່ການພັດທະນາຂອງເຂົາເຈົ້າເອງ, ຕໍ່ຄອບຄົວ, ຊຸມຊົນ ແລະ ປະເທດຊາດ.
ທ່ານ ຣັດຊານ ໂມທາຊາມິ ກ່າວວ່າ: ການລົງທຶນໃສ່ໄວ
ໜຸ່ມແມ່ນບໍ່ພຽງແຕ່ກ່ຽວພັນ ດ້ານການເງິນເທົ່ານັ້ນ, ແຕ່ຍັງ ເວົ້າ ເຖິງການກຳນົດແຜນງານ ແລະ
ນະໂຍບາຍ ເພື່ອຊຸກຍູ້ໃຫ້ ໄວໜຸ່ມເຂົ້າໃນໃຈກາງຂອງວາ ລະການພັດທະນາ ແລະ ບໍ່ມີແຜນ ພັດທະນາໃດທີ່ຈະປະສົບຜົນສຳເລັດຖ້າຫາກວ່າພວກເຮົາບໍ່ຮັບຮູ້ເຖິງບົດບາດທີ່ມີກຳລັງ
ແລະ ການຕັດສິນໃຈຂອງໄວໜຸ່ມ. ພ້ອມດຽວກັນນັ້ນ, ບັນຫາໄວໜຸ່ມຕ້ອງໄດ້ຮັບການແກ້ໄຂໂດຍຈາກພາກສ່ວນກ່ຽວຕ່າງໆທີ່ພະຍາຍາມສຸມໃສ່ການແກ້ໄຂບັນ
ຫາໄວໜຸ່ມດັ່ງກ່າວ. ເຖິງຢ່າງໃດກໍດີນະໂຍບາຍວ່າດ້ວຍຊາວໜຸ່ມແຫ່ງຊາດ ແລະ ອົງການຈັດຕັ້ງປະສານງານພາຍໃນລັດຖະ
ບານແມ່ນມີຄວາມຈຳເປັນ ແລະ ຕ້ອງນຳພາໃຫ້ແກ່ວຽກງານການພັດທະນານີ້ ເພື່ອຮັບປະກັນວ່າໄດ້ປະກອບສ່ວນເຂົ້າໃນ
ວຽກງານ ແລະ ມີຄວາມຮັບຜິດຊອບຂອງທຸກໆຂະແໜງການທີ່ກ່ຽວຂ້ອງກັບໄວໜຸ່ມໃນປະເທດ.
No comments:
Post a Comment