ກອງປະຊຸມສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ
(ໄອປາ) ຄັ້ງທີ 35 ຈະໄດ້ ຈັດຂຶ້ນແຕ່ວັນທີ 14-20 ກັນຍາ 2014 ທີ່ນະຄອນຫລວງວຽງຈັນ.
ເຊິ່ງຈະມີຜູ້ແທນຈາກ 10 ປະເທດສະມາຊິກອາຊຽນຄື: ບູໄນດາຣູ ຊາລຳ, ກຳປູເຈຍ, ສປປ
ລາວ, ມາເລເຊຍ, ມຽນມາ, ອິນໂດເນເຊຍ, ຟິລິບປິນ, ໄທ, ສິງກະໂປ ແລະ ຫວຽດນາມ ແລະ
ມີບັນດາປະເທດສັງເກດການທີ່ເປັນຄູ່ຮ່ວມເຈລະຈາຈາກ 11 ປະເທດຄື: ອົດສະຕຣາລີ,
ເບລາຣຸດ, ການາດາ, ສປ.ຈີນ, ລັດຖະສະພາເອີຣົບ, ອິນເດຍ, ປາປົວນິວກີນີ, ຍີ່ປຸ່ນ,
ສ.ເກົາຫລີ, ນິວຊີແລນ ແລະ ສະຫະພັນລັດເຊຍ ແລະ ປະເທດສັງເກດການ 1 ປະເທດ ຄື: ຕີມໍເລສເຕ
ເຂົ້າຮ່ວມ.
ທ່ານ ສຈ.ດຣ ນາງ ບຸນຍົງ ບຸບຜາ ຮອງຫົວໜ້າກຳມາທິການການຕ່າງປະເທດ,
ປະທານຄະນະສະມາຊິກສະພາແຫ່ງຊາດເພດຍິງ, ທັງເປັນຫົວໜ້າກອງເລຂາແຫ່ງຊາດກອງປະຊຸມໄອປາຄັ້ງທີ
35 ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນໃນວັນທີ 11 ກໍລະ ກົດນີ້ວ່າ: ການຈັດກອງປະຊຸມດັ່ງກ່າວແມ່ນເພື່ອປະຕິບັດແນວທາງການຕ່າງປະເທດສັນຕິພາບ,
ເອກະລາດ, ມິດຕະພາບ
ແລະ ການຮ່ວມມືເພື່ອການພັດທະນາ,ຮັດແໜ້ນຄວາມສາມັກຄີລະຫວ່າງ
ສປປ ລາວ ກັບບັນດາປະເທດໃນພາກພື້ນ ແລະ ສາກົນ; ເປັນການຍົກສູງຖານະບົດບາດຂອງລາວ
ກໍຄືບົດບາດຂອງສະພາແຫ່ງຊາດລາວ ໃຫ້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ,
ເປັນກາລະໂອກາດດີສຳລັບການໂຄສະນາແນວທາງ ນະໂຍບາຍອັນຖືກຕ້ອງຂອງພັກ ແລະ ລັດຖະບານ;
ເປັນເວທີໃຫ້ແກ່ການນຳຂັ້ນສູງ ແລະ ສະ ມາ ຊິກລັດຖະສະພາຂອງບັນດາປະເທດອາຊຽນໄດ້ມີໂອກາດພົບປະ,
ປຶກສາຫາລື ແລະ ແລກ ປ່ຽນຄຳຄິດຄຳເຫັນກ່ຽວກັບບັນ ຫາພົນເດັ່ນຢູ່ໃນຂົງເຂດ ແລະ
ຂອງໂລກທີ່ເປັນຄວາມສົນໃຈ ແນ່ໃສ່ເພື່ອຮັດແໜ້ນ ແລະ ເສີມ ຂະຫຍາຍມິດຕະພາບ ແລະ
ການຮ່ວມມືກັນ, ທັງເປັນການພັດທະ ນາຄວາມຮູ້ຄວາມສາມາດ ແລະ ປະສົບການຕົວຈິງໃນການຈັດຕັ້ງ
ແລະ ດຳເນີນກອງປະຊຸມລະ ດັບສາກົນໃຫ້ແກ່ສະມາຊິກສະ ພາ, ພະນັກງານວິຊາການຂອງສະພາແຫ່ງຊາດ
ແລະ ພາກ ສ່ວນທີ່ກ່ຽວຂ້ອງໃຫ້ສູງຂຶ້ນ.
ໃນລະຫວ່າງການດຳເນີນກອງປະຊຸມດັ່ງກ່າວ,
ຈະມີຫລາຍກອງປະຊຸມຍ່ອຍຄື:ກອງປະຊຸມສະມາຊິກລັດຖະສະພາເພດ ຍິງ; ກອງປະຊຸມລະຫວ່າງເລ
ຂາທິການໃຫຍ່ໄອປາ ແລະ ກອງເລຂາແຫ່ງຊາດຂອງປະເທດສະ ມາຊິກອາຊຽນ; ກອງປະຊຸມຄະນະບໍລິຫານງານໄອປາທີ່ຈະໄດ້ປຶກສາຫາລື
ແລະ ຮັບຮອງເອົາ ການແຕ່ງຕັ້ງ, ຮອງປະທານ ແລະ ເລຂາຂອງກອງປະຊຸມຄະ ນະບໍລິຫານງານໄອປາ,
ລາຍງານຂອງທ່ານປະທານ ໄອປາ ຄັ້ງທີ 35 ກ່ຽວກັບກິດຈະກຳໄອປາ, ພິຈາລະນາຮັບຮອງເອົາຕາ
ຕະລາງການເຄື່ອນໄຫວຂອງກອງປະຊຸມໃຫຍ່ໄອປາ ຄັ້ງທີ 35 ພ້ອມດ້ວຍວາລະຂອງກອງປະ
ຊຸມ ແລະ ບັນດາຫົວຂໍ້ກອງປະ ຊຸມກຳມາທິການກ່ຽວກັບວຽກງານການເມືອງ, ວຽກງານເສດ
ຖະກິດ-ສັງຄົມ, ວຽກງານລັດ ຖະສະພາເພດຍິງ ແລະ ກຳມາທິການກ່ຽວກັບວຽກງານຈັດ ຕັ້ງ;
ກອງປະຊຸມຄົບຄະນະຄັ້ງທີ 1; ກອງປະຊຸມກຳມາທິການຕ່າງໆ; ກອງປະຊຸມປຶກສາຫາລືກັບປະເທດຄູ່ເຈລະຈາ,
ປະເທດສັງເກດການ; ກອງປະຊຸມກຳມາທິການຖະແຫລງການຮ່ວມ; ກອງປະຊຸມຄົບຄະນະຄັ້ງທີ
2 ຫົວໜ້າແຕ່ລະກຳມາທິການຮັບ ຮອງເອົາບົດລາຍງານແຕ່ລະກອງປະຊຸມ ແລະ ກອງປະຊຸມຖະແຫລງຂ່າວ.
ທ່ານ ສຈ.ດຣ ນາງ ບຸນຍົງ ບຸບຜາ ໃຫ້ຮູ້ອີກວ່າ:
ກອງປະຊຸມຄັ້ງນີ້ ຈະເປັນໂອກາດອັນດີໃຫ້ແກ່ ສປປ ລາວ ໃນການໂຄສະ ນາເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດທາງດ້ານການເມືອງ,
ເສດຖະກິດ-ສັງຄົມ, ວັດ ທະນະທຳຮີດຄອງປະເພນີອັນດີ ງາມຂອງຊາດໃຫ້ແກ່ປະຊາຄົມສາກົນ
ໂດຍສະເພາະວຽກງານດຶງດູດການລົງທຶນ, ການທ່ອງ ທ່ຽວທາງທຳມະຊາດ, ປະຫວັດ ສາດ
ແລະ ວັດທະນະທຳ; ບັນດາຜູ້ເຂົ້າຮ່ວມກອງປະຊຸມຈະມີໂອ ກາດພົບປະສົນທະນາ, ປຶກສາຫາລື
ແລະ ແລກ ປ່ຽນຄຳຄິດຄຳເຫັນເຊິ່ງກັນ ແລະ ກັນກ່ຽວກັບການຈັດຕັ້ງປະຕິບັດວຽກງານຮ່ວມມືໃນຂົງເຂດການເມືອງ,
ເສດຖະກິດ ແລະ ວັດທະນະທຳ- ສັງຄົມ ແນໃສ່ເພື່ອຊຸກຍູ້ສົງເສີມການຄ້າ, ການລົງທຶນ
ແລະ ການພັດທະນາໃນຂົງເຂດພາກພື້ນບົນພື້ນຖານການພັດທະນາແບບຍືນຍົງ ແລະ ແກ້ໄຂຄວາມທຸກຍາກໃຫ້ແກ່ປະຊາຊົນ
ແລະ ອື່ນໆ.
No comments:
Post a Comment