Ad

Ad

10 July 2014

ຫລາຍ​ແຫ່ງ​ຈັດ​ພິທີ​ປ່ອຍ​ປາ​ຢ່າງ​ເປັນ​ຂະ​ບວນ​ຟົດ​ຟື້ນ



     ວັນ​ທີ 9 ກໍລະກ​ົດນີ້, ຫ້ອງການ​ກະສິກຳ​ ​ແລະ ປ່າ​ໄມ້ ບ້ານ​ຫ້ວຍ​ໝໍ້, ເມືອງ​ສີ​ໂຄດ​ຕະບອງ ນະຄອນຫລວງ​ວຽງ​ຈັນ, ໄດ້​ຈັດ​ພິທີ​ປ່ອຍ​ປາຄືນ​ສູ່​ວັງ​ນ້ຳທຳ​ມະ​ຊາດ, ​ເນື່ອງ​ໃນ​ໂອກາດວັນ​ປ່ອຍ​ປາ ​ແລະ ອານຸລັກ​ສັດ​ນ້ຳ-ສັດປ່າ​ແຫ່ງ​ຊາດ ວັນ​ທີ 13 ກໍລະກົດ​ທີ່​ຈະ​ມາ​ເຖິງ, ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ ນາງ ພູ​ວຽງ ​ແກ້ວ​ວົງ​ວິຈິດ ເຈົ້າ​ເມືອງ​​ສີ​ໂຄດ​ຕະບອງ, ພ້ອມອຳນາດ​ການ​ປົກຄອງ, ປະ ຊາຊົນ ແລະ ຜູ້​ປະກອບ​ການ ລ້ຽງ​ປາ​ຈາກ​ຫົວໜ່ວຍ​ທຸລະ​ກິດ​ຕ່າງໆ​ອ້ອມ​ຂ້າງ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫລາຍ, ຊຶ່ງ​ມີ​ປາ​ພື້ນ​ເມືອງ ​ແລະ ​ແນວ​ພັນ​ປາ​ລ້ຽງ ປະ​ເພດ​ປາ​ນິນ, ປາ​ໄນ, ປາ​​ເກັດ​​ແລບ, ປາ​ກິນ​ຫຍ້າ ​ແລະ ອື່ນໆ ຈຳ​ນວນ 40 ພັນ​ກວ່າ​ໂຕ ໄດ້​​ປ່ອຍລົງ​ສູ່​ວັງ​ນ້ຳ​ທຳ​ມະ​ຊາດ ບ້ານ​ຫ້ວຍ​ໝໍ້.
     ນັບ​ແຕ່​ອາທິດ​ຜ່ານ​ມານີ້ ​ຂະ​ແໜງ​ການ​ຕ່າງໆຢູ່​ເຂດ​ເມືອງ​ປາກ​ຊັນ ແຂວງ​ບໍ​ລິ​ຄຳ​​ໄຊ, ບາງ​ຕົວ​ເມືອງ​ແຂວງ​ຄຳ​ມ່ວນ, ສະ ຫວັນ​ນະ​ເຂດ, ຫົວພັນ ແລະ ບ່ອນ​ອື່ນໆ ກໍ​ໄດ້​ຈັດ​ພິທີ​ປ່ອຍ​ປາ​ລົງ​ສູ່​ວັງ​ນ້ຳ​ທຳ​ມະ​ຊາດ ຢູ່​ໃນ​ເຂດ​ຮັບຜິດຊອບ​ຂອງ​ຕົນ, ຊຶ່ງ
ການ​ປ່່ອຍ​ປາ​ຢູ່​ໃນ​ແຕ່ລະ​ແຫ່ງ​ແມ່ນ​ອີງ​ໃສ່​ເງື່ອນ​ໄຂ​ສະພາບ​ຄວາມ​ເປັນ​ຈິງ​ຂອງ​ແຕ່ລະ​ທ້ອງ​ຖິ່ນ​ຄື​ດັ່ງຄຳ​ສັ່ງ​ແນະນຳ​ຂອງ​ລັດ ຖະມົນ​ຕີ​ວ່າການ​ກະຊວງ​ກະສິ ກຳ ​ແລະ ປ່າ​ໄມ້, ຈະ​ຈັດ​ຕັ້ງ​ລົງມື​ປ່ອຍ​ປາ​ກ່ອນ​ວັນ​ທີ 13 ກໍລະກົດ ຈົນໄປ​ຮອດ​ທ້າຍ​ເດືອນ​ກັນຍາ, ຊຶ່ງ​ເປັນ​ຊ່ວງ​ໄລຍະ​ທີ່​ປາ​ພວມ​ຂຶ້ນວາງ​ໄຂ່ ຢູ່​ຕາມ​ຫ້ວຍຮ່ອງ​ຄອງ​ບຶງ ​ແລະ ໜອງ​ນ້ຳ​ທຳ​ມະ​ຊາດ​ອື່ນ​ໆ.
     ສະ​ເພາະ​ຢູ່​ນະຄອນຫລວງ​ວຽງ​ຈັນ ໃນ​ມື້​ປ່ອຍ​ປາ ​ແລະ ອະ ນຸລັກ​ສັດ​ນ້ຳ ສັດປ່າ​ ວັນ​ທີ 13 ກໍ ລະກົດນີ້ ທາງ​ກົມ​ລ້ຽງສັດ ​ແລະ ການ​ປະມົງ ກະຊວງ​ກະສິກຳ​ປ່າ​ໄມ້ ຈະສົມທົບ​ກັບພະ​ແນ​ກກະ ສິກຳ​ປ່າ​ໄມ້ນະຄອນຫລວງ ແລະ ​ເມືອງ​ໄຊ​ເສດ​ຖາ ​ຈັດ​ພິທີ​ປ່ອຍ​ປາ​ລົງ​ສູ່​ວັງ​ນ້ຳ​ທຳ​ມະ​ຊາດ ຢູ່​​ບ້ານ​ໜອງ​ໜ່ຽງ (ຮ່ອງ​ສຸພາບ) ເມືອງ​ໄຊ​ເສດ​ຖາ ​ໂດຍ​ຂະ​ແໜງ​ການ​ກ່ຽວຂ້ອງ​ໄດ້​ກະ ກຽມ​ແນວ​ພັນ​ປາ​ພື້ນ​ເມືອງ​ນັບ​ເປັນ​ຫລາຍ​ພັນ​ໂຕ​​ໄວ້​ແລ້ວ ພ້ອມ​ເປັນ​ການ​ລະ ນຶກ ວັນຄ້າຍ​ວັນ​ເກີດ​ຂອງ​ທ່ານ​ປະທານ​ສຸພາ​ນຸວົງ ຜູ້ນຳ​ທີ່​ແສນ​ຮັກ​ຂອງ​ປະຊາຊົນ​ລາວ ຄົບຮອບ 106 ປີ, ​ໃຫ້​ມີ​ຄວາມ​ໝາຍ ​ແລະ ຄວາມ​ສຳຄັນ​ຍິ່ງ​ຂຶ້ນ.

No comments:

Post a Comment