Ad

Ad

20 August 2014

ເກີດເຫດຄົນແຂວນຄໍຕາຍຢູ່ບ້ານໜອງທາ



   ເຈົ້າໜ້າທີ່ສືບສວນ-ສອບສວນ ນະຄອນຫລວງວຽງຈັນ ໃຫ້ຮູ້ ວ່າ : ພາຍຫລັງໄດ້ຮັບແຈ້ງໃນ ເວລາປະມານ 11:00 ໂມງ ຂອງວັນທີ 18 ສິງຫານີ້ວ່າ: ມີຄົນແຂວນຄໍຕາຍຢູ່ບ້ານໜອງທາ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ຈຶ່ງໄດ້ລົງກວດກາສະຖານທີ່ເກີດເຫດພົບຜູ້ຕາຍ ຊື່ນາງ ບົວວອນ ໄຊຍະເສນາ ອາຍຸ 60 ປີອະດີດພະນັກງານບຳນານໂດຍໃຊ້ເຊືອກມັດໃສ່ຂື່ດ້ ານຫລັງເຮືອນແຂວນຄໍຕົນເອງຈົນເສຍຊີວິດ ແລະ ຜ່ານການສອບຖາມຍາດພີ່ນ້ອງຮູ້ວ່າ: ຜ່ານມາຜູ້ຕາຍມີແນວຄິດຂ້າໂຕຕາຍຫລາຍຄັ້ງຍ້ອນອຸກໃຈຍ້ອນເປັນພະຍາດປະຈຳຕົວຫລາຍ ຢ່າງຈຶ່ງອາດເປັນສາເຫດຂອງການຂ້າໂຕຕາຍຄັ້ງນີ້.
      ເຈົ້າໜ້າທີ່ຍັງໃຫ້ຮູ້ຕື່ມວ່າ: ໃນຕອນແລງຂອງມື້ດຽວກັນ, ກໍໄດ້ຮັບແຈ້ງຈາກພົນລະເມືອງ ວ່າ:ມີຜູ້ເສຍຊີວິດໃນເຮືອນ ຫລັງໜຶ່ງຢູ່ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ນະຄອນຫລວງ ວຽງຈັນ ຈົນມີກິ່ນເໝັນ ຈຶ່ງໄດ້ລົງຊັນນະສູດສະຖານທີ່ ພົບຜູ້ຕາຍຊື່ທ້າວ ຄຳຜາຍ ສີຄຳ ງາມ ອາຍຸ 70 ປີ ເຊິ່ງຄາດວ່າ ເສຍ ຊີວິດມາໄດ້ 5 ວັນ ພາຍໃນ ເຮືອນຂອງຕົນເອງທີ່ອາໄສຢູ່ຜູ້ ດຽວ ໂດຍລູກໄດ້ໄປເຮັດວຽກ ຢູ່ຕ່າງປະເທດ, ສ່ວນສາເຫດ ຂອງການເສຍຊີວິດແມ່ນຫົວໃຈຫລົ້ມເຫລວ.

No comments:

Post a Comment