Ad

Ad

20 August 2014

ປກສ ເມືອງປາກງື່ມມ້າງກຸ່ມຄ້າຂາຍຢາເສບຕິດ



     ເມື່ອທ້າຍອາທິດຜ່ານມານີ້, ປກສ ເມືອງປາກງື່ມ ນະຄອນຫລວງວຽງຈັນ, ໄດ້ຈັ ບຕົວທ້າວ ວຽງສະຫວັນ ອາຍຸ 44 ປີ, ຢູ່ບ້ານນາຂາວ, ເມືອງໄຊທານີ, ນະຄອນຫລວງ ວຽງຈັນ, ໃນຂໍ້ ຫາຄ້າຂາຍຢາເສບຕິດພ້ອມຂອງກາງຢາບ້າຈຳນວນ 102 ເມັດ, ຫລັງ ຈາກນັ້ນ, ໄດ້ສືບສວນ- ສອບສວນຂະຫຍາຍຜົນຈົນສາມາດຈັບຜູ້ຮ່ວມຂະບວນການ ໄດ້ອີກໜຶ່ງຄົນຄືນາງ ຢົວເຮີ ອາຍຸ 38 ປີ, ຢູ່ບ້ານທ່າກົກໄຮ ເມືອງ ປາກງື່ມ ນະຄອນ ຫລວງວຽງ ຈັນ ແລະ ກວດຄົ້ນເຮືອນພົບ ຢາບ້າ 300 ເມັດ ຈຶ່ງໄດ້ຍຶດໄວ້ ເປັນຫລັກ ຖານໃນການດຳເນີນ ຄະດີຕາມລະບຽບກົດໝາຍ.
      ເຈົ້າໜ້າທີ່ໃຫ້ຮູ້ວ່າ: ຜູ້ຕ້ອງ ຫາທັງສອງແມ່ນເປົ້າໝາຍຕິດຕາມຂອງເຈົ້າໜ້າທີ່ມາ ດົນ, ເນື່ອງຈາກໄດ້ຮ່ວມກັນເຄື່ອນໄຫວຄ້າຂາຍຢາເສບຕິດໃຫ້ກັບໄວໜຸ່ມໃນເຂດ ເມືອງປາກງື່ມມາດົນ.

No comments:

Post a Comment