Ad

Ad

20 August 2014

ສະພາແຫ່ງຊາດຍົກລະດັບຄວາມເຂົ້າໃຈການອະນຸມັດການລົງທຶນ ແລະ ການຕີລາຄາຜົນກະທົບຕໍ່ສິ່ງແວດລ້ອມ



     ສະພາແຫ່ງຊາດເຊິ່ງເປັນອົງການຕິດຕາມກວດກາການເຄື່ອນໄຫວອຳນາດແຫ່ງ ລັດຂັ້ນຕ່າງໆ ໄດ້ຈັດຕັ້ງການຍົກລະ ດັບຄວາມຮູ້, ຄວາມເຂົ້າໃຈກ່ຽວກັບການອະນຸ ມັດການລົງທຶນ ແລະ ການຕີລາຄາຜົນກະ ທົບຕໍ່ສິ່ງແວດລ້ອມໃຫ້ສູງຂຶ້ນ ເນື່ອງ ຈາກວ່າ: ໃນໄລຍະຜ່ານ ມາ, ການຈັດຕັ້ງປະຕິບັດວຽກ ງານຕົວຈິງຈຳນວນໜຶ່ງຂອງ ລັດຖະບານເປັນຕົ້ນການຄົ້ນ ຄວ້າການສ້າງແຜນພັດທະນາ ເສດຖະກິດ-ສັງຄົມ, ການຄົ້ນ ຄວ້າອະນຸມັດໂຄງການລົງທຶນ ໃນຂະແໜງພະລັງານໄຟຟ້າ, ການສຳຫລວດຊອກຄົ້ນແຮ່ ທາດ, ການຂຸດຄົ້ນໄມ້, ການປູກ ໄມ້ອຸດສາຫະກຳ, ກະສິກຳ, ການ ເອົາຊັບພະຍາກອນທຳມະ ຊາດ ໄປແລກປ່ຽນເອົາໂຄງການ, ໂຄງການນອກແຜນ ແລະ ອື່ນໆຍັງບໍ່ທັນຈັດຕັ້ງປະຕິບັດຕາມລະບຽບກົດໝາຍທີ່ໄດ້ກຳນົ ດໄວ້, ຂະນະດຽວກັນການສະໜອງຂໍ້ມູນ ແລະ ການລາຍງານຂໍ້ມູນຈາກເຂດເລືອກຕັ້ງຈຳນວນໜຶ່ງຍັງບໍ່ທັນຈະແຈ້ງ ແລະ ທັນເວລາ.

     ກຳມາທິການເສດຖະກິດແຜນການແລະການເງິນສະພາແຫ່ງຊາດຮ່ວມກັບອົງການສະຫະປະຊາຊາດເພື່ອການພັດທະ ນາໄດ້ຈັດຝຶກອົບຮົມກ່ຽວກັບຂະບວນການອະນຸມັດການລົງທຶນ ແລະ ການຕີລາຄາຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະ ສັງຄົມຈາກໂຄງການລົງທຶນລະຫວ່າງວັນທີ 18-19 ສິງຫານີ້, ຢູ່ທ່າລາດ ແຂວງວຽງຈັນ ເພື່ອເສີມສ້າງຂີດຄວາມສາ ມາດໃຫ້ພະນັກງານວິຊາການພາຍໃນສະພາແຫ່ງຊາດ ແລະ ຫ້ອງວ່າການສະພາແຫ່ງຊາດປະຈຳເຂດເລືອກຕັ້ງໃນຂອບເຂດ ທົ່ວປະເທດໄດ້ມີຄວາມຮູ້, ຄວາມສາມາດ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຂະບວນການອະນຸມັດການລົງທຶນພາກລັດ ແລະ ເອກະຊົນທັງພາຍໃນ ແລະ ຕ່າງປະເທດ ແລະ ເຄື່ອງມືທີ່ນຳໃຊ້ໂດຍລັດຖະບານໃນການຄຸ້ມຄອງການລົງທຶນ ແລະ ຜົນກະທົບ ຂອງການລົງທຶນຕ່າງໆຕໍ່ສິ່ງແວດລ້ອມ ແລະ ສັງຄົມແນໃສ່ນຳໄປຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ມີປະ ສິດທິຜົນ ຍິ່ງຂຶ້ນ.
     ການອົບຮົມຄັ້ງນີ້, ບັນດາສຳມະນາກອນໄດ້ແລກປ່ຽນຄວາມຮູ້, ຄວາມເຂົ້າໃຈກັບວິທະຍາກອນທີ່ມີປະສົບການໃນການ ຈັດຕັ້ງປະຕິບັດວຽກງານຕົວຈິງຈາກຂະແໜງກ່ຽວຂ້ອງ, ເຂົ້າໃຈເລິກເຊິ່ງກ່ຽວກັບປະເພດ ແລະ ຮູບພາບຂອງການລົງທຶນ ໃນ ສປປ ລາວ, ຂັ້ນຕອນ ແລະ ກົນໄກການປະສານໃນການກະກຽມການສ້າງແຜນພັດທະນາ ເສດຖະກິດ-ສັງຄົມປະຈຳປີ, ການ ສ້າງແຜນການລົງທຶນຂອງພາກລັດ ແລະ ເຄື່ອງມືສຳລັບການຕິດຕາມກວດກາ ແລະ ຄຸ້ມຄອງລົງທຶນຂອງພາກລັດ, ການຄຸ້ມ ຄອງການລົງທຶນ ແລະ ຂະບວນການອະນຸມັດການລົງທຶນພາກເອກະຊົນສຳລັບໂຄງການສຳປະທານໃນຂະແໜງການຕ່າງໆ, ການຄຸ້ມຄອງ ແລະ ການຕິດຕາມກວດກາການຕີລາຄາລົງທຶນ, ການຕີລາຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ ຕະຫລອດເຖິງການ ຕິດຕາມກວດກາການຈັດຕັ້ງປະຕິບັດພັນທະຕໍ່ສິ່ງແວດລ້ອມ ແລະ ສັງຄົມນຳອີກ.

No comments:

Post a Comment