Ad

Ad

20 August 2014

ສັງຄົມຢາກໃຫ້ການອອກຫວຍພັດທະນາໂປ່ງໃສກວ່າເກົ່າ



     ບໍລິສັດ ລັດວິສາຫະກິດ ຫວຍພັດທະນາພາຍໃຕ້ການຄຸ້ມຄອງກະຊວງການເງິນ ໄດ້ຮັບການສ້າງຕັ້ງ ຂຶ້ນເພື່ອຈຸດປະສົງຕົ້ນຕໍແມ່ນເລັງໃສ່ຂຸດຄົ້ນແຫລ່ງລາຍຮັບຈາກ ທົ່ວສັງຄົມພ້ອມກັນປະກອບສ່ວນ ເຂົ້າໃນການສ້າງສາພັດທະນາປະເທດຊາດ, ໂດຍໄລຍະທຳອິດຫົວໜ່ວຍວິສາຫະກິດດັ່ງກ່າວໄດ້ມີການປັບປຸງຂອດບໍລິການ ໄດ້ດີເທື່ອລະກ້າວ ແລະ ສາມາດສ້າງລາຍຮັບມອບພັນທະໃຫ້ແກ່ງົບປະມານເປັນ ກ້ອນເງິນຈຳນວນຫລາຍຕື້ກີບໃນແຕ່ລະປີຊຶ່ງໃນເວລານັ້ນການອອກຫວຍແຕ່ລະ ຄັ້ງນັບວ່າສ້າງຄວາມພໍໃຈໃຫ້ກັບສັງຄົມເປັນຢ່າງດີ. ເນື່ອງຈາກການຈັດຕັ້ງອອກຫວຍແຕ່ລະຄັ້ງແມ່ນມີຄວາມໂປ່ງໃສ ໂດຍໄດ້ເຊີນພະ ນັກງານຜູ້ຕາງໜ້າທຸກພາກສ່ວນລວມໄປເຖິງຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນໃນລະດັບຂັ້ນສູນກາງເຂົ້າຮ່ວມເປັນສັກຂີພິຍານມີການຖ່າຍທອດຜ່ານສື່ອີເລັກໂຕນິກ ເຊັ່ນ: ວິທະຍຸກະຈາຍສຽງ, ໂທລະພາແຫ່ງຊາດ ແລະ ແຈ້ງຜົນຫວຍ ຜ່ານສື່ສິ່ງພິມ, ແຕ່ເປັນໜ້າເສຍດາຍເມື່ອທຽບໃສ່ປັດ ຈຸບັນນີ້ເຫັນວ່າໄກກັນຫລາຍຄ້າຍກັບມີລັກສະນະແບບປິດຫູບັງຕາສັງຄົມໃນການອອກຫວຍແຕ່ລະຄັ້ງ.

     ແນວໃດກໍດີ ເຖິງວ່າກະຊວງການເງິນຈະຫັນໄປສູ່ຮູບການກຳມະສິດອື່ນຈາກການຄຸ້ມຄອງຂອງລັດ ຫລື ພາກສ່ວນອື່ນໆ ຮັບສຳປະທານຕໍ່ແຕ່ຫົວຄວັນໃບຫວຍແຕ່ລະໃບຊ້ຳພັດຍັງອອກຊື່ກະຊວງການເງິນ, ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ຖືວ່າຍັງອອກໜ້າອອກຕາຂອງລັດເປັນເຈົ້າຄຸ້ມຄອງຄືເກ່ົາ, ຊຶ່ງສິ່ງເຫລົ່ານີ້ສັງຄົມກໍບໍ່ມີຄວາມແປກປະຫລາດໃຈພໍປານໃດ, ແຕ່ ກໍຂໍໃຫ້ເຈົ້າຂອງຫວຍຜູ້ໃຫ້ບໍລິການ, ຫວຍພັດທະນາທົ່ວປະເທດຄວນສຳນຶກຄືນການອອກຫວຍແຕ່ລະຄັ້ງຕ້ອງມີຄວາມ ຈິງ ໃຈບໍລິສຸດໂປ່ງໃສ, ນອກຈາກຖ່າຍທອດຜ່ານວິທະຍຸກະຈາຍສຽງແຫ່ງຊາດແລ້ວກໍຕ້ອງໄດ້ຜ່ານການຖ່າຍທອດສົດ ທາງ ໂທລະພາບແຫ່ງຊາດຄືດັ່ງທີ່ເຄີຍປະຕິບັດມາຫລາຍປີກ່ອນ, ການອອກຫວຍກໍບໍ່ຄວນໃຫ້ມີການຊ້ຳຊາກອອກເລກເກົ່າຕະ ຫລອດຄື ດັ່ງອາທິດຜ່ານມາການອອກ ຫວຍເລກທ້າຍ 3 ໂຕອອກ 021 ເຂົາຮ້ອງນາມສັດວ່າ ນົກແອ່ນ, ຄັ້ງຕໍ່ມາອອກ 201 ນາມສັດ ເປັນເລກປານ້ອຍ ແລະ ຄັ້ງຕໍ່ມາຊ້ຳພັດອອກ 121 ນາມສັດເປັນນົກແອ່ນຄືເກົ່າ ບໍ່ສະເພາະແຕ່ເທົ່ານີ້ ໃນຫລາຍ ເດືອນຜ່ານມາການອອກຫວຍພັດທະນາຍັງຊ້ຳຊ້ອນຫລົບໄປຫລົບມາເປັນເລກເກົ່າເຮັດໃຫ້ຜູ້ຊື້ຂາດຄວາມເຊື່ອຖືຕໍ່ຫວຍພັດທະນາຂອງລາວ ຈາກບ່ອນນັ້ນຈຶ່ງກໍໃຫ້ເກີດມີສຽງຈົ່ມວ່າຈາກຊັ້ນຄົນຕ່າງໆທີ່ເຂົ້າຮັບບໍລິການຊື້ຫວຍດັ່ງກ່າວຢ່າງແຜ່ຫລາຍ, ໃນຂະນະດຽວ ກັນຈຳພວກຄົນຂາຍຫວຍເຖື່ອນຊ້ຳພັດດີໃຈ ເຂົ້າຂ້າງກັບຄະນະຮັບຜິດຊອບຫວຍພັດທະນາດ້ວຍການຍ້ອງຍໍຊົມເຊີຍວ່າ ມີຫົວຄິດປະດິດສ້າງມີຄວາມສະຫລາດຫລັກແຫລມສາມາດກິນຫົວຜູ້ຊື້ໄດ້ຢ່າງງ່າຍດາຍເພາະວ່າເຂົາເຈົ້າກໍແມ່ນກຸ່ມຂາຍ ຫວຍຊອກເງິນເຂົ້າຖົງຄືກັບໜ່ວຍຈຳໜ່າຍຫວຍພັດທະນາໃນປັດຈຸບັນ.

No comments:

Post a Comment