Ad

Ad

20 August 2014

ແພດລາວຮຽນຮູ້ວິທີນຳໃຊ້ເຄື່ອງກວດຮ່າງກາຍທັນສະໄຫມ



     ບໍລິສັດຊີເມັນ ແລະ ບໍລິສັດ ຊີບີ ເອຟ ໄດ້ນຳເຂົ້າເຄື່ອງມືສະແກນຮ່າງກາຍ ຄົນເຈັບປະເພດ CT ແລະ MRI ເພື່ອຊ່ວຍ ໃນການບົ່ງມະຕິພະ ຍາດໃຫ້ວ່ອງໄວ ຂຶ້ນ ໂດຍສະເພາະ ຜົ້ງເອິກ, ຜົ້ງທ້ອງ, ທ້ອງນ້ອຍ, ລະ ບົບເສັ້ນເລືອດ, ຫົວໃຈ ແລະ ກະ ດູກເພື່ອເຮັດໃຫ້ການນຳໃຊ້ເຄື່ອງດັ່ງກ່າວມີຄຸນນະພາບສູງ ແລະ ມີອາຍຸ ການນຳ ໃຊ້ທີ່ຍາວນານ, ທາງບໍລິສັດນຳເຂົ້າໄດ້ເຊີນ ບັນດາຜູ້ຕາງໜ້າສາທາລະນະສຸກ ແລະ ນັກວິຊາການ ການແພດຈາກທຸກແຂວງໃນທົ່ວປະເທດເຂົ້າຮ່ວມກອງປະຊຸມສຳມະ ນາ, ເຊິ່ງຈັດຂຶ້ນໃນອາທິດທີ່ຜ່ານມາຢູ່ນະຄອນຫລວງວຽງຈັນເພື່ອຍົກລະດັບຄວາມຮັບຮູ້ໃໝ່ທາງເຕັກນິກວິຊາການຂອງ ການ ນຳໃຊ້ເຄື່ອງຈັກກວດສຸຂະພາບດັ່ງກ່າວໃຫ້ເກີດຜົນປະໂຫຍດສູງສຸດໃນການໃຫ້ບໍລິການດ້ານການແພດ.
     ປັດຈຸບັນ, ຂະແໜງສາທາລະ ນະສຸກຂອງລາວ ມີເຄື່ອງ CT Scan 2 Slices ຈຳນວນ 3 ເຄື່ອງ ແລະ CT Scan 4 Slices ຈຳນວນ 2 ເຄື່ອງ ເພື່ອຮັບໃຊ້ເຂົ້າໃນວຽກ ງານສາທາລະນະສຸກ, ເຄື່ອງ ສະແກນປະເພດດັ່ງກ່າວຈະມີຄວາມໄວສູງ ສາມາດບົ່ງມະຕິໄດ້ຫລາຍຢ່າງບໍ່ວ່າຈະເປັນຊີ້ນປົ່ງ ຢູ່ປອດ, ຖົງໜອງທີ່ເກີດຈາກໄສ້ ຕິ່ງອັກເສບ, ເສັ້ນເລືອດດ້ານໃນປຸ້ງ ແລະ
ກ່ຽວກັບລະບົບເສັ້ນ ເລືອດຕ່າງໆໃນຮ່າງກາຍ. ການ ນຳໃຊ້ເຄື່ອງມືສະແກນ CT ແມ່ນ ຊ່ວຍໃນການຕັດເອົາຊິ້ນສ່ວນ ຫລື ການດູດເອົາຂອງເສຍອອກ ຈາກຮ່າງກາຍ ແລະ ຍັງສາມາດຊ່ວຍໃນການແກ້ໄຂຄວາມ ເຈັບປວດ. ນອກນີ້ເຄື່ອງດັ່ງ ກ່າວຍັງ ເປັນເຄື່ອງຈັກສຳລັບລັງສີວິທະຍາຂະແໜງການສາທາລະນະສຸກໄດ້ນຳໃຊ້ຢ່າງກວ້າງ ຂວາງ. ສຳລັບເຄື່ອງສະແກນ MRI ເປັນ ເຄື່ອງຈັກທີ່ທັນສະໄໝບໍ່ມີປະລິມານລັງສີ, ບໍ່ເປັນອັນຕະລາຍຕໍ່ຄົນເຈັບ, ມີປະສິດທິ ພາບສູງ ແລະ ປອດໄພ. ຂະນະດຽວ ກັນ, ເຄື່ອງປະເພດນີ້ແມ່ນມີລາຄາແພງ, ຫ້າມໃຊ້ກັບຜູ້ທີ່ໃສ່ເຄື່ອງກະຕຸ້ນຫົວໃຈ, ຜູ້ທີ່ໃສ່ຫູ ທຽມຊະນິດຝັງ. ການກວດ ດ້ວຍລະບົບ MRI ແມ່ນສາມາດກວດໄດ້ຫລາຍຢ່າງທີ່ນອນຢູ່ໃນລະບົບປະສາດ, ລະບົບຫົວໃຈ, ລະບົບເສັ້ນເລືອດ ແລະ ອື່ນໆ.
     ໃນກອງປະຊຸມສຳມະນາ ທ່ານ ດຣ. ຈິນດາ ວົງສຸລິ ຜູ້ອຳ ນວຍການ ບໍລິສັດ ຊີບີເອຟ ຟາຣ ມາ ຈຳກັດ ໄດ້ກ່າວວ່າ: ການ ນຳເຂົ້າເຄື່ອງສະແກນສອງຊະນິດມາຮັບໃຊ້ໃນວົງການແພດຂອງລາວຈະເຮັດໃຫ້ການກວດສຸຂະພາບເພື່ອບົ່ງມະຕິພະຍາດຢູ່ ໂຮງໝໍແຕ່ລະແຫ່ງມີປະສິດທິພາບທັງເປັນການຍົກລະດັບວຽກງານສາທາລະນະສຸກຫັນໄປສູ່ຄວາມທັນສະໄໝເທື່ອລະກ້າວ.

No comments:

Post a Comment