Ad

Ad

20 August 2014

ກອງປະຊຸມໄອປາຄັ້ງທີ 35 ມີຫົວຂໍ້ “ ປັບປຸງການຮ່ວມມືໃຫ້ເຂັ້ມແຂງເພື່ອສ້າງປະຊາຄົມອາຊຽນ ”



     ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສະມັດຊາລັດຖະສະພາລະ ຫວ່າງຊາດ ອາຊຽນ (ໄອປາ) ຄັ້ງທີ 35 ຢູ່ນະຄອນຫລວງວຽງຈັນ. ແຕ່ວັນທີ 14-20 ກັນຍາ 2014 ພາຍໃຕ້ຫົວຂໍ້ “ ປັບປຸງການຮ່ວມມືລັດຖະສະພາໃຫ້ເຂັ້ມແຂງ ເພື່ອສ້າງ ປະຊາຄົມອາຊຽນ ” ກອງປະຊຸມດັ່ງກ່າວຈະເປັນເວທີໜຶ່ງເພື່ອຍົກສູງຖານະບົດບາດ ຂອງລາວກໍຄືບົດບາດ ຂອງສະ ພາແຫ່ງຊາດໃຫ້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ, ທັງເປັນໂອກາດອັນດີສຳລັບການໂຄສະນາແນວທາງນະໂຍບາຍ ຂອງພັກ ແລະ ລັດທາງດ້ານການເມືອງ, ເສດຖະກິດ- ສັງຄົມ, ວັດທະນະທຳ, ຮີດຄອງປະ ເພນີອັນດີງາມຂອງລາວຕໍ່ສາກົນ ໂດຍສະເພາະກໍເພື່ອການດຶງດູດນັກລົງທຶນ ແລະ ນັກທ່ອງທ່ຽວຕ່າງປະເທດໃຫ້ ເຂົ້າມາລົງທຶນ ແລະ ທ່ຽວຊົມປະເທດເຮົາ ຫລາຍຂຶ້ນ.
      ທ່ານ ດຣ ກຸແກ້ວ ອັກຄະມົນຕີ ປະທານຄະນະກຳມາທິການຕ່າງປະເທດສະພາແຫ່ງຊາດ, ກຳມະການຊີ້ນຳລະດັບ ຊາດ ກອງປະຊຸມໄອປາ ຄັ້ງທີ 35 ທັງເປັນກຳມະການເນື້ອໃນ, ຕາງໜ້າໃຫ້ສະພາແຫ່ງຊາດຖະແຫລງຕໍ່ສື່ມວນຊົນໃນວັນທີ 18 ສິງຫານີ້ວ່າ: ກອງປະຊຸມດັ່ງກ່າວແມ່ນມີຄວາມໝາຍສຳຄັນ ຍິ່ງໃນການຮ່ວມມືກັບຕ່າງປະເທດບົນພື້ນຖານແນວທາງການ
ຕ່າງປະເທດຂອງ ສປປ ລາວ ສັນຕິພາບ, ເອກະລາດ, ມິດຕະ ພາບ ແລະ ການຮ່ວມມື ການພັດທະນາ, ຮັດແໜ້ນຄວາມ ສາມັກຄີລະຫວ່າງ ສປປ ລາວ ແລະ ບັນດາປະເທດໃນ ພາກພື້ນ ແລະ ສາກົນ, ຍົກສູງຖານະບົດບາດຂອງລາວກໍຄືບົດບາດ ຂອງສະພາແຫ່ງຊາດລາວ ໃຫ້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ, ເປັນກາລະໂອກາດອັນດີສຳລັບການໂຄສະນາແນວ ທາງນະໂຍບາຍອັນຖືກຕ້ອງຂອງພັກ ແລະ ລັດຖະບານ ແລະ ຄາດວ່າຜົນສຳເລັດຂອງກອງປະຊຸມຄັ້ງນີ້, ຈະເປັນບົດຮຽນ ແລະ ປະສົບການອັນລ້ຳຄ່າໃຫ້ແກ່ການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານຕ່າງປະເທດຂອງລາວກໍຄືຂອງສະພາແຫ່ງ ຊາດໂດຍສະເພາະການພັດທະນາຊັບພະຍາກອນມະນຸດ.
      ທ່ານ ດຣ ກຸແກ້ວ ກ່າວ ວ່າ: ໃນກອງປະຊຸມ, ບັນດາຜູ້ເຂົ້າຮ່ວມຈະໄດ້ມີໂອກາດພົບປະສົນທະນາ, ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນເຊິ່ງກັນ ແລະກັນກ່ຽວກັບການຈັດຕັ້ງປະຕິບັດວຽກງານການຮ່ວມມືໃນຂົງເຂດການເມືອງ, ເສດ ຖະກິດ ແລະ ວັດທະນະທຳ ເພື່ອແນໃສ່ຊຸກຍູ້ສົ່ງເສີມການຄ້າ, ການລົງທຶນ ແລະ ການພັດທະນາບົນພື້ນຖານການພັດທະນາ ແບບຍືນຍົງ ແລະ ແກ້ໄຂຄວາມທຸກຍາກໃຫ້ແກ່ປະຊາຊົນ.

No comments:

Post a Comment