Ad

Ad

21 August 2014

ທົ່ວປະເທດປັກດຳນາປີສຳເລັດແລ້ວ 735 ພັນກວ່າເຮັກຕາ



      ກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ວ່າ: ມາຮອດກາງເດືອນສິງຫານີ້ທົ່ວປະເທດສາມາດປັກດຳເຂົ້າ ນາປີສຳເລັດແລ້ວ 735.806 ເຮັກຕາ, ເທົ່າກັບ 95 % ຂອງແຜນການ 772.600 ເຮັກຕາ, ໃນນີ້ຢູ່ພາກເໜືອ ປະຕິບັດໄດ້ 99 ພັນກວ່າ ເຮັກຕາເທົ່າກັບ 90%, ພາກກາງ 425 ພັນກວ່າເຮັກຕາເທົ່າກັບ 97% ແລະ ພາກ ໃຕ້ປະຕິບັດໄດ້ 211 ກວ່າ ເຮັກຕາ, ເທົ່າກັບ 95%, ໃນນັ້ນ ປັກດຳແລ້ວ 100% ມີແຂວງຜົ້ງສາລີ, ວຽງຈັນ, ໄຊສົມບູນ ແລະ ແຂວງບໍລິຄຳໄຊ ແລະ ເມື່ອ ທຽບໃສ່ປີຜ່ານມາການປັກດຳນາປີປີນີ້ແມ່ນຍັງຢູ່ໃນເກນ ປົກ ກະຕິ, ສຳລັບການປູກພືດຕ່າງໆໃນເນື້ອທີ່ແຜນການ 631.500 ເຮັກຕາ, ມາຮອດປັດ ຈຸບັນທົ່ວປະເທດສາມາດ ປູກໄດ້ຫຼາຍກວ່າ 326 ພັນເຮັກຕາ, ເທົ່າກັບ 50% ຂອງແຜນການ, ໃນນີ້ ພາກເໜືອປະຕິບັດໄດ້ 147 ພັນ ກວ່າເຮັກຕາ, ພາກກາງ 83 ພັນກວ່າເຮັກຕາ ແລະ ພາກໃຕ້ 95 ພັນກວ່າເຮັກຕາ ແລະ ເພື່ອ ຮັບປະກັນໃຫ້ການຜະລິດມີສະມັດຖະພາບ, ຂະແໜງການກະສິກຳ-ປ່າໄມ້ໄດ້ສືບຕໍ່ຈັດສົ່ງວິຊາການລົງຊ່ວຍ ເຫຼືອກະສິກອນ ບ່ອນທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດເພື່ອໃຫ້ການປັກດຳສຳເລັດຕາມຄາດໝາຍທີ່ວາງໄວ້, ພ້ອມນັ້ນກໍໄດ້ ເຕືອນໃຫ້
ກະສິກອນເອົາໃຈໃສ່ຕໍ່ບັນຫາທ້າທາຍຕ່າງໆທີ່ອາດຈະເກີດຂື້ນໃນການຜະລິດລະດູຝົນນີ້ເປັນຕົ້ນການຕ້ານແລ້ງ, ຕ້ານຖ້ວນເຊິ່ງ ປະເທດເຮົາເຄີຍປະສົບມາແລ້ວ ແລະ ​ສ້າງຄວາມເສຍຫາຍໃຫ້ແກ່ຜົນຜະລິດໃນແຕ່ລະທ້ອງຖິ່ນເປັນຈຳນວນບໍ່ໜ້ອຍ, ກະ ຊວງດັ່ງກ່າວໃຫ້ຮູ້ວ່າ: ຕະຫຼອດ 1 ເດືອນຜ່ານມາໄດ້ເກີດມີສະພາບຝົນ ຕົກຕໍ່ເນື່ອງຫຼາຍວັນເຮັດໃຫ້ເກີດນ້ຳຖ້ວມຂັງ ໃນຫຼາຍ ພື້ນທີ່ຢູ່ຫຼາຍແຂວງ, ສົ່ງຜົນໃຫ້ເນື້ອ ທີ່ກະສິກຳ ແລະ ສັດ ລ້ຽງຈຳນວນໜຶ່ງຖືກເສຍຫາຍຄື: ແຂວງສາລະວັນ ມີເນື້ອທີ່ນາ ເສຍຫາຍ 4.275 ເຮັກຕາ, ເນື່ອທີ່ປູກພືດ 68 ເຮັກຕາ, ຈຳປາສັກ ມີເນື້ອທີ່ນາ ເສຍຫາຍ 2.645 ເຮັກຕາ, ເນື້ອທີ່ປູກພືດ 918 ເຮັກຕາ ແລະ ແຂວງຄຳ ມ່ວນມີເນື້ອທີ່ນາ ແລະ ປູກພືດເສຍຫາຍ 1.030 ເຮັກຕາ, ພ້ອມນັ້ນກໍມີສັດລ້ຽງຈຳນວນໜຶ່ງ ຕາຍຍ້ອນຖືກນ້ຳຖ້ວມໃນລະດູຝົນປີນີ້. ຕໍ່ບັນຫາດັ່ງກ່າວທາງຂະແໜງກະສິກຳ ແລະ ປ່າໄມ້ກໍໄດ້ລົງສົມທົບກັບອຳນາດການ ປົກຄອງທ້ອງຖິ່ນເຂດທີ່ໄດ້ຜົນກະທົບເພື່ອເກັບກູ້ ແລະ ຟື້ນຟູຜົນກະທົບໃຫ້ສາມາດຜະລິດໄດ້ໂດຍໄວ.

No comments:

Post a Comment