ຄືດັ່ງທີ່ພວກເຮົາຮູ້ນຳກັນວ່າ: ນັບແຕ່ທ້າຍເດືອນກໍລະກົດຫາຕົ້ນ
ເດືອນສິງຫາ, ໄດ້ເກີດມີສະພາບຝົນຕົກໜັກຕິດຕໍ່ກັນ ຫລາຍວັນຢູ່ບາງແຂວງພາກເໜືອ, ພາກກາງ ແລະ
ພາກໃຕ້ ອັນໄດ້ເຮັດໃຫ້ນ້ຳຢູ່ຕາມ ຫ້ວຍ ຮ່ອງ ແລະ ແມ່ນ້ຳລຳເຊຕ່າງໆ ຍຶ່ງຂຶ້ນ ໄຫລຖ້ວມເຮືອນຊານບ້ານຊ່ອງ,
ໄຮ່ນາ, ຮົ້ວສວນຂອງປະຊາຊົນກໍ ໃຫ້ ເກີດມີການ ເສຍຫາຍທາງ ຜົນລະປູກ, ສັດລ້ຽງ ແລະ ບາງແຂວງກໍເກີດມີການເສຍຊີວິດເປັນ ຕົ້ນຢູ່ແຂວງຈຳປາສັກ
ແລະ ແຂວງວຽງຈັນ.
ເຖິງຢ່າງໃດກໍດີຕາມການຄາດຄະເນຂອງກົມອຸຕຸນິຍົມ
ແລະ ອຸທົກກະສາດ ເມື່ອອາທິດຜ່ານມາວ່າ: ໃນ 3 ເດືອນຕໍ່ໜ້າ ນັບແຕ່ດືອນສິງຫາ-ຕຸລາ 2014 ຈະມີຝົນຕົກໜັກເປັນບາງໂອກາດຢູ່ທົ່ວທຸກພາກຂອງປະເທດຊຶ່ງອາດຈະກໍ່ໃຫ້ເກີດນ້ຳຖ້ວມ
ຊຸກະທັນຫັນ ແລະ ຖ້ວມ ຍຶ່ງໄດ້ຕາມລຳແມ່ນ້ຳຂອງໃນລະຫວ່າງເດືອນສິງຫາ-ກັນຍາ, ສະພາບພະຍຸຈະກໍຕົວຂຶ້ນຢູ່ມະຫາ
ສະໝຸດປາຊີຟິກ ແລະ ທະເລຈີນໃຕ້ຍັງຢູ່ປະມານ 16-18 ຫົວ ແລະ ອາດຈະພັດຜ່ານລາວອີກ 2-3 ຫົວ
ແລະ ສະພາບລະ ດັບນ້ຳຂອງ ແລະ ສາຂາແມ່ນ້ຳຕ່າງໆຈະມີທ່າ ອ່ຽງຂຶ້ນ-ລົງເປັນໄລຍະ, ຈະມີນ້ຳໄຫລຊຸແຮງ,
ດິນເຈື່ອນ, ນ້ຳຖ້ວມຍຶ່ງ, ນ້ຳ ຖ້ວມກະທັນຫັນຢູ່ເຂດແຂວງ ພາກເໜືອ-ພາກໃຕ້ ແລະ ຈະເຮັດໃຫ້ການຄົມມະນາຄົມທາງບົກ,
ທາງນ້ຳປະສົບກັບຄວາມ
ຫຍຸ້ງຍາກລວມໄປເຖິງການດຳລົງຊີວິດຂອງປະຊາຊົນທີ່ຢູ່ໃກ້ກັບເຂດສ່ຽງໄພຕາມເຂດຮ່ອມພູ
ແລະ ຢູ່ໃກ້ແຄມແມ່ ນ້ຳສາຂາຕ່າງໆ.
ຈາກການຄາດຄະເນທີ່ກ່າວມາຂ້າງເທິງນີ້ນັບວ່າຍັງມີຄວາມສ່ຽງສູງຕໍ່ສະພາບນ້ຳຖ້ວມທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ,
ດັ່ງນັ້ນ, ເພື່ອສະກັດກັ້ນ ແລະ ຮັບມືຕ້ານກັບໄພພິບັດດັ່ງກ່າວ, ຄະນະຕ້ານແລ້ງ, ຕ້ານຖ້ວມທຸກຂັ້ນ,
ໂດຍສະເພາະແມ່ນຂະແໜງກະ ສິກຳປ່າໄມ້, ຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມລວມໄປເຖິງກຳລັງປ້ອງກັນຊາດປ້ອງກັນຄວາມ
ສະຫງົບທີ່ເປັນກຳລັງຫລັກຈະໄດ້ສຸມທຸກກຳລັງແຮງເຂົ້າໃນການຕ້ານໄພພິບັດທີ່ອາດຈະເກີດຂຶ້ນ ແລະ
ຈະນຳໄປສູ່ຄວາມສູນ ເສຍທາງດ້ານຊີວິດຂອງປະຊາຊົນຄືດັ່ງທີ່ເກີດຂຶ້ນມາແລ້ວເພື່ອເຮັດໃຫ້ພວກເຮົາຕ້ອງສຸມໃສ່ສະກັດກັ້ນຫລຸດຜ່ອນການ
ສູນເສຍທາງດ້ານຊີວິດ ແລະ ຊັບສິນຂອງ ປະຊາຊົນທີ່ອາດຈະເກີດຂຶ້ນເປັນຮອບທີ 2 ຢູ່ຫລາຍທ້ອງຖິ່ນ,
ຊຶ່ງຮອບທຳອິດຂອງ ປີນີ້ໄດ້ເກີດມີສະພາບນ້ຳຖ້ວມຢູ່ຫລາຍເຂດໃນບາງແຂວງເປັນຕົ້ນຢູ່ເຂດເມືອງໂພນໄຊແຂວງຫລວງພະບາງ,
ແຂວງຄຳມ່ວນມີ ບາງບ້ານທີ່ຢູ່ໃກ້ແມ່ນ້ຳໃຫຍ່ເປັນຕົ້ນນ້ຳຫີນບູນ, ເຊບັ້ງໄຟ, ຢູ່ແຂວງສະຫວັນນະເຂດມີຫລາຍບ້ານທີ່ຕັ້ງຢູ່ແຄມນ້ຳເຊນ້ອຍ
ເຊັ່ນ: ເຊຈຳພອນ, ເຊຊຳຊອຍທີ່ປ່ອງລົງໃສ່ນ້ຳເຊບັ້ງຫຽງໄດ້ຖືກນ້ຳຖ້ວມສ້າງຄວາມເສຍຫາຍນັບເປັນຈຳ
ນວນຫລາຍຮ້ອຍ ເຮັກຕາເຊັ່ນດຽວກັບຢູ່ບາງເມືອງແຂວງສາລະວັນ ແລະ ແຂວງຈຳປາສັກກໍເກີດບັນຫາໄພນ້ຳ
ຖ້ວມຢ່າງຮ້າຍແຮງສົມຄວນ.

No comments:
Post a Comment