Ad

Ad

21 August 2014

ສານນະຄອນຫລວງຕັດສິນລົງໂທດໂຈນອັນຕະລາຍຈຳຄຸກ 3 ປີເຄິ່ງ



      ພວກກ່ຽວຮ່ວມກັນເຄື່ອນໄຫວ ລັກຊັບພົນລະເມືອງຫລາຍຄັ້ງຄືລັກລົດ ຈັກ ຫລາຍຄັນໃນເຂດ ບ້ານໂພນ ປ່າເປົ້າ ເມືອງຈັນທະບູລີບ້ານນາໄຫ ເມືອງຫາດຊາຍ ຟອງ, ບ້ານໂພນສີນວນ ເມືອງໄຊເສດຖາ ແລະ ເຂດ ອື່ນໆໃນນະຄອນຫລວງ ວຽງຈັນ, ໂດຍທັງສອງແມ່ນໂຈນຕົວອັນຕະ ລາຍທີ່ເຄື່ອນໄຫວກໍ່ຄວາມບໍ່ສະຫງົບ ແລະ ສ້າງຄວາມເສຍຫາຍຕໍ່ຊັບສີນ ຂອງພົນລະເມືອງໃນສັງຄົມ ແລະ ຜ່ານມາ, ພວກກ່ຽວກໍເຄີຍຖືກດັດສ້າງ ຢູ່ສູນບຳບັດສົມສະຫງ່າຫລາຍຄັ້ງແລ້ວ, ແຕ່ຍັງ ບໍ່ມີຄວາມເຂັດຫລາບຈຶ່ງຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີຕາມລະບຽບກົດໝາຍອີກ.
     ຫ້ອງຕຳຫລວດ ປກສ ນະຄອນຫລວງວຽງຈັນໃຫ້ຮູ້ ວ່າ: ໃນ 6 ເດືອນຜ່ານມານີ້, ຢູ່ນະຄອນຫລວງວຽງ ຈັນ ເກີດສະ
ພາບງັດແງະຊັບສີນຂອງພົນລະເມືອງ 89 ຄັ້ງ, ໃນນັ້ນສຳນັກງານລັດ 1 ຄັ້ງ, ເຮືອນປະຊາຊົນ 48 ຄັ້ງ, ບໍລິສັດ, ຫ້າງຮ້ານ ແລະ ໂຮງງານ 30 ຄັ້ງ, ໂຮງ ແຮມ-ເຮືອນພັກ 5 ຄັ້ງ ແລະ ອົງການຈັດຕັ້ງ ສາກົນ 5 ຄັ້ງ, ມີຊັບ ເສຍຫາຍ 1,4 ຕື້ກວ່າກີບ, 4 ລ້ານ ກວ່າບາດ (ສະກຸນເງິນໄທ), 3 ແສນກວ່າໂດລາ ສະຫະລັດ, 3 ພັນກວ່າເອີໂຣ, ຄຳຮູບປະພັນ 94 ບາດ, ລົດໃຫຍ່ 2 ຄັນ ແລະ ອື່ນໆ.

No comments:

Post a Comment