Ad

Ad

21 August 2014

ທີວີລາວຈະປັບປຸງຄຸນນະພາບລາຍການໃຫ້ດີຂຶ້ນກວ່າເກ່ົາ



     ພາຍຫລັງໄດ້ຮັບອະນຸຍາດຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ສະຖານີໂທລະ ພາບທີວີລາວ ໄດ້ສ້າງຕັ້ງຂຶ້ນໃນປີ 2012, ຊຶ່ງ ໄດ້ເລີ່ມ ທົດລອງອອກອາກາດ ໃນວັນທີ 6 ກຸມພາ 2013 ແລະ ໄດ້ອອກອາກາດຢ່າງ ເປັນປົກກະຕິໃນເດືອນມີນາ 2013 ຈົນມາຮອດປັດຈຸບັນ, ໂທລະພາບທີວີລາວ ເປັນອີກໜຶ່ງສະຖານີທີ່ສາມາດຕອບສະໜອງຂໍ້ມູນ ຂ່າວສານໃຫ້ກັບສັງຄົມໄດ້ເປັນ ຢ່າງດີ. ນອກນີ້ການອອກອາ ກາດຂອງທີວີລາວແມ່ນຜ່ານເຄື່ອງສົ່ງລະບົບດາວ ທຽມໄທຄົມ 5 ສາມາດຄວບຄຸມສັນຍານທົ່ວປະເທດ ແລະ ຫລາຍກວ່າ 26 ປະ ເທດໃນໂລກ. ພ້ອມນັ້ນຍັງໄດ້ ອອກອາກາດຜ່ານລະບົບດີຈີ ຕອນທີວີ (ກັບຮັ ບສັນຍານ ຫລື ແບບບໍ່ມີສາຍ) ຂອງບໍລິສັດ ລາວດີຈີຕອນທີວີ ແລະ ລະບົບເຄເບີ້ນ ທີວີ (ສາຍກາບ), ໂດຍ ກວມປະມານ 80% ຂອງເນື້ອທີ່ຜູ້ຮັບຊົມໂທລະພາບລາວ.
     ທ່ານ ດຣ. ຫົງຄຳ ສຸວັນນະວົງ ອຳນວຍການສະຖານີໂທລະພາບທີວີລາວໃຫ້ສຳພາດວ່າ: ໃນໄລຍະທຳ ອິດ, ໂທລະພາບທີ ວີລາວຖືກສ້າງຕັ້ງຂຶ້ນໃນຕົ້ນປີ 2011 ຊຶ່ງເລີ່ມຈາກການຊື້ເວລາອອກອາກາດຈາກໂທລະ ພາບຊາດຊ່ອງ 3, ເປັນເວລາ 2 ຊົ່ວ
ໂມງຕໍ່ມື້ທຳອິດແມ່ນມີ 7 ລາຍການທີ່ອອກອາກາດເຊິ່ງລວມມີລາຍ ການທ່ອງທ່ຽວ, ອາຫານ, ກິລາ, ລົດຍົນ, ໄອທີ ແລະ ອື່ນຕະຫລອດ ໄລຍະຜ່ານມາ, ທີວີລາວໄດ້ເຮັດໜ້າທີ່ ແລະ ພາລະບົດບາດຕາມແນວທາງນະໂຍບາຍຂອງພັກ ແລະ ລັດວາງ ອອກໄດ້ເປັນຢ່າງດີໂດຍສະເພາະການນຳເອົາຂໍ້ມູນຂ່າວສານ, ສາລະໜ້າຮູ້, ຄວາມບັນເທີງທີ່ມີປະໂຫຍດລົງສູ່ປະຊາຊົນໄດ້ ຢ່າງກວ້າງຂວາງ ໂດຍສະແດງອອກໃຫ້ເຫັນຢູ່ບ່ອນວ່າ: ມີການຖ່າຍທອດສົດກິລາຊີເກມຢູ່ປະເທດມຽນມາ, ແຂ່ງຂັນກິລານັກ ຮຽນມັດທະຍົມຄັ້ງທີ 5 ຢູ່ແຂວງຈຳປາສັກ ແລະ ເມື່ອບໍ່ດົນມານີ້ກໍໄດ້ຮັບລິຂະສິດຈາກຟີຟາເພື່ອຖ່າຍທອດສົດກິລາບານເຕະ ໂລກ 2014 ຊຶ່ງເປັນຄັ້ງທຳອິດທີ່ປະເທດລາວໄດ້ຮັບຊົມການຖ່າຍທອດສົດທັງໝົດ 64 ນັດ ແລະ ລາຍການຕ່າງໆທີ່ໜ້າສົນ ໃຈເພື່ອອອກອາກາດໃຫ້ຜູ້ຊົມໄດ້ຮັບຮູ້ຂໍ້ມູນຂ່າວສານການ ເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ວຽກດີຄົນເດັ່ນ ແລະ ອື່ນໆ. ປັດຈຸບັນມີລາຍການທີ່ອອກອາກາດທາງໂທລະພາບທີວີລາວ ຫລາຍກວ່າ 30 ລາຍການ, ໃນນັ້ນເປັນລາຍການຜະລິດ ເອງກວມ 90%. ສຳລັບທີວີລາວແມ່ນຈະເນັ້ນໃສ່ ລາຍການກິລາກາຍະກຳກວມເອົາ 40% ຂອງລາຍການທັງໝົດເພື່ອໃຫ້ ຜູ້ຊົມໄດ້ມີທາງເລືອກສາມາດຮັບຊົມໄດ້ຫລາຍຮູບແບບ ແລະ ແຕກຕ່າງຈາກສະຖານີອື່ນ ແລະ ໃນຕໍ່ໜ້ານີ້ສະຖານີໂທລະ ພາບທີວີລາວມີແຜນຈະພັດທະນາບຸກຄະລາກອນຕ້ອງໃຫ້ມີການຍົກລະດັບຄວາມຮູ້, ຄວາມສາມາດໄປຄຽງຄູ່ໄປກັບການນຳ ໃຊ້ເຕັກໂນໂລຢີທີ່ທັນສະໄໝ, ສ້າງລາຍການທີ່ດີ ແລະ ມີຄຸນນະພາບມາໃຫ້ຜູ້ຊົມໄດ້ຮັບຮູ້ຂໍ້ມູນຂ່າວສານຢ່າງວ່ອງໄວທັນ ການເພື່ອໃຫ້ຄຸນນະພາບລາຍການທຽບເທົ່າສາກົນເທື່ອລະກ້າວ.

No comments:

Post a Comment