Ad

Ad

21 August 2014

ລະວັງມີການນຳໃຊ້ສານກັບບູດໃສ່ອາຫານຫລາຍປະເພດວາງຂາຍຕາມທ້ອງຕະຫລາດ



     ຂະແໜງລ້ຽງສັດ ແລະ ການປະມົງອອກມາເຕືອນໃຫ້ສັງຄົມກໍຄືຜູ້ບໍລິໂພກ ມີສະຕິລະວັງຕົວໃນການ ຊື້ອາຫານທະເລ, ພືດຜັກ ແລະ ໝາກໄມ້ທີ່ວາງຂາຍຕາມ ທ້ອງຕະຫລາດທັງຢູ່ຕົວເມືອງ ແລະ ບັນດາແຂວງຕ່າງໆ, ເນື່ອງຈາກອາຫານຫລາຍ ປະເພດມີການນຳໃຊ້ສານກັນບູດ ຫລື ຟອກໂມນ ພຽງເພື່ອໃຫ້ຄົງຄວາມສົດໄວ້ດົນ, ແຕ່ບໍ່ໄດ້ຄິດເຖິງຄວາມອັນຕະລາຍຂອງ ຜູ້ບໍລິໂພກ.
      ທ່ານນາງ ພັດສະລີ ພິດສະໄໝ ຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງ ໃຫ້ຮູ້ວ່າ: ຜ່ານການລົງ ກວດກາເມື່ອເດືອນກໍ ລະກົດຜ່ານມານັ້ນ, ໄດ້ພົບເຫັນການນຳໃຊ້ສານເຄມີປົນເປື້ອນເກີນມາດຖານ ໃນອາຫານຫລາຍຊະນິດ ແລະ ໄດ້ສັ່ງໃຫ້ມີ  ການທຳລາຍຖິ້ມ, ປັດຈຸບັນ,ຂະແໜງການກ່ຽວຂ້ອງພວມສັ່ງຢາກວດສານເຄ ມີດັ່ງກ່າວເພື່ອມອບໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ຢູ່ແຕ່ລະເມືອງເພື່ອສືບຕໍ່ດຳເນີນການກວດຢ່າງເຂັ້ມງວດເນື່ອງຈາກການນຳໃຊ້ ສານເຄມີດັ່ງກ່າວເກີນມາດຕະຖານນັ້ນເປັນ ອັນຕະລາຍຢ່າງຮ້າຍແຮງຕໍ່ສຸຂະພາບຂອງຄົນກໍຄືຜູ້ບໍ ລິໂພກ. ເຊິ່ງຜົນ
ານກວດກາ 17 ຕົວຢ່າງທີ່ສົງໄສມີສານເຄມີປົນເປື້ອນ ໃນຕະຫລາດໃຫຍ່ສາມແຫ່ງຄືຕະຫລາດໜອງຈັນ, ໂພນສະຫວ່າງ ແລະ ທາດຫລວງພົບການນຳໃຊ້ສານກັນບູດ ໃນອາຫານ ຈຳນວນ 6 ຕົວ ຢ່າງເຊັ່ນ: ປາມຶກແຊ່ສົດ ແລະ ຊິ້ນສ່ວນສັດເຊັ່ນ: ຍໍ່ງົວ-ຄວາຍ, ຕັບ, ປອດ, ຫົວໃຈ ແລະ ຊິ້ນສ່ວນສັດປີກ ທີ່ນຳເຂົ້າຈາກຕ່າງປະເທດ. ສຳລັບໝາກໄມ້ສ່ວນ ຫລາຍແມ່ນກວ ດພົບໃນໝາກລິ້ນຈີ່, ໝາກໂປມ, ໝາກກ້ຽງ, ສ່ວນພືດຜັກ ແມ່ນໝາກຖົ່ວຍາວ, ຜັກກາດ, ໜໍ່ໄມ້ປິດ ແລະ ອື່ນໆ ໂດຍເຈົ້າ ໜ້າທີ່ໄດ້ນຳໄປທຳລາຍຖິ້ມທັງໝົດ, ພ້ອມຕັກເຕືອນບໍ່ໃຫ້ມີ ການກະທຳອີກຕໍ່ໄປຫາກກວດພົບອີກຈະດຳເນີນ ການລົງໂທດ ຕາມກົດໝາຍ.
        ແນວໃດກໍຕາມ,  ຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງກ່າວວ່າ: ການຫລີກເວັ້ນສານກັນບູດໃນອາຫານອາດ ເປັນເລື່ອງຍາກ, ແຕ່ເພື່ອຮັບປະກັນໄດ້ວ່າອາຫານທີ່ພວກເຮົາຊື້ຈະບໍ່ມີສານດັ່ງກ່າວເຈືອປົນນັ້ນ, ຜູ້ບໍລິໂພກຄວນສັງເກດລັກ ສະນະຂອງອາຫານວ່າມີຄວາມແຕກຕ່າງຈາກປົກກະຕິ ຫລືບໍ່ ໂດຍສະເພາະ ແມ່ນອາຫານທະເລ, ເຄື່ອງໃນສັດ ແລະ ຊິ້ນ ສ່ວນສັດປ່າຫາກບໍ່ມີແມງວັນຕອມແມ່ນມີຄວາມສ່ຽງສູງໃນການນຳໃຊ້ສານກັນບູດ.
     ສຳລັບສານກັນບູດແມ່ນສານຊະນິດໜຶ່ງທີ່ທາງການແພດໄດ້ນຳໃຊ້ໃນການດອງສົບບໍ່ໃຫ້ ເນົ່າເປື່ອຍ, ໃຊ້ຂ້າເຊື້ອພະຍາດ, ຂ້າ ເຊື້ອລາ ແລະ ເຮັດຄວາມສະອາດໃນຫ້ອງຄົນເຈັບ ແລະ ນຳໃຊ້ໃນອຸດສາຫະກຳ ອື່ນໆ. ສ່ວນການນຳໃຊ້ສານດັ່ງກ່າວໃສ່ໃນອາຫານແມ່ນຈະມີຜົນກະທົບຕໍ່ສຸຂະພາບ ແລະ ອາດເສຍຊີວິດໄດ້ ໃນທີ່ສຸດ.

No comments:

Post a Comment