Ad

Ad

21 August 2014

ມອບ-ຮັບຫນ້າທີ່ຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ



    ພິທີມອບ-ຮັບໜ້າທີ່ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກລະ ຫວ່າງທ່ານ ສີ​ສຸກ ພິລາ​ວົງ ຮັກສາ​ການຫົວໜ້າຄະນະ​ໂຄສະນາອົບຮົມ​ສູນ​ກາງ​ພັກຜູ້​ເກົ່າ ແລະ ທ່ານສາສະ ດາຈານ ດຣ ກິ​ແກ້ວ ​ໄຂ​ຄຳ​ພິທູນ ກຳມະການສູນກາງພັກ,​ ເລຂາ​ຄະນະ ພັກ, ຫົວໜ້າຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກຜູ້​ໃໝ່ ໄດ້ມີຂຶ້ນໃນ​ວັນ​ທີ 20 ​​ສິງຫານີ້ ຢູ່ຄະນະໂຄສະນາອົບ ຮົມສູນກາງພັກ ໂດຍການເຂົ້າຮ່ວມ ຂອງທ່ານ ຈັນ​ສີ ໂພ​ສີຄຳ ເລຂາທິ ການ​ສູນ​ກາງ​ພັກ, ຫົວໜ້າຄະນະ​ຈັດຕັ້ງສູນ​ກາງ​ພັກ, ມີ​ຄະນະ​ພັກ, ພະນັກງານລັດຖະກອນຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ​ເຂົ້າ​ຮ່ວມເຊິ່ງການມອບຮັບໜ້າທີ່ສຳຄັນຄັ້ງນີ້ ເປັນ​ການ​ປະຕິບັດ​ຕາມ​ມະຕິຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກວ່າ​ດ້ວຍ​ການ​ແຕ່ງຕັ້ງ,​ ຍົກ​ຍ້າຍພະນັກງານ​ການ​ນຳເພື່ອ​ຕອບ​ສະໜອງຄວາມ​ຮຽກ ຮ້ອງ​ຕ້ອງການ​ຂອງ​ໜ້າທີ່​ການ​ເມືອງ.
      ທ່ານ ສີ​ສຸກ ພິລາ​ວົງ ​ໄດ້​ລາຍ​ງານ​​ກ່ຽວກັບ​ສະພາບ​ການ ເຄື່ອນ​ໄຫວ​ປະຕິບັດໜ້າທີ່ເປັນ​ຜູ້​ຮັກສາ​ການ​ໃນ​ໄລຍະ​ສາມ​ເດືອນ​ຜ່ານ​ມາວ່າ​: ໄດ້ສືບຕໍ່​ປັບປຸງ​ສະ ພາບ​ແນວ​ຄິດ​ຂອງ​ພະນັກງານ, ວຽກພັກ-ພະນັກງານ, ການ​ເຄື່ອນ​ໄຫວ​ວຽກງານ​ວິຊາ​
ສະ​ເພາະ, ວຽກງານ​ອົບຮົມ, ວຽກງານ​ສັງ​ລວມ ​ແລະ ຂໍ້​ມູນ​ຂ່າວສານ, ວຽກງານ​ພັດທະນາ​ພື້ນຖານ​ໂຄງ​ລ່າງ ​ແລະ ວຽກງານ​ຈຸດ​ສຸມ​ສຳລັບ​ປີ 2015.​ ສິ່ງສຳຄັນ​ແມ່ນ​ກະກຽມ​ເນື້ອ​ໃນການ​ສະ ຫລອງ​ວັນ​ສຳຄັນ​ຂອງ​ຊາດ ແລະ ກອງ​ປະຊຸມ​ໃຫຍ່​ຄັ້ງທີ X ຂອງ​ພັກ.
       ໂອກາດ​ນີ້, ຫົວໜ້າຄະນະ​ຈັດຕັ້ງສູນ​ກາງ​ພັກ​ກໍໄດ້​ໂອ້​ລົມ​ ແລະ ໃຫ້​ທິດ​ຊີ້​ນຳ​ໂດຍ​ເນັ້ນ​ໃຫ້ ຄະນະໂຄ ສະນາອົບຮົມສູນ ກາງພັກເອົາ​ໃຈ​ໃສ່​ຄົ້ນ​ຄວ້າ​ເຊື່ອມ​ຊຶມ ແລະ ກຳ​ແໜ້ນມະຕິ​ກອງ​ປະຊຸມ​ໃຫຍ່ຂອງພັກລວມທັງ​ແຜນ​ງານ, ໂຄງການ ​ແລະ ອື່ນໆ ຢ່າງ​ເລິກ​ເຊິ່ງ​ເຖິງຖອງ. ພ້ອມທັງນຳ​ໄປ​ຈັດຕັ້ງປະຕິບັດ​ໃຫ້​ມີໝາກຜົນ​ຕົວ​ຈິງ, ​ເອົາ​ໃຈ​ໃສ່​ຕ້ານ​ການ​ໂຄສະນາ​ໃສ່​ຮ້າຍ​ປ້າຍ​ສີຂອງ​ກຸ່ມ​ຄົນ​ບໍ່ດີ, ພະນັກງານ​ທຸກ​ຄົນ​ຕ້ອງ​ມີ​ທັດສະນະ​​ຖືກຕ້ອງ ​ແລະ ມີ​ອຸດົມ​ການ​​ສັງຄົມ​ນິຍົມ, ສາມາດ​ນຳພາ​ດ້ານ​ວຽກງານ​ແນວ​ຄິດ​ໄດ້​ເປັນ​ຢ່າງ​ດີ,​ ສ້າງ​ພະ ນັກງານ​ຮຸ່ນໜຸ່ມ​ໃຫ້​ເປັນ​ຫລັກ​ແຫລ່ງໃນວຽກງານໂຄສະນາ ອົບຮົມ​ດ້ານ​ການ​ເມືອງ-​ແນວ​ຄິດ, ວຽກງານ​ປາຖະກະຖາ, ຄົ້ນ​ຄວ້າ​ການ​ນຳ​ໃຊ້​ພາຫະນະ​ສື່​ມວນ​ຊົນ​ເຂົ້າ​ໃນ​ວຽກ​ໂຄສະນາ​ອົບຮົມກຽມພ້ອມເຂົ້າປະຊາຄົມອາ ຊຽນ, ​ເຂົ້າ​ຮ່ວມ​ຂະ​ບວນການ​ຂ່ຳນັບຮັບ​ຕ້ອນ​ວັນ​ສຳຄັນທາງ​ປະຫວັດສາດ ​ແລະ ການ​ກະກຽມໃຫ້ແກ່​ກອງ​ປະຊຸມ​ໃຫຍ່​ຄັ້ງ ທີ X ຂອງ​ພັກ​ໃຫ້​ເປັນຂະບວນຟົດຟື້ນ.

No comments:

Post a Comment