Ad

Ad

21 August 2014

ປະທານສະພາຕ້ອນຮັບຜູ້ຕາງຫນ້າກອງທຶນສຳລັບປະຊາກອນປະຈຳລາວຄົນໃຫມ່



    ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວໄດ້ໃຫ້ກຽດຕ້ອນຮັບການ ເຂົ້າຢ້ຽມຂ່ຳນັບຂອງ ທ່ານ ຫັດຊັນ ໂມຕາ ຊາມິຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນປະຈຳລາວຄົນ ໃໝ່ໃນ ວັນທີ 20 ສິງຫານີ້ ໃນໂອກາດ ທີ່ມາດຳລົງຕຳແໜ່ງເປັນຜູ້ຕາງໜ້າອົງການ (UNFPPA) ປະຈຳລາວ.
     ໂອກາດນີ້,     ປະທານສະພາ, ໄດ້ສະແດງຄວາມຕ້ອນຮັບຊົມເຊີຍພ້ອມ ທັງຕີລາຄາສູງຕໍ່ທ່ານ ຫັດ ຊັນ ໂມຕາຊາມິ  ທີ່ໄດ້ຖືກມາດຳລົງຕຳແໜ່ງເປັນຜູ້ຕາງ ໜ້າອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນປະຈຳລາວ ເຊິ່ງເປັນການປະກອບ ສ່ວນອັນສຳຄັນເຂົ້າໃນການເສີມ ຂະຫຍາຍສາຍພົວພັນ ແລະ ການຮ່່ວມມືລະຫວ່າງສປປ ລາວ ແລະ ອົງການ ສປຊ ກອງທຶນສຳລັບປະຊາກອນໃຫ້ນັບມື້ນັບ ເລິກເຊິ່ງຍິ່ງຂຶ້ນ, ໂດຍສະເພາະແມ່ນການພົວພັນຮ່ວມມືການພັດທະນາບຸກຄະລາກອນແພດ ຜະດຸງຄັນ, ການສຳຫລວດປະ
ຊາກອນ ແລະ ການພັດທະນາຄວາມອາດສາມາດຂອງໄວໝຸ່ມລາວທີ່ອົງການ ສປຊ ກອງທຶນ ສຳລັບປະຊາກອນ ໄດ້ໃຫ້ການ ສະໜັບສະໜູນໃນໄລຍະຜ່ານມາໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ.
     ໃນໂອກາດດັ່ງກ່າວ, ທ່ານ ຫັດຊັນ ໂມຕາຊາມິ ໄດ້ສະແດງຄວາມຂອບໃຈຕໍ່ປະທານສະພາແຫ່ງຊາດ, ທີ່ໄດ້ໃຫ້ກຽດຕ້ອນ ຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງຢືນຢັນຈະສືບຕໍ່ໃຫ້ການສະໜັບສະໜູນລາວໃນການພັດ ທະນາດ້ານບຸກຄະລາກອນແພດ ຜະດຸງຄັນ, ການສ້າງຄວາມອາດສາມາດ, ສ້າງຄວາມເຂັ້ມແຂງໃຫ້ໄວໜຸ່ມ, ການສຳຫລວດປະຊາກອນ ແລະ ດ້ານອື່ນໆອີກ.

No comments:

Post a Comment