Ad

Ad

22 August 2014

ໃນຄວັນຢາ ແລະ ນ້ຳຕາຜີເຜດ ( ຄໍລຳ ບັນຫາຈານແຍ່ )



ໂດຍ : ວິເສດ ສະແຫວງສຶກສາ
     ເຫິງໆຈັກຄັ້ງໜຶ່ງ, ຈານແຍ່ມີ ໂອກາດໄດ້ໄປນັ່ງຟັງເພງຢູ່ລາຕີ ສະໂມສອນ ເຊິ່ງຖ້າ ເອີ້ນຕາມພາ ສາຊາວໜຸ່ມຍຸກນີ້ກໍແມ່ນ “ເທັກ”, ແຕ່ຖ້າເວົ້າຕາມພາສາຜູ້ມີອາຍຸ ແລະ ເຄີຍຜ່ານໂລກມາແດ່ກໍແມ່ນ “ບາ” ຫລື “ບາເຄື່ອງດື່ມ”, ແຕ່ ລຸນໆມານີ້ ເຈ້ຍຫູ ຈານ ແຍ່ອ່າວ ບາງ. ດັ່ງນັ້ນ ຈຶ່ງບໍ່ກ້າຈະໄປສູ້ ກັບສຽງດົນຕີໃນລະດັບເກີນ 8 ຫລອດ ຫລື ແສງໄຟຍິບຍັບ ອັນ ຈະເປັນໂທດ ແກ່ແກ່ນຕາ. ດັ່ງນັ້ນ ຈຶ່ງເລືອກໄປບ່ອນທີ່ເຂົາຮູ້ໃຈຜູ້ ເຖົ້າ ແລະ ຄວາມຢາກສະເພາະ (ຢາກມ່ວນ... ຂໍຢ່າຄິດໄປແນວ ອື່ນໆ !) ຢູ່ບ່ອນ ວ່າຫັ້ນ ເຂົາເສບ ເພງທີ່ມີພະລັງຊັກຊວນອວນໃຫ້ ຄະນິງເຖິງຄວາມຫລັງຝັງໃຈ. ເມື່ອຟັງເພງຂອງ Mike Brant, ເພງ Aline, Yesterday Dace More ກໍຄິດເຖິງຄາວເປັນນັກສຶກ ສາທີ່ເຄີຍມ່ວນມັນກັນສຸດຂົ້ວຈົນ ຊອດແຈ້ງ, ເພງປາແດກ ກົ້ນໄຫ, ເພງສວນມອນ, ເພງເພັດໃນ ຕົມຖ້າຟັງງຽບໆຢູ່ຄົນດຽວນ້ຳຕາກໍອາດຫລອຍອອກມາໄດ້.
     ຈານແຍ່ຍົກເລື່ອງນີ້ຂຶ້ນມາ ເພື່ອຊີ້ໃຫ້ເຫັນວ່າ: ການພັກຜ່ອນ ນັ້ນມີຄວາມຈຳເປັນ ຍິ່ງເປັນຄົນມັກສຽງເພງຄືຈານແຍ່ ແລ້ວ ກໍແຮງເປັນເລື່ອງຂາດບໍ່ໄດ້, ແຕ່ ໜ້າເສຍດາຍທີ່ເນື້ອທີ່ສຳລັບໃຫ້ ຄວາມບັນເທີງແກ່ຜູ້ອາຍຸຍັງໜ້ອຍນັ້ນນັບມື້ນັບ
ຈຳກັດເຂົ້າ ຍ້ອນສຽງດົນຕີດັງແກ້ມຫູ, ຄວັນ ຢາ, ກິ່ນຮາກຈາກຜູ້ດື່ມເພື່ອຂາຍ ເຂົ້າປຽກຕໍ່ໃຫ້ໝາຍ້ອນສຽງໂຈ ເຈຂອງກຸ່ ມຄົນທີ່ຕ້ອງການແຕ່ຜູ້ ເວົ້າ ແຕ່ບໍ່ຈຳເປັນໃຫ້ມີຜູ້ຟັງ ແລະ ຮ້າຍແຮງໄປກວ່ານັ້ນ ກໍແມ່ນ ການປະພຶດທີ່ມີການປົນເປື້ອນ ທາງວັດທະນະທຳ. ທ່ານຜູ້ອ່ານ ອາດເຄີຍໄດ້ຍິນຂ່າວເມື່ອ 4-5 ປີ ຜ່ານມາວ່າ: ຢູ່ “ເທັກ” ແຫ່ງໜຶ່ງ ໃນນະຄອນຫລວງວຽງ ຈັນມີການບໍລິການພິເສດໃຫ້ນັກທ່ຽວ ເພດຍິງ ຄືມີການປະກາດ (ເວລາ ສີເດິກໆແດ່) ວ່າຍິງຄົນໃດນຸ່ງ ເສື້ອອ້ອງສີແດງຈະ ໄດ້ຮັບເຄື່ອງດື່ມຟຣີ ! ແລ້ວກໍມີສຽງຕອບຮັບ ແລະ ເຜີຍເສື້ອອ້ອງແດງໃຫ້ກັນ ເບິ່ງ ພຽງເພື່ອຈະໄດ້ເຄື່ອງດື່ມ “ຟຣີ”. ຂ່າວ ບໍ່ໄດ້ບອກວ່າລະດັບ ຕໍ່ໄປໄດ້ປະກາດໃຫ້ລາງວັນແມ່ ຍິງທີ່ໃສ່ເສື້ອອ້ອງສີອື່ນໆ ຫລື ບໍ່, ແຕ່ຈານແຍ່ຢ້ານແຮງກໍແມ່ນ ຢ້ານຈະ ມີການປະກາດວ່າຈະໃຫ້ ລາງວັນແມ່ຍິງທີ່ໃສ່ສະລິບສີນັ້ນ ສີນີ້. ຖ້າຮອດຂັ້ນນັ້ນແລ້ວ ຂໍໃຫ້ ທ່ານຫລັບຕານຶກພາບເບິ່ງວ່າມີ ຫຍັງຈະຕາມມາ. ເລື່ອງຈັ່ງຊີ້ ເປັນໄປໄດ້ໃນຍຸກແລ່ນແຕ່ນຳກຳ ໄລນີ້.
     ຫວ່າງບໍ່ດົນມານີ້, ຈານແຍ່ ອ່ານພົບໃນໜັງສືພິມພາສາຕ່າງ ປະເທດ (ອັງກິດ) ວ່າ: ສະຖານທີ່ ບັນເທີງ Magaluf ຢູ່ປະເທດແອດສະປາຍ (ສະເປນ) ມີການມົ້ວສຸມ ທາງເພດຢ່າງເປີດແປນເຊັ່ນ: ໃນ ບາແຫ່ງໜຶ່ງໄດ້ປະກາດວ່າ: ຍິງ ຄົນໃດເຮັດ Oral Sex ກັບຜູ້ຊາຍ ໃນງານໄດ້ຫລາຍເທົ່າໃດກໍຈະໄດ້ ເຄື່ອງດື່ມຟຣີຫລາຍເທົ່ານັ້ນ, ແລ້ວກໍມີແມ່ຍິງຍາດກັນ ເຮັດ ເລື່ອງຈັ່ງຊີ້ຖ້າບໍ່ລະວັງ ຢູ່ບ້ານ ເຮົາອີກບໍ່ດົນກໍຈະມີຄືກັນບໍ່ຕ້ອງ ສົງໄສດອກ.

No comments:

Post a Comment