Ad

Ad

6 February 2014

ຝາອັດ​ຮ່ອງນ້ຳບໍ່​ເຫັນ​ຫລາຍ​ຈຸດ.



     ບັນຫາ​ຝາອັດ​ຮ່ອງນ້ຳ​ເສຍ​ຫາຍ​ແມ່ນ​ເກີດ​ຂຶ້ນຊ້ຳ​ເຮື້ອ​ຢູ່​ຫລາຍ​ຈຸດ​ໃນ​ຕົວ​ເມືອງ ນະຄອນຫລວງ​ວຽງ​ຈັນ ​ແລະ ບາງ​ຈຸດ​ກໍ​ຖືກ​ປ່ອຍປະ​ເປັນ​ເວລາ​ດົນ​ນານ ຈຶ່ງ​ມີ​ຄວາມ​ສ່ຽງ​ອັນຕະລາຍ​ຕໍ່​ຜູ້​ຂັບ​ຂີ່​ເຊັ່ນ: ຢູ່​ເສັ້ນທາງ​ເຂດ​ບ້ານ​ໂພນ​ຕ້ອງ​ສະຫວາດ ເມືອງ ຈັນທະ​ບູລີ ລະຫວ່າງ​ສີ່​ແຍກ​ຮ້ານ​ອາຫານ​ຄູ​ເມືອງ​ໄປ​ຫາ​ສີ່​ແຍກ​ໄຟ​ແດງ​ໂພນ​ຕ້ອງ ຝາອັດ​ຮ່ອງນ້ຳບໍ່​ເຫັນ​ຈຸດ​ໜຶ່ງ ປະຊາຊົນ​ໃກ້​ຄຽງ​ໄດ້​ເອົາ​ໄມ້ ​ແລະ ຖົງ​ຊີມັງ​ມາຕັ້ງໝາຍ​ໄວ້ ​ເພື່ອ​ເຕືອນ​ໃຫ້​ຜູ້​ຂັບ​ຂີ່​ຜ່ານ​ໄປມາ​ມີ​ຄວາມ​ລະວັງ ​ແລະ ອີກ​ຈຸດ​ໜຶ່ງ​ທີ່​ຝາອັດ​ຮ່ອງນ້ຳບໍ່​ເຫັນ ​ແມ່ນ​ຢູ່​ເສັ້ນທາງ​ລຽບ​ດ້ານ​ຂ້າງ​ຫ້ອງ​ວ່າການ​ລັດຖະບານ ເຂດ​ບ້ານ​ສີດຳ​ດວນ ​ເມືອງ ​ຈັນທະ​ບູລີ​ ເຊັ່ນ​ດຽວ​ກັນ ​ໂດຍ​ສອບ​ຖາມ​ປະຊາຊົນ​ຢູ່​ໃກ້​ຄຽງ​ຮູ້​ວ່າ​ຝາອັດ​ຮ່ອງນ້ຳທັງ​ສອງ​ຈຸດ​ແມ່ນ​ຖືກ​ພວກ​ມື​ກາວ​ລັກ​ໄປ​ໄດ້​ຫລາຍ​ເດືອນ​ແລ້ວ, ​ແຕ່​ຍັງ​ບໍ່​​ເຫັນ​ພາກສ່ວນ​ກ່ຽວຂ້ອງ​ໃດ​ມາ​ປົວ​ແປງ.



No comments:

Post a Comment