Ad

Ad

6 February 2014

​ເຈົ້າໜ້າ​ທີ່ ປກສ ນະຄອນຫລວງ​ມີ​ຄວາມ​ພະຍາຍາມ​ສູງ​ໃນ​ການ​ສະກັດ​ກັ້ນບັນຫາ​ຢາ​ເສບ​ຕິດ.



      ຕາມ​ການ​ລາຍ​ງານຂອງ​ຮອງ​ຫົວໜ້າ​ກອງ​ບັນຊາ​ການ ປກສ ນະຄອນຫລວງ​ວຽງ​ຈັນ ຕໍ່​ກອງ​ປະຊຸມ​ຄະນະ​ພັກ​ຂອງ​ຕົນ ເມື່ອ​ມໍ່ໆ​ມານີ້ ​ໃຫ້​ຮູ້​ວ່າ: ​ໃນ​ປີ 2013 ຜ່ານ​ມາ, ກຳລັງ​ເຈົ້າໜ້າ​ທີ່​ປາບ​ປາມ​ຢາ​ເສບ​ຕິດ​ໄດ້​ມີ​ຄວາມ​ພະຍາຍາມ​ສູງ​ໃນ​ການ​ສະກັດ​ກັ້ນ ​ແລະ ຕ້ານ​ຢາ​ເສບ​ຕິດ​ຢູ່​ໃນ​ຂອບ​ເຂດ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ ແລະ ສາມາດ​ມ້າງ​ຄະດີ​ຄ້າຂາຍ ແລະ ມົ້ວສຸມ​ຢາ​ເສບ​ຕິດ​ໄດ້ 362 ເລື່ອງ, ຈັບ​ຕົວ​ຜູ້​ຕ້ອງ​ຫາ​ມາ​ດຳ​ເນີນ​ຄະດີ​ໄດ້​ຫລາຍ​ກວ່າ 500 ຄົນ, ສາມາດ​ຢຶດຂອງ​ກາງ​ປະ​ເພດ​ຢາ​ບ້າ​ໄດ້​ຫລາຍ​ກວ່າ 4 ແສນ​ເມັດ, ​​ເຮ​ໂຣອິນ​ໄດ້​ເກືອບ 3 ກິ​ໂລ, ຢາ​ໄອ​ເກືອບ​ກິ​ໂລ, ຝິ່ນ​ດິບ 1,4 ກິ​ໂລ ​ແລະ ​ເຄື່ອງມື​ອຸປະກອນ​ອື່ນໆ​ສຳລັບ​ການ​ເຄື່ອນ​ໄຫວ​ຄ້າຂາຍ ​ແລະ ​ເສບ​ຢາ​ເສບ​ຕິດ.
      ຜູ້​ລາຍ​ງານ​ຂ່າວ​ໃຫ້​ຮູ້​ວ່າ: ໜ້າ​​ເປັນ​ຫ່ວງ​ທີ່​ສຸດ​ໃນ​ຂະ​ບວນການ​ມົ້ວສຸມ​ຢາ​ເສບ​ຕິດ​ດັ່ງກ່າວ​ສ່ວນ​ຫລາຍ​ແມ່ນ​ກຸ່ມ​ນັກຮຽນ- ນັກ​ສຶກສາ ​ແລະ ​ໄວ​ໜຸ່ມ​ຜູ້​ບໍ່​ມີ​ວຽກ​ເຮັດ​ງານ​ທຳ. ຈາກ​ນັ້ນກໍ​ພາ​ໃຫ້​ເກີດ​ສິ່ງ​ຫຍໍ້​ທໍ້​ຕ່າງໆ ຄື​ຂີ້ລັກ​ງັດ​ແງະ, ປຸ້ນ​ຈີ້ຊິງ​ຊັບ, ລັກ​ຊັບ ແລະ ​ອື່ນໆ​ເກີດ​ຂຶ້ນ​ໃນ​ສັງຄົມ ຄືໃນ​ວັນ​ທີ 31 ມັງກອນ​ຜ່ານ​ມານີ້, ກຳລັງ ປກສ ​ເມືອງ​ໄຊ​ເສດ​ຖາ ແລະ ປກສ ນະຄອນຫລວງ
​ວຽງ​ຈັນ ກໍ​ສາມາດ​ມ້າງ​ຄະດີ​ຢາ​ເສບ​ຕິດ​ໄດ້​ໜຶ່ງ​ລາຍ​ຢູ່​ບ້ານ​ທາດຫຼວງ​ໃຕ້ ​ເມືອງ​ໄຊ​ເສດ​ຖາ ສາມາດ​ຈັບ​ຕົວ​ຜູ້​ຕ້ອງ​ສົງ​ໄສ​ໄດ້ 3 ຄົນ ຄື​ນາງ ​ເຄືອ​ວັນ ອາຍຸ 39 ປີ ຜູ້​ເປັນ​ເຈົ້າຂອງ​ເຮືອນ ​ແລະ ທ້າວ ​ແຊມ​ພູ ອາຍຸ 24 ປີ, ທ້າວ ​ແສງ​ຈັນ ອາຍຸ 32 ປີ ທັງ​ສອງ​ຢູ່​ບ້ານ​ນາ​ຄວາຍ​ໃຕ້ ມີ​ອາຊີບ​ກຳມະກອນ ​ແລະ ສາມາດ​ຢຶດຂອງ​ກາງ​ປະ​ເພດ​ຢາ​ບ້າ​ໄດ້ 1.170 ​ເມັດ ​ແລະ ​ເງິນສົດ​ຈຳນວນ​ໜຶ່ງ. ປັດຈຸບັນເຈົ້າໜ້າ​ທີ່​ພວມ​ດຳ​ເນີນ​ການ​ສອບ​ສວນ ແລະ ສືບສວນ​ຂະຫຍາຍ​ຜົນ ​ເພື່ອ​ຊັກ​ຖອດ​ຜູ້​ຕ້ອງ​ຫາ​ຕໍ່​ໄປ.
      ບົດ​ລາຍ​ງານ​ດັ່ງກ່າວ​ຍັງ​ຊີ້​ໃຫ້​ເຫັນ​ວ່າ: ​ໃນ​ປີ 2013 ຜ່ານ​ມາ, ຢູ່​ນະຄອນຫລວງ​ວຽງ​ຈັນ ມີ​ຄະດີ​ເກີດ​ຂຶ້ນທັງ​ໝົດ 1.359 ​ເລື່ອງ ທຽບ​ໃສ່​ປີ 2012 ຜ່ານ​ມາ ​ເພີ່ມ​ຂຶ້ນ 300 ກວ່າ​ເລື່ອງ, ​ໃນ​ນັ້ນ ​ເຈົ້າ ໜ້າ​ທີ່​ສາມາດ​ແກ້​ໄຂ​ໄດ້​ແລ້ວ 887 ​ເລື່ອງ, ກັກ​ຕົວ​ຜູ້​ຕ້ອງ​ຫາ​ມາ​ດຳ​ເນີນ​ຄະດີ​ໄດ້ 1.413 ຄົນ ສ່ວນ​ໃຫຍ່​ແມ່ນ​ຄະດີ​ປຸ້ນ​ຈີ້ຊິງ​ຊັບ, ລັກ​ຊັບ​ພົນລະ​ເມືອງ, ບັນຫາ​ຢາ​ເສບ​ຕິດ ​ແລະ ອຸປະຕິ​ເຫດ ​ແລະ ​ເພື່ອ​ຢາກ​ແກ້​ໄຂ​ບັນຫາ​ດັ່ງກ່າວ​ໃຫ້​ມີ​ຜົນ ຕ້ອງ​ແມ່ນ​ການ​ຮ່ວມ​ມື​ຂອງ​ຫລາຍ​ພາກສ່ວນ, ປະຊາຊົນ ແລະ ສັງຄົມ​ຕ້ອງ​ເປັນ​ຫູ​ເປັນຕາ​ຊ່ວຍ​ເຈົ້າໜ້າ​ທີ່, ພ້ອມ​ນັ້ນ ສະ​ຖາ​ບັນ​ຄອບຄົວ ​ແລະ ການ​ສຶກສາ ກໍ​ຕ້ອງ​ເປັນ​ເຈົ້າການ​ເຮັດ​ໜ້າ​ທີ່​ສຶກສາ​ອົບຮົມ​ລູກ​ຫລານ ​ແລະ ລູກສິດ​ຂອງ​ຕົນ​ໃຫ້​ຫລາຍ​ຂຶ້ນ. ພ້ອມ​ນັ້ນ ​ເບື້ອງຂະ​ບວນຍຸຕິ​ທຳ​ກໍ​ຕ້ອງ​ມີ​ຄວາມ​ເຂັ້ມງວດ​ປະຕິບັດ​ມາດ​ຕະການ​ທາງ​ລະບຽບ​ກົດໝາຍ​ໃຫ້​ໄດ້​ດີກ​ວ່າ​ເກົ່າ ​ເພື່ອ​ລົງ​ໂທດ​ຜູ້​ກະທຳ​ຜິດ​ໃຫ້​ມີ​ຄວາມ​ເຄັດ​ຫລາບ ຄື​ໃນ​ປັດຈຸບັນ​ຢູ່​ນະຄອນຫລວງ​ວຽງ​ຈັນ​ ຍັງ​ມີ​ຜູ້​ປະຕິບັດ​ໂທດ ​ແລະ ດັດ​ສ້າງ​ຢູ່​ຫລາຍ​ກວ່າ 3.000 ຄົນ ສ່ວນ​ໃຫຍ່​ແມ່ນ​ຜູ້​ຕ້ອງ​ໂທດ​ກ່ຽວ​ກັບ​ການ​ຄ້າຂາຍ ​ແລະ ມົ້ວສຸມ​ຢາ​ເສບ​ຕິດ.


No comments:

Post a Comment