Ad

Ad

6 February 2014

ສານປະຊາຊົນເຂດ I ແຂວງຈຳປາສັກຈັດພິທີມອບບັດສະມາຊິກພັກສົມບູນຊຸດທີ I



        ໃນວັນທີ 4 ກຸມພານີ້, ສານປະຊາຊົນເຂດ I ແຂວງຈຳປາສັກໄດ້ຈັດພິທີ ມອບ-ຮັບບັດສະມາຊິກພັກສົມບູນໃຫ້ແກ່ ສະມາຊິກພັກທີ່ຢູ່ໃນຄວາມຮັບຜິດ ຊອບຂອງໜ່ວຍພັກຮາກຖານສານປະຊາຊົນ ເຂດ I ໂດຍການເຂົ້າຮ່ວມ ຂອງທ່ານ ສີທົນ ແກ້ວພູວົງ ຄະນະປະຈຳພັກແຂວງເລຂາພັກ ເມືອງເຈົ້າເມືອງໆປາກເຊ, ມີ ທ່ານຮອງຄະນະຈັດຕັ້ງແຂວງໆຈຳປາສັກ ແລະ ເລຂາໜ່ວຍພັກຮາກຖານ, ປະທານ ສານປະຊາຊົນເຂດ I ແຂວງຈຳປາສັກ ແລະ ສະມາຊິກພັກສົມບູນເຂົ້່າຮ່ວມຢ່າງ ພ້ອມພຽງ.
       ທ່ານເລຂາໜ່ວຍພັກຮາກຖານໄດ້ເປັນກຽວຂຶ້ນກ່າວບົດສະຫຼຸບໂດຍຫຍໍ້ໃນການເຄື່ອນໄຫວວຽກງານວິຊາສະເພາະ ແລະ ການກະກຽມການເປີດພິທີມອບ-ຮັບບັດສະມາຊິກພັກສົມບູນຢ່າງຕັ້ງໜ້າ ໂດຍຜ່ານການເຄື່ອນໄຫວໃນຄັ້ງນີ້ບັນດາ ສະຫາຍ ສະມາຊິກພັກໄດ້ຄົ້ນຄວ້າເຊື່ອມຊຶມມະຕິຕົກລົງ 33/ກມສພ ແລະ ບົດແນະນຳ ເລກທີ 074/ຄຈສພ ຂອງຄະນະ
ຈັດຕັ້ງສູນກາງພັກວ່າດ້ວຍການອອກບັດມອບບັດໃຫ້ສະມາຊິກພັກສົມບູນ ໂດຍຜ່ານການດຳເນີນສຳຫຼວດຕີລາຄາຈັດປະເພດ ໄດ້ດັ່ງນີ້: ສາມາດຕີລາຄາປະເພດດີເດັ່ນເປັນພັກແຂງຮູ້ນຳພາຮອບດ້ານໄດ້ທັງໝົດ 9 ສະຫາຍ, ຍິງ 3 ສະຫາຍ ເຊິ່ງທັງ ໝົດໄດ້ຮັບການຄັດເລືອກມອບບັດໃນຄັ້ງນີ້, ທ່ານຮອງຄະນະຈັດຕັ້ງແຂວງໄດ້ແຈ້ງໃຫ້ທີ່ປະຊຸມໄດ້ຮູ້ເພີ່ມເຕີມອີກວ່າ: ໂດຍອີງ ໃສ່ແຈ້ງການຂອງຄະນະຈັດຕັ້ງສູນກາງເລກທີ 260/ ຄຈສພ ແລະ ມະຕິຕົກລົງຂອງ ຄະນະປະຈຳພັກແຂວງ ສະບັບເລກທີ 519/ຄຈພຂ.ຈສ ວ່າດ້ວຍການອອກບັດໃຫ້ສະມາຊິກພັກສົມບູນທີ່ໄດ້ມາດຕະຖານໄດ້ອະນຸມັດໃນຊຸດທີ IV ທີ່ທາງຄະນະຈັດ ຕັ້ງສູນກາງອອກໃຫ້ມີທັງໝົດ 141 ໜ່ວຍພັກ, ມີຈຳນວນສະມາຊິກພັກສົມບູນຈຳນວນ 1.563 ສະຫາຍ, ຍິງ 347 ສະຫາຍ ໂດຍໄດ້ມອບໃຫ້ສະມາຊິກພັກ, ອົງຄະ ນະພັກ 5 ຕົວເມືອງ, ອົງຄະນະພັກ ປກສ-ປກຊ, ຄະນະພັກຮາກຖານ ແລະ ໜ່ວຍພັກຮາກຖານອ້ອມຂ້າງແຂວງມາແລ້ວ.

No comments:

Post a Comment