Ad

Ad

5 February 2014

ສົ່ງເສີມວຽກງານການທູດໃຫ້ມີຄວາມທັນສະໄໝ.


        
  ສະຖາບັນຕ່າງປະເທດກະ ຊວງການຕ່າງປະເທດ ຮ່ວມກັບ ສະຖານທູດອັງກິດ ປະຈຳລາວ ຈັດປາຖະກະຖາໃນຫົວຂໍ້ “ການສົ່ງເສີມຄວາມເປັນເລີດດ້ານການທູດ ແລະ ວຽກງານຕ່າງປະເທດໃຫ້ມີຄວາມທັນສະໄໝ” ໃນວັນທີ 4 ກຸມພານີ້ ທີ່ສະ ຖາບັນຕ່າງປະເທດ. ໂດຍການປາຖະກະຖາຂອງ ທ່ານ ແມັດທິວ ຣິກຄຣອຟ (Matthew Rycroft) ຫົວໜ້າຫ້ອງການ ປະຕິບັດວຽກງານຕ່າງປະເທດແຫ່ງ ຣາຊະອານາຈັກອັງກິດເຂົ້າຮ່ວມຮັບຟັງ. ການປາຖະກະຖາຄັ້ງນີ້ ມີທ່ານ ຟິນລິບ ມາໂລນ (Philip MALONE) ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມແຫ່ງຣາຊະອານາຈັກອັງກິດປະຈຳລາວ, ຄະ ນະສະຖາບັນ, ຄະນະກົມ, ຄະນະພະແນກ ແລະ ພະນັກງານວິຊາການຈາກກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະ ເທດສູນກາງພັກ, ນັກເຝິກອົບຮົມພາສາອັງກິດຂອງສະຖາບັນການຕ່າງປະເທດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຫລາຍ
ກວ່າ 80 ທ່ານ.
           ການຈັດປາຖະກະຖາຄັ້ງນີ້ ເພື່ອເຮັດໃຫ້ພະນັກງານ-ລັດຖະກອນຂອງກະຊວງການຕ່າງປະເທດ ແລະ ຂະແໜງການ
ກ່ຽວຂ້ອງເຂົ້າໃຈເຖິງບົດຮຽນການເຄື່ອນໄຫວດ້ານການທູດຂອງອັງກິດທີ່ມີຄວາມຫລາກຫລາຍໃນໄລຍະຜ່ານມາ. ໂດຍ ທ່ານ ແມັດທິວ ຣິກຄຣອຟ ໄດ້ຍົກໃຫ້ເຫັນເຖິງຄວາມມຸ້ງຫວັງຂອງອັງກິດທີ່ຈະສ້າງຍຸດທະສາດການເຄື່ອນໄຫວການທູດທີ່ດີເລີດ ເພື່ອເຮັດໃຫ້ການປະຕິບັດວຽກງານການຕ່າງປະເທດໃຫ້ໄດ້ດີທີ່ສຸດ ໃນປີ 2015 ແລະ ເພື່ອຕອບສະໜອງຄວາມຮຽກຮ້ອງ ຕ້ອງການດັ່ງກ່າວ ອັງກິດໄດ້ສ້າງບຸກຄະລາກອນຮອບດ້ານໂດຍການສ້າງສູນພາສາຕ່າງປະເທດແຫ່ງໃໝ່ຂຶ້ນຢູ່ລອນດອນ ຊຶ່ງປະ ກອບມີ 30 ຫ້ອງຮຽນ ແລະ ໃນແຕ່ລະປີຄາດວ່າຈະມີນັກສຶກສາເຂົ້າເຝິກອົບຮົມຢູ່ໃນສູນແຫ່ງນີ້ 1.000 ຄົນ. ອັງກິດຈະສ້າງ ກອງທຶນສຳລັບນັກຊ່ຽວຊານເພື່ອລົງເລິກນະໂຍບາຍທາງດ້ານເນື້ອໃນ ແລະ ພູມສາດເສດຖະກິດ, ການນຳໃຊ້ເຕັກໂນໂລຊີໃໝ່ ເປັນຕົ້ນແມ່ນການນຳໃຊ້ຖານຂໍ້ມູນຂ່າວສານຕ່າງໆໃຫ້ແກ່ຜູ້ເຂົ້າຮ່ວມຈາກບັນດາປະເທດໃນທົ່ວໂລກ.
          ການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ນອກຈາກການປາຖະກະຖາໃນຄັ້ງນີ້ແລ້ວ ທ່ານ ແມັດທິວ ຣິກຄຣອຟ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນກັບຝ່າຍລາວກ່ຽວກັບການພົວພັນທາງການທູດລະຫວ່າງ ລາວ ແລະ ອັງກິດ ແນ ໃສ່ຮັດແໜ້ນການທູດຮ່ວມກັນຂອງທັງສອງປະເທດ. ສປປ ລາວ ໄດ້ກະກຽມເປີດສະຖານທູດລາວປະຈຳອັງກິດ ໃນປີ 2014 ສ່ວນອັງກິດໄດ້ເປີດສະຖານທູດຂອງຕົນປະຈຳລາວ ຢູ່ນະຄອນຫລວງວຽງຈັນ ໃນປີ 2012 ຜ່ານມາ.

No comments:

Post a Comment