Ad

Ad

5 February 2014

ເດືອນ​ນີ້ອາກາດ​ຍັງຈະ​ເຢັນ​ໃນ​ຕົ້ນ​ເດືອນ ​ແລະ ຈະ​ຮ້ອນ​ໄລຍະ​ທ້າຍ​ເດືອນ.



        ກົມ​ອຸຕຸນິຍົມ ​ແລະ ອຸ​ທົກ​ກະສາ​ດ ລາຍ​ງານ​ວ່າ: ຄວາມ​ກົດ​ດັນ​ອາກາ​ດສູງ​ຈະ​ມີ​ກຳລັງ​ອ່ອນ​ຫາ​ປານ​ກາງແຜ່​ປົກ​ຄຸມ​ໄປ​ທຸ​ກພາກ​ຂອງ​ລາວ ​ແລະ ​ໃນ​ໄລຍະ​ທ້າຍ​ເດືອນ​ກຸມພາ ບໍລິ​ເວນ​ຄວາມ​ກົດ​ດັນ​ອາດ​ຕ່ຳ​ມີ​ກຳລັງ​ອ່ອນ​ປົກ​ຄຸມ ຊຶ່ງ​ໃນ​ລັກສະນະ​ດັ່ງ ກ່າວ ຈະ​ມີ​ອາກາດ​ເຢັນ​ໃນ​ຕອນ​ເຊົ້າຢູ່​ແຂວງ​ພາກ​ເໜືອດ້ານ​ຕາ​ເວັນ​ອອກ ​ແລະ ຈະ​ຮ້ອນ​ຂຶ້ນ​ໃນ​ຕອນ​ກາງ​ເວັນ ຢູ່​ແຂວງ​ພາກ​ເໜືອດ້ານ​ຕາ​ເວັນ​ຕົກ, ພາກ​ກາງ ​ແລະ ພາກ​ໃຕ້, ອຸນຫະພູມ​ຕ່ຳ​ສຸດ ຈະ​ລົງ​ຮອດ 6​-8 ອົງສາ ​ແລະ ສູງ​ສຸດ 34-36 ອົງສາ (​ໃນ​ກາງຫາ​ທ້າຍ​ເດືອນ), ສ່ວນ​ປະ​ລິ​ມານ​ນ້ຳ​ຝົນ​ແມ່ນ​ໃກ້​ເກນ​ປົກກະຕິ. 21.7 ມມ, ອຸນຫະພູມ​ຕ່ຳ​ສຸດ 8-10 ອົງ ສາ ​ແລະ ສູງ​ສຸດ 30-32 ອົງສາ; ພາກ​ເໜືອດ້ານ​ຕ​າ​ເວັນ​ຕົກ: ອຸນຫະພູມ​ຕ່ຳ​ສຸດ​12-14 ອົງສາ​ ​ແລະ ສູງ​ສຸດ 31-33 ອົງສາ; ນະຄອນ ຫຼວງວຽງຈັນ ອຸນຫະພູມ​ຕ່ຳ​ສຸດ 20-22 ອົງສາ ​ແລະ ສູງ​ສຸດ 32-34 ອົງສາ; ພາກ​ກາງອຸນຫະພູມ​ຕ່ຳ​ສຸດ 20-22 ​ແລະ ສູງ​ສຸດ 33-35 ອົງສາ, ຂະນະ​ທີ່​ແຂວງ​ໄຊ​ຍະ​​ໄຊ​ສົມບູນ ອຸນຫະພູມ 6-8 ອົງ ສາ; ສ່ວນ​ພາກ​ໃຕ້ ອຸນຫະພູມ​ຕ່ຳ​ສຸດ 22-24 ​ແລະ ສູງ​ສຸດ 34-36 ອົງສາ, ຂະນະ​ທີ່​ປາກ​ຊ່ອງ ອຸນ ຫະພູມ​ຕ່ຳ​ 13-15 ​ແລະ ສູງ​ສຸດ 27-29 ອົງສາ.


No comments:

Post a Comment