ການກໍ່ສ້າງເສັ້ນທາງແຕ່ສາມແຍກຕະຫລາດຫົວຂົວ-ບ້ານນາຄວາຍ
ເມືອງໄຊເຊດຖາ ນະຄອນ ຫລວງວຽງຈັນ ມີຄວາມຍາວ 7 ກວ່າກິໂລແມັດ ແລະ ມີມູນຄ່າການກໍ່ສ້າງ
152 ຕື້ກີບ,ເຊິ່ງເປັນໂຄງການຂອງພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ
ແລະ ຮັບເໝົາກໍ່ສ້າງໂດຍກຸ່ມບໍລິສັດກໍ່ສ້າງ ແລະ ຊຸກຍູ້ການຜະລິດກະສິກຳ ໂດຍໄດ້ລົງມືກໍ່ສ້າງມາແຕ່ປີ
2011, ມາຮອດປັດຈຸບັນມີຄວາມຄືບໜ້າພຽງ 28% ແລະ ສ້າງຄວາມຫຍຸ້ງຍາກລຳບາກບໍ່ໜ້ອຍຕໍ່ການສັນຈອນໄປມາ
ເສັ້ນທາງດັ່ງກ່າວ ໂດຍສະເພາະໃນໄລຍະ ລະດູຝົນຍິ່ງເປີະເປື້ອນຫລາຍ.
ທ່ານ ສຸກ ຫົວໜ້າໂຄງການກໍ່ສ້າງເສັ້ນທາງດັ່ງກ່າວ
ໃຫ້ສຳ ພາດຕໍ່ນັກຂ່າວໜັງສືພິມລາວພັດ ທະນາ ໃນວັນທີ 24 ມິຖຸນານີ້ວ່າ: ການກໍ່ສ້າງເສັ້ນທາງດັ່ງ
ກ່າວແມ່ນມີຄວາມລ້າຊ້າຫລາຍ ເມື່ອທຽບໃສ່ການກໍ່ສ້າງເສັ້ນທາງອື່ນໆໃນນະຄອນຫລວງວຽງຈັນ
ຍ້ອນເກີດຈາກຫລາຍປັດໄຈ ດ້ານວັດຖຸອຸປະກອນ, ທຶນຮອນ ແລະ ສະພາບແວດລ້ອມຕ່າງໆ,
ແຕ່ແນວໃດກໍຈະພະຍາ ຍາມຊຸກຍູ້ໃຫ້ຜູ້ຮັບເໝົາເພີ່ມທະວີຄວາມເອົາໃຈໃສ່ໃນການກໍ່ສ້າງໃຫ້ໄວກວ່າເກົ່າ
ເນື່ອງຈາກວ່າການກໍ່ສ້າງໄດ້ແກ່ຍາວເວລາມາຫລາຍປີແລ້ວ ເຊິ່ງໄດ້ສ້າງຄວາມຫຍຸ້ງຍາກລຳບາກໃຫ້ແກ່ປະຊາຊົນ
ກໍຄືສັງຄົມໃນການສັນຈອນໄປມາບໍ່ໜ້ອຍ ຈົນເກີດມີຫາງສຽງວິພາກວິຈານ ແລະ ສະແດງຄວາມເປັນຫ່ວງຂອງສັງຄົມ
ເຊິ່ງຜູ້ຮັບເໝົາ ເອງຂໍຢືນຢັນວ່າຈະໃຫ້ສຳເລັດຕາມສັນຍາແນ່ນອນ ຄືໃນປີ2014.
ການກໍ່ສ້າງເສັ້ນທາງ ດັ່ງກ່າວ ມາຮອດປັດຈຸບັນມີຄວາມຄືບໜ້າພຽງ
28%, ໃນນັ້ນ ວຽກວາງທໍ່ລະບາຍນ້ຳທັງສອງຂ້າງທາງ ແມ່ນສຳເລັດ 100%, ສ່ວນວຽກທີ່ຈະປະຕິບັດຕໍ່ໄປແມ່ນການປັບໜ້າດິນ
ແລະ ປູເບຕົງ ໂດຍໃນຂັ້ນ ຕອນນີ້ແມ່ນຈະໄດ້ເລັ່ງມືຈັດຕັ້ງ ປະຕິບັດໃຫ້ໄວກວ່າເກົ່າ
ໝາຍວ່າປັບໜ້າທາງແລ້ວຈຸດໃດ ແມ່ນຈະປູເບຕົງໄປພ້ອມທັນທີ.
No comments:
Post a Comment