Ad

Ad

25 June 2013

ທະນາຄານແຫ່ງ ສປປ.ລາວ ສະຫລຸບຜົນການເຄື່ອນໄຫວວຽກງານຂອງທະນາຄານ ຢູ່ 4 ແຂວງພາກໃຕ້



    ກອງປະຊຸມໃຫຍ່ເພື່ອສະຫລຸບຜົນງານການເຄື່ອນໄຫວທະນາຄານໃນ 4 ແຂວງພາກໃຕ້ປະຈຳ ສົກປີ 2012-2013 ໄດ້ ມີຂຶ້ນໃນວັນທີ 21 ມິຖຸນາຜ່ານມານີ້ ຢູ່ເມືອງປາກເຊແຂວງຈຳປາສັກ ໂດຍ ເຂົ້າຮ່ວມຂອງທ່ານ ບົວ ສອນ ວົງສອງຄອນ ຮອງ ເຈົ້າແຂວງຈຳປາສັກ ມີທ່ານ ສົມ ພາວ ໄຟສິດ ຜູ້ວ່າການທະນາຄານແຫ່ງ ສປປ.ລາວ ທ່ານ ນະ ຈັນຕະລິວົງ ຫົວຫນ້າທະນາ ຄານ ແຫ່ງ ສປປ.ລາວ ພາກໃຕ້ແຂວງຈຳປາສັກ ແລະ ຫົວຫນ້າສາຂາທະນາຄານແຫ່ງ ສປປ.ລາວ ສາຂາພາກ ໃຕ້ໄດ້ກ່າວໃນ ກອງປະຊຸມວ່າ : ໃນປີ 2012 ຜ່ານມາ ເຖິງວ່າສະພາບເສດຖະກິດເງິນຕາຍັງ ຄົງປະເຊີນກັບຄວາມສ່ຽງ ແລະ ໄພພິບັດຈາກ ທຳມະຊາດ ສົ່ງຜົນໃຫ້ຫລາຍປະເທດທົ່ວໂລກ ໂດຍສະເພາະກໍຄືບັນຫາເລື່ອງຫນີ້ສາທາລະນະເອີລົບຍັງບໍ່ໄດ້ຮັບການແກ້ໄຂ ແລະ ແກ່ຍາວມາ ແຕ່ສຳລັບ ສປປ.ລາວ  ຍັງຮັບປະກັນໄດ້ຄວາມສະຖຽນລະພາບທາງດ້ານການເງິນ, ສັງຄົມມີຄວາມເປັນລະ ບຽບຮຽບຮ້ອຍເສດຖະກິດຂອງຊາດ ສືບຕໍ່ຂະຫຍາຍຢ່າງຕໍ່ເນື່ອງຢູ່ໃນລະດັບ 8% ສະພາບເງິນຕາມີຄວາມຫມັ້ນທ່ຽງ, ອັດຕາ ເງິນເຝີ້ຢູ່ໃນລະດັບຕຳ່ເຮັດໃຫ້ອັດຕາແລກປ່ຽນ ມີຄວາມສະຫງົບໂດຍສະເພາະຢູ່ໃນ 4 ແຂວງພາກໃຕ້ສະພາບເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງການບໍລິການຂອງທະນາຄານຂະ ຫຍາຍໂຕຢ່າງກວ້າງຂວາງ ໂດຍສະເພາະໃນປີ 2012 ທີ່ ຜ່ານມາ ນະໂຍບາຍເງິນຝາກສະເລ່ຍທົ່ວປະ ເທດເພີ່ມຂຶ້ນ 33,72%, ສິນເຊື່ອ ເພີ່ມຂຶ້ນ 22,01% ທຽບໃສ່ປີ 2011 ລວມ ຍອດສິນເຊື່ອທັງໝົດ ຈັດຕັ້ງ ແລະ ຄວບຄຸມອັດຕາ ດອກເບ້ຍ ແລະ ອັດຕາແລກປ່ຽນ ຢູ່ໃນຂອບເຂດ
ຂອງແຜນນະໂຍ ບາຍ ເງິນຕາທີ່ທະນາຄານແຫ່ງ ສປປ.ລາວ ກຳຫນົດ ສະເພາະ ໃນແຂວງຈຳປາສັກມີຍອດເງິນ ຝາກເພີ່ມຂຶ້ນ 26% ແລະ ຍອດ ສິນເຊື່ອເພີ່ມຂຶ້ນ 20%. ແຂວງສາ ລະວັນມີຍອດເງິນຝາກເພີ່ມຂຶ້ນ 25,6% ແລະ ມີຍອດສິນເຊື່ອມ ເພີ່ມຂຶ້ນ 29%, ແຂວງ ເຊກອງມີຍອດເງິນຝາກເພີ່ມຂຶ້ນ 40,7% ແລະ ມີຍອດສິນເຊື່ອເພີ່ມຂຶ້ນ 35,10% ແລະ ແຂວງອັດຕະປື ມີ ຍອດເງິນຝາກ ເພີ່ມຂຶ້ນ 20% ແລະ ມີຍອດສິນເຊື່ອເພີ່ມຂຶ້ນ 18,24% .
     ມາຮອດປັດຈຸບັນ ທົ່ວ 4 ແຂວງພາກໃຕ້ມີສາຂາທະນາ ຄານທຸລະກິດທັງຫມົດ 23 ແຫ່ງ ເພີ່ມຂຶ້ນ 3 ແຫ່ງ, ໃນນັ້ນມີ ຫນ່ວຍບໍລິການ 60 ແຫ່ງ, ມີສະຖາບັນ ການເງິນ 7 ແຫ່ງ, ມີຮ້ານແລກ ປ່ຽນເງິນຕາເອກະຊົນ 11 ແຫ່ງ, ຕູ້ ATM 72 ເຄື່ອງ ເພີ່ມຂຶ້ນ 17 ເຄື່ອງ ແບ່ງເປັນສາຂາທະນາ ຄານທຸລະກິດລັດ 12 ແຫ່ງ ໃນ ນັ້ນ ຢູ່ແຂວງຈຳປາສັກ 3 ແຫ່ງ, ສາລະວັນ 3 ແຫ່ງ, ເຊກອງ 3 ແຫ່ງ ແລະ ແຂວງອັດຕະປື 3 ແຫ່ງ, ສາຂາທະນາຄານຮ່ວມ ທຶນ 2 ແຫ່ງ, ທະນາຄານສະເພາະກິດ 2 ແຫ່ງ, ສາຂາ ທະນາຄານທຸ ລະກິດ ແລະ ເອກະຊົນຕ່າງປະເທດ 7 ແຫ່ງ, ສະຖາບັນການເງິນ ຈຸລະພາກ 7 ແຫ່ງ, ຮ້ານແລກປ່ຽນເງິນຕາ ເອກະຊົນ 11 ແຫ່ງ.
       ໃນ 1 ປີ ຜ່ານມານັ້ນ ເຮັດໃຫ້ ອັດຕາສ່ວນເງິນຝາກສະກຸນເງິນ ກີບມີຄວາມຫມັ້ນຄົງຢູ່ໃນລະດັບ 64%, ອັດຕາສ່ວນ ສິນເຊື່ອເປັນເງິນກີບເພີ່ມຂຶ້ນເປັນ 64,3% ສະພາບການເງິນ-ເງິນຕາໃນທ້ອງຖິ່ນມີຄວາມຫມັ້ນທ່ຽງອັດຕາແລກປ່ຽນຢູ່ໃນລະ ດັບແຂງ ຄ່າ 0,36% ທຽບໃສ່ເງິນໂດລາ.

No comments:

Post a Comment