Ad

Ad

25 June 2013

ກອງ​ປະຊຸມ​ຜູ້​ບໍລິຫານການ​ສຶກສາ ​ແລະ ກິລາທົ່ວ​ປະ​ເທດປະຈຳປີ 2013 ໄຂຂຶ້ນທີ່ແຂວງຫົວພັນ



       ກອງ​ປະຊຸມ​ຜູ້​ບໍລິຫານ​ການ​ສຶກສາ ​ແລະ ກິລາ ທົ່ວ​ປະ​ເທດ​ ປະ​ຈຳປີ 2013 ໄດ້ໄຂ​ຂຶ້ນ​ແຕ່​ວັນ​ທີ 24-26 ມິຖຸນານີ້ ທີ່ ເມືອງ​ຊຳ​ເໜືອ ​ແຂວງ​ຫົວ​ພັນ ​ ​ໂດຍ​ການ​ເປັນ​ປະ​ທານ​ຮ່ວມ​ ຂອງທ່ານ ຄຳ​ຮຸ່ງ ​ເຮືອງ​ວົງ​ສີ ກຳມະການ​ສູນ​ກາງ​ພັກ, ​ເລຂາ​ພັກ​ແຂວງ, ເຈົ້າ​ແຂວງໆ​ຫົວພັນ ແລະ ທ່ານ ທອງ​ຜິວ ບຸດ​ສະ​ດີ ຄະນະ​ປະ​ຈຳ​ພັກ​ກະຊວງ, ຫົວໜ້າ​ກົມ​ຈັດ​ຕັ້ງ​ພະນັກງານ​ກະຊວງ​ສຶກສາ​ທິການ​ ແລະ​ ກິລາ, ມີ​ບັນດາບັນດາ​ເຈົ້າ​ແຂວງ, ເຈົ້າ​ເມືອງ, ຫົວໜ້າ​ກົມ, ຫົວໜ້າ​ພະ​ແນ​ກສຶກສາ​ທິການ ​ແລະ ກິລາ​ 16 ​ແຂວງ.
      1 ນະຄອນຫລວງ,ພ້ອມ​ດ້ວຍ​ພາກສ່ວນ​ທີ່​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
       ທ່ານ​ເຈົ້າ​ແຂວງ​ໆຫົວພັນ​ ໄດ້​ກ່າວ​​ໄຂ​ກອງປະຊຸມ ​​ວ່າ: ສຳລັບ​ແຂວງ​ຫົວພັນ​ໄດ້​ກຳນົດ​ວິ​ໄສ​ທັດ ​ເພື່ອ​ການ​ພັດທະນາ​ໃນ​ໄລຍະ​ຍາວ, ໜຶ່ງ​ໃນ​ນັ້ນ​ ກໍແມ່ນ​ການ​ພັດທະນາ​ຊັບພະຍາ ກອນມະນຸດ ​ໃນ​ໄລຍະ​ຜ່ານ​ມາ​ເຖິງ​ວ່າ​ ພັກ- ລັດ​ ແຕ່ລະ​ຂັ້ນ,​ ໂດຍ​ສະ​ເພາະ​ ແມ່ນ​ການ​ນຳ​ຂອງ​ກະຊວງ​ສຶກ ສາ​ທິການ ​ແລະ ກິລາ ​ໄດ້​ເອົາ​ໃຈ ​ໃສ່​ຕໍ່​ວຽກ​ງານ​ສຶກສາ ​ແລະ ກິລາ ​ແລ້ວ​ກໍ​ຕາມ ​ແຕ່​ເມື່ອ​ທຽບກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ສັງຄົມ​ແລ້ວ​ເຫັນ​ວ່າ ຍັງ​ມີ​ຄວາມ​ຈຳ​ເປັນ​ ແລະ​ ຮີບ​ຮ້ອນ ຕ້ອງ​ໄດ້​ສືບ​ຕໍ່ການປະຕິ​ຮູບ ແລະ ພັດທະນາ​ຂະ​ແໜງ​ການ​ສຶກສາ ​ເພື່ອ​ແນ່​ໃສ່​ສ້າງ​ຊັບພະຍາກອນ​ມະນຸດ​ໃນ​ໄລຍະ​ຍາວ. ສະ​ນັ້ນ​ ກອງ​ປະຊຸມ​ຜູ້​ບໍລິ ຫານ​ການ​ສຶກສາ​ທົ່ວ​ປະ​ເທດ​ຄັ້ງ​ນີ້​ ຈະ​ປະກອບສ່ວນ​ອັນ​ສຳຄັນ​ ເຂົ​້າ​ໃນ​ການ​ພັດທະນາ​ຂະ​ແໜງ​ການ​ສຶກສາ​ຂອງ​ປະ​ເທດ​ເຮົາ ​ເວົ້າ​ລວມ,​ເວົ້າ​ສະ​ເພາະ ​ແມ່ນ​ຂະ​ແໜງ​ ການ​ສຶກສາ​ຢູ່​ແຂວງ​ຫົວພັນ​ ໃຫ້​ມີ​ບາດກ້າວ​ອັນ​ໃໝ່​ ເພື່ອ​ບັນລຸ​ຄາດ ໝາຍ​ສະຫັດສະ​ວັດ​ ດ້ານ​ການ​ສຶກສາ ​ໃຫ້​ສຳ​ເລັດ​ຕາມ​ແຜ​ນການ​ທີ່​ວາງ​ໄວ້.

        ໃນ​ໂອກາດ​ນີ້ ທ່ານ ​ແສງ​ສົມ​ພອນ ວິລະ​ວຸດ ຫົວໜ້າ​ກົມ​ແຜນ ການ,ກະຊວງ​ສຶກສາ​ທິການ ​ແລະ​ ກິລາ ໄດ້​ຂຶ້ນຜ່ານ​ບົດ​ສະຫລຸບ​ຕີ​ລາຄາ​ການຈັດ​ຕັ້ງ​ປະຕິບັດ​ແຜ​ນ ການ​ພັດທະນາ​ການ​ສຶກສາ ​ແລະ​ ກິລາ​ ປະ​ຈຳ​ສົກ 2012-2013 ​ແລະ ​ທິດ​ທາງ​ແຜນກາ​ນພັດທະ ນາ​ການ​ສຶກສາ ​ແລະ ກິລາ​ປະ​ຈຳ ສົກປີ 2013-2014 ເຊິ່ງທ່ານ​ໄດ້​ຍົກ​ໃຫ້​ເຫັນ ໃນ​ສົກ​ປີ 2012-2013 ມີ​ຫລາຍ​ດ້ານ​ທີ່​ພົ້ນ​ເດັ່ນ ​ເປັນ​ຕົ້ນ​ການ​ສຶກສາກ່ອນ​ໄວ​ຮຽນໄດ້​ຮັບ​ການ​ພັດທະນາ​ດີ​ຂຶ້ນໃນ​ທົ່ວ​ປະ​ເທດ​ມີ​ໂຮງຮຽນ​ລ້ຽງ​ເດັກ ​ແລະ ອະນຸບານ 1.802 ​ແຫ່ງ, ​ເພິ່ມຂຶ້ນ 225 ​ແຫ່ງ,ຈຳນວນ​ນັກ​ຮຽນ​ລ້ຽງ​ເດັກ ​ແລະ ອະນຸບານ ​ພາກ​ລັດ ​ແລະ ​ເອກະ​ຊົນ​ ມີເກືອບ 1 ​ແສ​ນ 4 ໝື່ນ​ຄົນ, ທຽບ​ໃສ່​ປີຜ່ານມາ​ເພີ່ມ​ຂຶ້ນ​ເກຶອບໝື່ນ​ຄົນ; ໂຮງຮຽນ​ຊັ້ນ​ປະຖົມ ​ທັງ​​ພາກ​ລັດ ​ແລະ​ ເອກະ​ຊົນ​ ​ເພີ່ມ​ຂຶ້ນ​ຈາກ 8.912 ​ແຫ່ງ​ເປັນ 8.927 ​ແຫ່ງ.​ໂຮງຮຽນ​ມັດ ທະຍົມ​ສຶກສາທັງ​ພາກ​ລັດ ​ແລະ ​ເອກະ​ຊົນ ​ມີ 1.494​ ແຫ່ງ,​ ເພີ່ມ​ຂຶ້ນ 85 ​ແຫ່ງ, ມີ​ນັກຮຽນ​ທັງ​ໝົດ 5 ​ແສນ 4 ໝື່ນ​ກວ່າ​ຄົນ, ທຽບ​ໃສ່​ປີຜ່ານມາ​ ເພີ່ມ​ຂຶ້ນ 3 ໝື່ນ​ກວ່າ​ຄົນ. ວຽກ​ງານ​ການ​ສຶກສານ​ອກ​ໂຮງຮຽນ​ ໄດ້​ເລັ່ງ​ໃສ່​ການ​ລົບ​ລ້າງ​ຄວາມ​ບໍ່​ຮູ້​ໜັງສື​ ໃຫ້​ປະຊາ ຊົນ​ໃນ​ເກນ​ອາ​ຍຸ 6 ຫາ 14 ປີ, 15 ປີ ​ຂຶ້ນ​ໄປ​. ປະຈຸ​ບັນ​ທົ່ວ​ປະ​ເທດ ​ສາມາດ​ປະກາດ​ຈົບ​ຊັ້ນ​ປະຖົມ​ບຳລຸງ​ທົ່ວ​ແຂວງ ​ໄດ້ 6 ​ແຂວງ ​ຄື: ນະຄອນຫລວງວຽງ​ຈັນ, ຈຳປາ​ສັກ, ຊຽງຂວາງ, ອຸດົມ​ໄຊ, ຫລວງ​ ພະ​ບາງ ​ແລະ​ ຫລວງ​ນ້ຳ​ທາ. ສ່ວນວຽກ​ງານ​ກິລາກາ​ຍະ​ກຳ​ເດັ່ນ​ກວ່າ​ໝູ່​ ໃນ​ສົກປີ 2012-2013 ​ແມ່ນ​ການ​ເປັນ​ເຈົ້າພາບ ​ຈັດ​ມະ ຫະ​ກຳ​ກິລາ​ ມະຫາ​ວິທະຍາ​ໄລ​ອາ​ຊຽນ ຄັ້ງ​ທີ 16, ການຈັດ​ງານ ແຂ່ງຂັນ​ກິລາ ​ເພື່ອ​ສະ​ເຫລີ​ມສະ ຫລອງ​ວັນ​ສ້າງ​ຕັ້ງ​ກິລາລາວ ​ຄົບ ຮອບ 46 ປີ ​ທີ່ແຂວງ​ຄຳ​ມວ່ນ, ການ ຈັດ​ງານ​ແຂ່ງຂັນ​ກິລາ​ພື້ນ​ເມືອງ​ທົ່ວ​ປະ​ເທດ​ ຄັ້ງ​ທີ 8 ທີ່​ແຂວງ ເຊ​ກອງ ​ແລະ ​ອື່ນໆ.
         ສຳລັບ​​ແຜນ​ພັດທະນາ​ການ​ສຶກສາ ​ແລະ ກິລາ​ ສົກ​ປີ 2013- 2014  ​ເພື່ອ​ພັດທະນາ​ຊັບພະຍາ ກອນ​ມະນຸດ ​ໃຫ້ເທດ ເໝາະກັບ​ຍຸດ​ທະ​ສາດ​ແຫ່ງ​ການ​ພັດທະນາ ​ແລະ ​ໂຄງ​ປະກອບ​ເສດຖະກິດ​ຂອງ​ປະ​ເທດກໍ​ຄື​ຄວາມ​ຮຽກ​ຮ້ອງ​ຕ້ອງການ ​ຂອງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ປະຊາ​ຄົມ​​ເສດຖະກິດ​ອາ​ຊຽນ ໃນປີ 2015 ການ​ສຶກສາ ກ່ອນ​ໄວ​ຮຽນ ​ເດັກ​ອາຍຸ 3 ປີ​ໃຫ້​ບັນລຸ​ອັດຕາ​ເຂົ້າ​ຮຽນ​ໃຫ້​ໄດ້ 25%,​ ເດັກນ້ອຍ​ອາຍຸ 5 ປີ​ໃຫ້​ໄດ້​ເຂົ້າ​ຮຽນ​ອະນຸບານ ​ແລະ​ ຫ້ອງ​ກຽມ​ປະຖົມ 54%,​ ເພີ່ມ​ອັດຕາ​ການ​ເຂົ້າ​ຮຽນ​ຊັ້ນ​ມັດທະຍົມ​ຕອນ​ຕົ້ນ​ໃຫ້​ບັນລຸ 72% ​ແລະ ​ເພີ່ມ​ອັດຕາ​ການ​ເຂົ້າ​ຮຽນ​ລວມ​ໃນ​ຊັ້ນ​ມັດທະຍົມ​ຕອນ​ປາຍ ​ໃຫ້​ບັນລຸ 40%, ສູ້​ຊົນ​ໃຫ້​ນັກຮຽນ​ທີ່​ຈົບ​ຊັ້ນ​ມັດທະຍົມ​ສຶກສາ​ຕອນ​ຕົ້ນ​ເຂົ້າ​ຮຽນ​ຕໍ່​ຊັ້ນ​ມັດທະຍົມ​ຕອນ​ປາຍ​ທົ່ວ​ໄປ 80%  ​ແລະ ສາຍ​ວິຊາ​ຊິ​ບ​ໃຫ້​ໄດ້ 20%.

No comments:

Post a Comment