Ad

Ad

25 June 2013

ຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ຢ້ຽມຢາມ ສສ.ຫວຽດນາມ



          ໂດຍຕອບ​ສະໜອງຕາມການເຊື້ອເຊີນ ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສສ.ຫວຽດນາມ ໃນວັນທີ 20 ມິຖຸນານີ້, ທ່ານ ສົມສະຫວາດ ເລັ່ງສະຫວັດຮອງນາຍົກລັດຖະ ມົນຕີ, ຜູ້ຊີ້ນຳວຽກງານເສດຖະກິດ, ວິທະຍາສາດ ແລະ ເຕັກ ໂນໂລຊີ ພ້ອມດ້ວຍ ທ່ານ ສຈ ດຣ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີວ່າການກະຊວງວິທະຍາສາດ ແລະ ເຕັກໂນໂລຊີແຫ່ງ ສປປ.ລາວ ໄດ້ເດີນທາງໄປນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ເພື່ອເຄື່ອນໄຫວຢ້ຽມຢາມ ແລະຖອດ ຖອນບົດຮຽນວຽກ ງານວິທະຍາສາດ-ເຕັກໂນໂລຊີ  ­ຮອງນາຍົກລັດຖະມົນຕີແລະ ຄະນະໄດ້ພົ ບປະກັບ ທ່ານຫງວຽນ ຊວນຟຸກຮອງນາຍົກລັດ ຖະມົນຕີ, ຜູ້ຊີ້ນຳວຽກງານເສດຖະກິດ­ ເຊິ່ງທັງ ສອງຝ່າຍຕ່າງກໍ່ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືໃນໄລຍະຜ່ານມາໂດຍສະ ເພາະໃນວຽກ ງານຂອງຄະນະກຳມະການຮ່ວມມືລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ທັງສອງທ່ານຕ່າງກໍ່ເປັນປະທານ ຂອງຄະນະກຳມະການດັ່ງກ່າວ ເປັນຕົ້ນການຈັດຕັ້ງປະຕິບັດບັນດາໂຄງການຂອງຫວຽດນາມ ຢູ່ລາວທີ່ ທ່ານ ຫງວຽນ ຊວນ ຟຸກ ແລະ ຄະນະໄດ້ຢ້ຽມຢາມຕິດຕາມໃນຕົ້ນປີຜ່ານມາ ມີປະມານ 10 ໂຄງການ ທີ່ຈະສຳເລັດໃນປີນີ້ ແລະ ຍັງມໂຄງການ ຈຳນວນໜຶ່ງທີ່ພວມດຳເນີນໄປຢ່າງປະສິດທິຜົນສູງຕາມເນື້ອ ໃນຈິດໃຈຂອງ ສອງພັກ- ສອງລັດລາວ- ຫວຽດນາມ. ຕັ້ງ​ເປົ້າ​ໄວ້ ພ້ອມນີ້, ຮອງ​ນາຍົກລັດຖະມົນຕີທັງສອງກໍໄດ້ປຶກສາຫາລືນຳກັນກ່ຽວກັບແຜນການ ຮ່ວມມືໃນ ຕໍ່ໜ້າຈຳນວນໜຶ່ງ ເພື່ອປະກ ອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງທັງສອງປະເທດ. ສຳລັບວຽກງານວິທະຍາສາດ ແລະ
ເຕັກໂນໂລຊີທັງ ສອງຝ່າຍຕ່າງກໍຖືເປັນບັນຫາສຳຄັນໃນການພັດທະນາເສດຖະກິດ-ສັງຄົມ ໃນຍຸກໂລກາພິວັດ ແລະ ເຫັນວ່າການຮ່ວມມືໃນ ວຽກ ງານດັ່ງກ່າວໄດ້ຮັບການເສີມຂະຫຍາຍຫວັງວ່າການຢ້ຽມຢາມ ແລະ ຖອດຖອນບົດຮຽນທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ທີ່ ສສ.ຫວຽດນາມ ເທື່ອນີ້ຈະມີອັນສຳຄັນຫຼາຍດ້ານທີ່ສາມາດນຳໄປໝູນໃຊ້ໃນຂົງເຂດວຽກງານດັ່ງກ່າວຂອງ ລາວໃຫ້ໄດ້ຮັບການພັດທະນາຂຶ້ນຕອນ ບ່າຍຂອງວັນດຽວກັນທ່ານຮອງນາຍົກ ສົມສະຫວາດ ເລັ່ງສະຫວັດ ແລະ ຄະນະກໍໄດ້ ເດີນທາງໄປຢ້ຽມຢາມ ແລະ ຖອດຖອນບົດຮຽນທີ່ DanangSolfware Park ແລະ ສູນກວດກາຄຸນນະພາບມາດຕະ ຖານ ແລະວັດແທກ (2) ທີ່ນະຄອນດາ ນັງ. ໃນນັ້ນ, DanangSolfware Park ເປັນໜຶ່ງໃນ 3 ແຫ່ງຂອງ ຊ໊ອຟແວປາກ ສສ.ຫວຽດນາມ ທີ່ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 2010 ໃນເນື້ອທີ່ 10 ພັນເຮັກຕາ ໂດຍການລົງທຶນຂອງລັດຖະບານ ແລະ ­ນະຄອນດານັງໄດ້ມີການ ພັດທະນາເປັນລະບົບຄົບຊຸດ ແລະ ຕອບສະໜອງດ້ານການສ້າງ ຖານຂໍ້ມູນເພື່ອການບໍລິການ, ຜ່ານສາຍໄຍແກ້ວທີ່ມີສາຍຍາວ ເຖິງ 3 ພັນກິໂລແມັດດ້ວຍຄວາມ ໄວ, ສ້າງຖານຂໍ້ມູນໃຫ້ແກ່ຕົວ ເມືອງດານັງ ແລະ ເປັນ ແຂວງ ທຳອິດທີ່ໄດ້ໝູນໃຊ້ ເຂົ້າໃນລະບົບ E-Government, ພ້ອມນີ້, ນະຄອນດັ່ງກ່າວ ກໍໄດ້ສຸມໃສ່ການຍົກລະດັບ ແລະ ພັດທະນາຊັບພະຍາ ກອນມະນຸດ ເຊິ່ງໃນແຕ່ລະປີສາ ມາດສ້າງບຸກຄະລາກອນໄດ້ເຖິງ 10 ພັນຄົນ. ນະຄອນດານັງມີແຜນ ທີ່ ຈະພັດທະນາຊ໊ອຟແວປາກ ແຫ່ງທີສອງ ແລະ ເຂດອຸດສາຫະກຳລວມສູນ Hi-Tech Zone ພ້ອມທັງພັດທະນາລະບົບ IT ເພື່ອໃຫ້ບໍລິການແກ່ສັງຄົມສຳລັບສູນກວດກາຄຸນນະພາບມາດຕະຖານ ແລະ ວັດແທກ (2) ຫຼື Quatest 2 ກໍແມ່ນໜຶ່ງໃນ 3 ສູນທີ່ຂຶ້ນກັບສະຫະກົມມາດຕະຖານຄຸນນະພາບ ແລະ ວັດແທກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສສ.ຫວຽດ ນາມທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1978 ມີພາລະບົດບາດໃນການກວດກາຄຸນນະພາບຂອງສິນຄ້າ, ການຢັ້ງຢືນຄຸນນະພາບ, ການກວດສອບຄວາມປອດໄພໂດຍສະເພາະສິນຄ້າ ສົ່ງອອກ ແລະ ນຳເຂົ້າ. ພ້ອມທັງໃຫ້ບໍລິການ ດ້ານການວັດແທກໂດຍ ລັດຖະບານໄດ້ສຸມໃສ່ລົງທຶນປະກອບອຸປະກອນຄົບຊຸດດ້ວຍເຕັກໂນໂລຊີທີ່ທັນສະໄໝ ແລະ ສາມາດສ້າງລາຍຮັບຈາກການ ບໍລິການຫັນໄປສູ່ການກຸ້ມຕົນເອງ. 
      ໃນ ຕອນ ຄ່ຳຂອງວັນທີ 22 ມິຖຸນາ 2013, ໂດຍການເຊື້ອເຊີນ ຈາກ ທ່ານ ຫງວຽນຊວນຟຸກ ຮອງນາຍົກລັດຖະມົນ ຕີຫວຽດນາມ ທ່ານ ສົມສະຫວາດ ເລັ່ງສະ ຫວັດ ແລະ ຄະນະກໍໄດ້ເຂົ້າຮ່ວມງານສະເຫຼີມສະຫຼອງຄັ້ງທີ 5 ເມືອງມໍລະດົກ ໂລກກວາງ­ຄົບ ຮອບ 10 ປີພ້ອມນີ້ກໍ່ມີຜູ້ແທນຂັ້ນ ສູງຈາກສະຫະປະຊາຊາດ, ບັນ ດາປະເທດອາຊຽນ, ປະເທດໃນ ພາກພື້ນ ແລະ ແຂກພາຍໃນປະ ເທດເຂົ້າຮ່ວມຢ່າງຫຼວງຫຼາຍ. ໃນງານໄດ້ມີການສະແດງສິລະ ປະວັດທະນະທຳທີ່ປະກອບແສງ, ສີ, ສຽງຢ່າງຍິ່ງໃຫຍ່ ເຊິ່ງເປັນການສ່ອງແສງໃຫ້ເຫັນເຖິງວັດ ທະນະທຳຄວາມ ເປັນເອກະລັກ ຂອງຫວຽດນາມກໍຄືຂອງເມືອງ ກວາງ­ທີ່ເປັນເມືອງມໍລະດົກໂລກ ມີອາຍຸມາ​ນານ​ກວ່າ 2 ພັນປີ.

No comments:

Post a Comment