Ad

Ad

25 June 2013

ຄະນະປະຈຳສະພາແຫ່ງຊາດ ແລະ ອົງການປົກປ້ອງກົດຫມາຍຮ່ວມປຶກສາຫາລືການປະຕິບັດກົດຫມາຍ



      ກອງ​ປະຊຸມ​ຮ່ວມລະຫວ່າງ​ຄະນະ​ປະ​ຈຳ​ສະພາ​ແຫ່ງ​ຊາດ ​ແລະ ອົງການ​ປົກ​ປ້ອງ​ກົດໝາຍ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ມິຖຸ ນາ 2013 ຢູ່​ທີ່​ຫໍສະພາ​ແຫ່ງ​ຊາດ, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານນາງ ປານີ ຢ່າ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ, ມີ​ບັນດາ​ຄະນະ​ປະ​ຈຳ​ສະພາ​ແຫ່ງ​ຊາດ, ປະທານ​ກຳ​ມະ​ທິການ​​ກົດໝາຍ, ບັນດາ​ຜູ້ຕາງໜ້າ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ກະຊວງ​ຍຸຕິ​ທຳ, ອົງການ​ໄອ​ຍະ​ການ​ສູງ​ສຸດ ​ແລະ ສານ​ປະຊາຊົນ​ສູງ​ສຸດເຂົ້າ​ຮ່ວມ.
         ການ​ຈັດຕັ້ງ​ກອງ​ປະຊຸມ​ໃນ​ຄັ້ງນີ້ ກໍ​ເພື່ອ​ສ້າງ​ຄວາມ​ເປັນ​ເອກະ​ພາບ​ກັນ​ລະຫວ່າງ ​ຄະນະ​ປະ​ຈຳ​ສະພາ​ແຫ່ງ​ຊາດ ​ແລະ ອົງການ​ປົກ​ປ້ອງ​ກົດໝາຍ​ກ່ຽວ​ກັບການ​ຕີ​ລາຄາສະພາບ​ການຈັດຕັ້ງປະຕິບັດລັດຖະທຳ​ມະນູນ ​ແລະ ກົດໝາຍ​ ປະ​ຈຳ 6 ​ເດືອນ​ຕົ້ນ​ປີ 2013,  ບາງ​ບັນຫາ​ທີ່​ພົ້ນ​ເດັ່ນ ແລະ ປະກົດ​ການ​ຫຍໍ້​ທໍ້​ໃນ​ສັງຄົມລວມທັງ​ສະພາບ​ການ​ເຄື່ອນ​ໄຫວ​ວຽກ​ງານ ​ຂອງ​ອົງການ​ປົກ​ປ້ອງ​ກົດ​ໝາຍ​ເພື່ອ​ພ້ອມກັນ​ປຶກສາ​ຫາລື​ຊອກ​ຫາ​ວິທີ​ການ, ມາດ​ຕະການ​ແກ້​ໄຂ​ບັນຫາ​ດັ່ງກ່າວ ​ ແນ​ໃສ່​ຫລຸດຜ່ອນ​ຫາງ​ສຽງ​ຈົ່ມ​ວ່າ​ຂອງ​ສັງຄົມ. ຈຳ​ກັດ​ການລະ​ເມີດ​ກົດໝາຍ​, ສ້າງ​ທຸກ​ເງື່ອນ​ໄຂ​ໃຫ້​ແກ່​ການຈັດຕັ້ງປະຕິບັດ​ກົດໝາຍ​ໃຫ້​ມີ​ຄວາມ​ສັກ ສິດ, ນອກຈາກນີ້ບັນດາ​ຜູ້​ເຂົ້າ​ຮ່ວມ​ ຍັງ​ໄດ້​ຮັບ​ຟັງ​ການລາຍ ງານ ກ່ຽວ​ການຈັດຕັ້ງປະຕິບັດ​ ກົດໝາຍ​ຕ່າງໆ  ​ເປັນຕົ້ນ​ແມ່ນ​ບົດ​ລາຍງານ ​ກ່ຽວ​ກັບ​ກົນ​ໄກ​ການ​ດຳ​ເນີນ​ຄະດີ ​ແລ​ະ ​ແກ້​ໄຂ​ຄະດີ​ຕາມ​ພາລະ​ບົດບາດ​ຂອງ​ຕົນ​ ໃນ​ສົກ​ປີ 2012-2013, ການ​ປະຕິ ບັດ​ໜ້າທີ່​ຂອງ​ພະນັກງານ​ແຕ່​ລະ​ອົງການ, ບົດ​ລາຍ​ງານ​ກ່ຽວ​ກັບ ການ​ປະຕິບັດ​ໜ້າ​ທີ່​ ຂອງ​ເຈົ້າ​ໜ້າ​ທີ່​
ສືບສວນ-ສອບ​ສວນ ​ໃນ​ການ​ກັກ​ຕົວ. ການ​ຈັບ​ຕົວ, ການ​ກັກ​ຂັງ​ພາງ ​ແລະ ການ​ອະ​ນຸ​ຍາດ​ອອກ​ໄປ​ປີ່​ນປົວ, ການ​ປະຕິບັດ​ໜ້າ​ທີ່​ຂອງ​ພະນັກງານ​ໄອ​ຍະ​ການໃນ​ການ​ສັ່ງ​ຟ້ອງ​ຄະດີ​ທີ່​ເຫັນ​ວ່າ​ມີ​ຄວາມ​ຜິດພາດ, ການ​ຕິດຕາມ​ກວດກາ​ນັກ​ໂທດ​ຢູ່​ຄ້າຍ​ຄຸມ​ຂັງ​, ບົດ​ລາຍ​ງານ​ສັງ​ລວມ ບັນຫາ​ທີ່​ພົ້ນ​ເດັ່ນ ໃນ​ການ​ປະຕິບັດ​ໜ້າ​ທີ່​ຂອງ​ຜູ້​ພິພາກສາ​ໃນ​ການປະກອບຫລັກ​ຖານ, ຕີ​ລາຄາ​ຫລັກຖານ ​ແລະ ການ​ດຳ​ເນີນ​ຄະດີ, ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ປະຕິ ບັດ​ຄຳ​ຕັດສິນ​ຂອງ​ສານ ​​ເຊັ່ນ: ການ​ສວຍ​ໃຊ້​ອຳນາດ​ເກີນ​ຂອບ​ເຂດ, ການ​ປະຕິບັດ​ໜ້າ​ທີ່​ນອກ​ເໜືອ​ຈາກ​ຄຳ​ຕັດສິນ​ຂອງ​ສານ ຫລື ການ​ເລືອກ​ປະຕິບັດ​ໂດຍ​ບໍ່​ສົມ​ເຫດ​ສົມ​ຜົນ ​ພ້ອມ​ນີ້ບັນດາ​ຜູ້​ເຂົ້າ​ຮ່ວມ​ຍັງ​ໄດ້​ປະ ກອບ​ຄຳ​ຄິດ​ຄຳ​ເຫັນໃສ່ບົດ​ລາຍ​ງານ​ດັ່ງກ່າວ​ຕື່ມ​ອີກ.

No comments:

Post a Comment