Ad

Ad

22 August 2014

ຊຸກຍູ້ຜູ້ປະກອບການທຸລະກິດຢູ່ເມືອງສີໂຄດຕະບອງເຂົ້າປະກັນສັງຄົມ



     ໃນວັນທີ 21 ສິງຫານີ້, ຢູ່ຫ້ອງການປົກຄອງເມືອງສີໂຄດຕະບອງ, ນະຄອນ ຫລວງວຽງຈັນ, ໄດ້ມີກອງປະຊຸມເຜີຍແຜ່ຄວາມສຳຄັນຂອງວຽກງານອົງການ ປະກັນສັງຄົມ (ອປສ) ໃຫ້ຜູ້ ປະກອບການຫົວໜ່ວຍທຸລະກິດພາຍໃນ ເມືອງດັ່ງ ກ່າວ, ໂດຍ ການເປັນປະທາຂອງທ່ານ ບຸນ ນຳ ພັນສີທູນ ຮອງເຈົ້າເມືອງສີ ໂຄດ ຕະບອງ ແລະ ບັນຍາຍໂດຍ ທ່ານ ປະສົງ ວົງຄຳຈັນອຳນວຍການອົງການ ປະກັນສັງຄົມ.
     ກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງກ່ຽວກັບປະຫວັດຄວາມເປັນ ມາຂອງອົງການ ປະກັນສັງຄົມ, ຄວາມສຳຄັນ ແລະ ພັນທະຂອງການເຂົ້າເປັນສະມາຊິກປະກັນ ສັງຄົມລວມເຖິງຜົນປະໂຫຍດທີ່ຈະໄດ້ຮັບຈາກປະກັນສັງຄົມເພື່ອໃຫ້ຜູ້ປະກອບການ ຫົວໜ່ວຍທຸລະກິດທັງພາຍໃນ ແລະ ຕ່າງປະເທດທີ່ດຳເນີນທຸລະກິດຢູ່ລາວ ເວົ້າລວມ, ເວົ້າສະເພາະແມ່ນຜູ້ປະກອບການຢູ ເມືອງສີໂຄດໄດ້ຮັບຮູ້ເຂົ້າໃຈ ແລະ ມີຄວາມຕື່ນ ຕົວເຂົ້າເປັນສະມາຊິກອົງການປະກັນສັງຄົມໃຫ້ຖືກຕ້ອງຕາມລະບຽບທີ່ລັດ ຖະບານກຳນົດໄວ.    

     ທ່ານອຳນວຍ​ການ​ອົງການ​ປະກັນ​ສັງຄົມ ກ່າວວ່າ: ພາຍ ຫລັງ​ໄດ້​ມີ​ການ​ສ້າງຕັ້ງອົງການ​ປະກັນ​ສັງຄົມ (ອປສ) ຂຶ້ນ​ໃນ​ປີ 2001 ​ເປັນຕົ້ນມາ, ​ເຫັນ​ວ່າ​ມີ​ບາດກ້າວ​ເຕີບ​ໃຫຍ່​ຂຶ້ນ​ເລື້ອຍໆ ເຊິ່ງ​ສະ​ແດງ​ອອກ​ໃນ​ໂຕ​ເລກ​​ເພີ່ມ​ຂຶ້ນຂອງ​ສະມາຊິກ​ໃນ​ແຕ່ລະ​ໄລຍະ ຄື​ປີ 2001 ມີ​ວິ​ສາ​ຫະກິດ​ເຂົ້າ​ເປັນ​ສະມາຊິກ 64 ຫົວໜ່ວຍ, ປີ 2005 ມີ 223 ຫົວໜ່ວຍ ​ແລະ ເພີ່ມ​ຂຶ້ນ​ເປັນ 1.473 ຫົວໜ່ວຍ​ ​ໃນ​ປີ 2014 ​ມີ​ຜູ້​ປະກັນ​ຕົນ 80 ພັນ​ກວ່າ​ຄົນ. ແຕ່​ແນວ​ໃດ​ກໍ​ຕາມ, ໂຕ​ເລກ​ດັ່ງກ່າວ​ຖື​ວ່າ​ຍັງ​ໜ້ອຍ​ຫຼາຍ​ກວມ​ພຽງ 1/3 ຂອງ​ຫົວໜ່ວຍ​ທຸ ລະ​ກິດທັງ​ພາກ​ລັດ ​ແລະ ​ເອກະ​ຊົນ​ທົ່ວ​ປະ​ເທດ​ ເຊິ່ງ​ເຫັນ​ວ່າ​ຍັງ​ມີ​ຫລາຍ​ຫົວໜ່ວຍ​ວິ​ສາ​ຫະກິດ​​ຫລົບ​ຫລີກ​ການ​ເຂົ້າ​ເປັນ​ສະມາ ຊິກ​ອົງການ​ປະກັນ​ສັງຄົມ ​ແລະ ມີ​ຄວາມ​ເຂົ້າ​ໃຈ​ພຽງ​ວ່າການ​ເຂົ້າ​ເປັນ​ສະມາຊິກ​ປະກັນ​ສັງຄົມ​ນັ້ນ​ແມ່ນ​ການ​ເສຍ​ເງິນ​ໂດຍ​ເປົ່າ​ປະ​ໂຫຍ​ດ ແລະ ​ເມື່ອ​ເວລາ​ໄປ​ປິ່ນປົວ​ຢູ່​ໂຮງໝໍ​ກໍ​ບໍ່​ຄ່ອຍ​ໄດ້​ຮັບ​ການ​ເບິ່ງ​ແຍງ​ຮັກສາ​ທີ່​ດີ ​ແລະ ມີ​ຄວາມ​ຫຍຸ້ງຍາກ ​ເຊິ່ງຄວາມ​ຈິງ​ແລ້ວການ​ເຂົ້າ​ປະກັນ​ສັງຄົມ​ແມ່ນ​ມີ​ປະ​ໂຫຍ​ດຫລາຍ​ຢ່າງ​ໃນ​ການ​ປົກ​ປ້ອງ​ຄຸ້ມ​ຄອງ​ສຸຂະພາບ​ຜູ້​ໃຊ້​ແຮງ​ງານ ​ແລະ ຜູ້​ອອກ​ແຮງ​ງານ ​ແລະ ທັງ​ເປັນ​ພັນທະ​ຂອງ​ທຸກ​ຫົວໜ່ວຍ​ວິ​ສາ​ຫະກິດ​ທີ່​ໄດ້​ສ້າງຕັ້ງ ​ແລະ ດຳ​ເນີນ​ທຸລະ​ກິດ​ໃນ ສປປ ລາວ, ຖ້າ​ຫົວໜ່ວຍ ວິສາ​ຫະກິດ​ໃດ​ບໍ່​ປະຕິບັດ​ການ​ເຂົ້າ​ເປັນ​ສະມາຊິກ​ກໍ​ຖື​ວ່າ​ລະ​ເມີດ​ລະບຽບ​ທີ່​ລະບຸ​ໄວ້​ໃນ​ດຳລັດ​ເລກທີ 207/ນຍ ວ່າ​ດ້ວຍ​ລະ ບອບ​ປະກັນ​ສັງຄົມ​ສຳລັບ​ຜູ້​ອອກ​ແຮງ​ງານ​ໃນ​ພາກ​ວິ​ສາ​ຫະກິດ.
     ທ່ານ​ອຳນວຍ​ການ​ອົງການ​ປະກັນ​ສັງຄົມ ​ໃຫ້​ຮູ້​ວ່າ: ຕະ ຫລອດ 13 ປີຜ່ານມາ(ອປສ) ໄດ້ ຈ່າຍ​ອຸດ​ໜູນ​ໃຫ້​ສະມາຊິກ​ໄປ​ແລ້ວ 167 ຕື້ກວ່າ​ກີບ, ໃນ​ນັ້ນອຸດ​ໜູນ​ໄລຍະ​ສັ້ນ​ເຊັ່ນ: ເຈັບ​ປ່ວຍ, ເກີດ​ລູກ ,ເສຍ​ຊີວິດ ​ແລະ ​ເສຍ​ແຮງງານ​ຊົ່ວຄາວ 42 ຕື້ກວ່າ​ກີບ, ຈ່າຍ​ອຸດ​ໜູນ​ໄລຍະ​ຍາວ​ມີ​ບຳນານ, ເສຍ​ອົງຄະ, ຄອບຄົວ​ຜູ້​ເສຍ​ຊີວິດ 24 ຕື້ກວ່າ​ກີບ, ຈ່າຍ​ປິ່ນປົວ​ສຸຂະພາບ​ໃຫ້​ແຕ່ລະ​ໂຮງໝໍ​ຄູ່​ສັນຍາ​ທົ່ວ​ປະ​ເທດ 72 ຕື້ກວ່າ​ກີບ ​ແລະ ຈ່າຍ​ອຸປະຕິ​ເຫດ​ແຮງ​ງານ​ຫລາຍ​ກວ່າ 1 ຕື້ກີບ.

No comments:

Post a Comment