Ad

Ad

9 September 2016

ກອງປະຊຸມສຸດຍອດອາຊຽນຄັ້ງທີ 28 ແລະ 29 ອັດລົງດ້ວຍຜົນສຳເລັດ ແລະ ມອບຫນ້າທີ່ປະທານອາຊຽນໃຫ້ແກ່ຟີລິບປິນ

           ກອງປະຊຸມສຸດຍອດອາຊຽນຄັ້ງທີ 28, 29 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ, ໄດ້ອັດລົງດ້ວຍຜົນສໍາເລັດອັນຈົບງາມໃນຕອນແລງວັນທີ 8 ກັນຍານີ້ ພາຍຫລັງດຳເນີນມາ 2 ວັນ ທ່າມກາງການຮັບຮອງເອົາຫຼາຍບັນຫາທີ່ສຳຄັນ  ຢູ່ຫໍປະຊຸມແຫ່ງຊາດ ນະຄອນ ຫລວງວຽງຈັນ, ໂດຍການເຂົ້າຮ່ວມມີບັນດາຜູ້ນຳປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມເຈລະຈາອື່ນໆ.
          ທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ທອງລຸນ ສີສຸລິດ ໄດ້ຖະແຫລງຜົນສຳເລັດກອງປະຊຸມດັ່ງກ່າວຕໍ່ສື່ມວນຊົນວ່າ: ສປປ ລາວ ມີຄວາມພາກພູມໃຈທີ່ໄດ້ຮັບກຽດເປັນເຈົ້າພາບກອງປະຊຸມຄັ້ງນີ້, ພາຍໃຕ້ຄໍາຂວັນ: ຫັນວິໄສທັດໃຫ້ເປັນຮູບປະທຳ ເພື່ອຄວາມເຂັ້ມແຂງຂອງປະຊາຄົມອາຊຽນແລະ ໄດ້ຈົບລົງດ້ວຍຜົນສໍາເລັດ,   ແມ່ນຍ້ອນພວກເຮົາໄດ້ຮັບການຊ່ວຍເຫຼືອ,
ການສະໜັບສະໜູນ ແລະ ການຮ່ວມມືອັນລ້ຳຄ່າ ຈາກບັນດາປະເທດສະມາຊິກອາຊຽນ, ຄູ່ເຈລະຈາອາຊຽນ ກໍ່ຄືບັນດາຄູ່ຮ່ວມມືພາຍນອກ  ປະເທດເພື່ອນມິດ ແລະ ອົງການຈັດຕັ້ງພາກພື້ນ ແລະ ສາກົນ, ຂ້າພະເຈົ້າຕາງໜ້າລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າຂໍສະແດງຄວາມຮູ້ບຸນຄຸນຢ່າງຈິງໃຈສຳລັບການຊ່ວຍເຫຼືອ ແລະ ການສະໜັບສະໜູນດ່ັງກ່າວ ແລະ ຫວັງວ່າຈະສືບຕໍ່ໄດ້ຮັບການຊ່ວຍເຫຼືອ ແລະ ສະໜັບສະໜູນຕໍ່ການເປັນປະທານອາຊຽນຂອງ ສປປລາວ ຈົນຮອດວັນທີ 31 ທັນວາ 2016  ແລະ ໃນຊຸມປີຕໍ່ໜ້າ.ພວກເຮົາໄດ້ຢ້ຳຄືນຄວາມໝາຍໝັ້ນສືບຕໍ່ສ້າງປະຊາຄົມອາຊຽນ ໃຫ້ເຂັ້ມແຂງ ແລະ ຈະເລີນກ້າວໜ້າດ້ວຍການຈັດຕັ້ງຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2025 ກໍຄືແຜນແມ່ບົດຂອງສາມເສົາຄ້ຳ ແລະ ໄດ້ຮັບຮອງເອົາແຜນງານຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ສະບັບທີສາມ ແລະ ແຜນແມ່ບົດການເຊື່ອມຈອດອາຊຽນ 2025 ເປັນສ່ວນໜຶ່ງຂອງວິໃສທັດປະຊາຄົມອາຊຽນ 2025. ພ້ອມນີ້ ສປປ ລາວ ໄດ້ຢ້ຳຄືນຄວາມສຳຄັນໃນການສືບຕໍ່ຮັດ   ແໜ້ນການພົວພັນກັບພາຍນອກ ກໍຄືເສີມຂະຫຍາຍຄວາມເປັນແກນກາງຂອງອາຊຽນໃນໂຄງສ້າງພາກພື້ນພວມຜັນແປ ໂດຍຜ່ານບັນດາກົນໄກທີ່ອາຊຽນເປັນຜູ້ລິເລີ່ມຂຶ້ນຄື: ອາຊຽນບວກໜຶ່ງ, ອາຊຽນບວກສາມ, ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນບວກ, ເວທີພາກພື້ນອາຊຽນ ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ, ພ້ອມກັນນີ້ ພວກເຮົາກໍໄດ້ເຫັນດີສືບຕໍ່ຄົ້ນຄວ້າວິທີການທີ່ເໝາະສົມ ເພື່ອຮ່ວມມືກັບບັນດາປະເທດທີ່ສົນໃຈສ້າງສາຍພົວພັນກັບອາຊຽນ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ປະກອບສ່ວນເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ. ໃນໂອກາດກອງປະຊຸມສຸດຍອດຄັ້ງນີ້, ອາຊຽນໄດ້ຮັບເອົາຈີເລ, ເອຢິບ ແລະ ມາຣົກເຂົ້າເປັນພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້. ສຳລັບກອງປະຊຸມສຸດຍອດອາຊຽນກັບພາຍນອກ ບັນດາຜູ້ນຳອາຊຽນໄດ້ມີກອງປະຊຸມສຸດຍອດກັບແຕ່ລະຄູ່ເຈລະຈາຄື: ສປ ຈີນ, ຍີ່ປຸ່ນ, ສ.ເກົາຫລີ, ອິນເດຍ, ສະຫະລັດອາເມລິກາ, ອົດສະຕາລີ ແລະ ອົງການສະຫະປະຊາຊາດ ຊຶ່ງພວກເຮົາບັນດາຜຸ້ນຳອາຊຽນ ແລະ ຄູ່ຮ່ວມເຈລະຈາ ຕາງກໍເຫັນດີສືບຕໍ່ຮັດແໜ້ນການຮ່ວມມືໃນທຸກຂົງເຂດໃຫ້ມີປະສິດທິພາບ ແລະ ປະສິດທິຜົນກວ່າເກົ່າ, ໂດຍສະເພາະແມ່ນການຄ້າ, ການລົງທຶນ, ການເຊື່ອມຈອດ, ການທ່ອງທ່ຽວ, ການໄປມາຫາສູ່ກັນລະຫວ່າງປະຊາຊົນ ແລະ ອື່ນໆ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ, ພ້ອມນີ້ ກໍມີກອງປະຊຸມສຸດຍອດອາຊຽນບວກສາມ ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ; ກອງປະຊຸມສຸດຍອດອາຊຽນ-ຈີນໃນປີນີ້, ໄດ້ສະເຫລີມສະຫລອງຄົບຮອບ 25 ປີ ການພົວພັນອາຊຽນ-ຈີນ ແລະ ໄດ້ຮັບຮອງເອົາຖະແຫລງການຮ່ວມຂອງກອງປະຊຸມສຸດຍອດສະເຫລີມສະຫລອງການພົວພັນອາຊຽນ-ຈີນ ຄົບຮອບ 25 ປີ ແລະ ເອກກະສານອື່ນໆອີກຈຳນວນໜຶ່ງ.
          ກອງປະຊຸມສຸດຍອດອາຊຽນ-ອົດສະຕາລີ ໃນປີນີ້ເປັນກອງປະຊຸມສຸດຍອດຄັ້ງທຳອິດຫຼັງຈາກທີ່ສອງຝ່າຍໄດ້ຍົກລະດັບການຮ່ວມມືຂຶ້ນເປັນຄູ່ຮ່ວມຍຸດທະສາດໃນປີ 2014  ແລະ ເຫັນດີຈັດກອງປະຊຸມສຸດຍອດແບບປົກກະຕິໃນທຸກໆ 2 ປີ; ພາຍໃຕ້ຂອບການຮ່ວມມືອາຊຽນ ບວກ 3 ພວກເຮົາໄດ້ຢ້ຳຄືນຄວາມໝາຍໝັ້ນ ເພື່ອສົ່ງເສີມການຮ່ວມມືອາຊຽນ ບວກ 3 ເປັນກົນໄກສຳຄັນ ເພື່ອກ້າວໄປສູ່ການສ້າງປະຊາຄົມເສດຖະກິດອາຊີຕາເວັນອອກໃນໄລຍະຍາວໂດຍສືບຕໍ່ຈັດຕັ້ງປະຕິບັດບັນດາແຜນວຽກ ແລະ ກິດຈະກຳການຮ່ວມມືໃຫ້ມີປະສິດທິຜົນ ແລະ ກະກຽມການສະເຫຼີມສະຫຼອງການຮ່ວມມືອາຊຽນ ບວກ 3 ຄົບຮອບ 20 ປີໃນປີ 2017. ໃນໂອກາດນີ້, ຜູ້ນຳອາຊຽນ ບວກ 3 ໄດ້ຮັບຮອງເອົາ 2 ເອກະສານຄື: 1; ຖະແຫຼງການວ່າດ້ວຍການສົ່ງເສີມການຮ່ວມມື ເພື່ອການພັດທະນາແບບຍືນຍົງທີ່ສະເໜີໂດຍ ສປປ ລາວ. 2; ຖະແຫຼງການວ່າດ້ວຍການສົ່ງເສີມສຸຂະພາບຜູ້ສູງອາຍຸ ເຊິ່ງຖືເປັນເອກະສານຍຸດທະສາດສຳຄັນ ເພື່ອສົ່ງເສີມການພັດທະນາແບບຍືນຍົງ ແລະ ຄວາມຢູ່ດີກິນດີຂອງປະຊາຊົນຂອງພວກເຮົາຢູ່ໃນພາກພື້ນ.
          ກອງປະຊຸມສຸດຍອດອາຊີຕາເວັນອອກ (EAS) ເຊິ່ງມີ 18 ປະເທດຄື: 10 ປະເທດອາຊຽນ, ສປ ຈີນ, ຍີ່ປຸ່ນ, ສເກົາຫຼີ, ອິນເດຍ, ອົດສະຕາລີ, ນີວຊີແລນ, ສາຫະລັດອາເມລິກາ ແລະ ສະຫະພັນຣັດເຊຍ, ໄດ້ຢ້ຳຄືນຄວາມສຳຄັນຂອງ (AES) ໃນການເປັນເວທີສຳລັບຜູ້ນຳ ເພື່ອປຶກສາຫາລືບັນຫາຍຸດທະສາດ, ການເມືອງ ແລະ ເສດຖະກິດທີ່ມີຜົນປະໂຫຍດ ແລະ ມີຄວາມເປັນຫ່ວງຮ່ວມກັນ ແລະ ໄດ້ຢ້ຳຄືນຄວາມໝາຍໝັ້ນທີ່ຈະເສີມຂະຫຍາຍກົນໄກການຮ່ວມມືດັ່ງກ່າວນີ້ໃຫ້ເຂັ້ມແຂງ, ພວກເຮົາໄດ້ຮັບຮອງເອົາຖະແຫຼງການວຽງຈັນວ່າດ້ວຍການສົ່ງເສີມການຮ່ວມມື ເພື່ອພັດທະນາພື້ນຖານໂຄງລ່າງຢູ່ອາຊີຕາເວັນອອກທີ່ສະເໜີໂດຍ ສປປລາວ ແລະ ເອກະສານອື່ນໆຈຳນວນໜຶ່ງ.
          ຜູ້ນຳອາຊຽນໄດ້ລົງນາມຮັບຮອງເອົາ ຖະແຫລງການວ່າດ້ວຍອາຊຽນເປັນໜຶ່ງດຽວໃນການຕອບໂຕ້ໄພພິບັດ ອາຊຽນ ເປັນໜຶ່ງດຽວໃນການຕອບໂຕ້ໄພພິບັດໃນພາກພື້ນ ແລະ ນອກພາກພື້ນ ແລະ ໄດ້ຮັບຮອງເອົາເອກກະສານອື່ນໆອີກຈຳນວນໜຶ່ງ ເພື່ອຈັດຕັ້ງຜັນຂະຫຍາຍ 8 ບູລິມະສິດຂອງການເປັນປະທານອາຊຽນໃນປີ 2016 ກໍຄືວິໄສທັດປະຊາຄົມອາຊຽນ 2025.
          ພວກເຮົາເຊື່ອໝັ້ນວ່າ ພາຍໃຕ້ການເປັນປະທານອາຊຽນຂອງຟີລິບປິນໃນປີ 2017 ນອກຈາກຈະມີການສະເຫຼີມສະຫຼອງອາຊຽນຄົບຮອບ 50 ປີຢ່າງມີຄວາມໝາຍແລ້ວ, ປະຊາຄົມອາຊຽນກໍ່ຈະສືບຕໍ່ມີຜົນສຳເລັດອັນໃໝ່ ປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2025 ໃຫ້ເປັນຮູບປະທຳ, ສປປ ລາວ ຈະສືບຕໍ່ໃຫ້ການສະໜັບສະໜູນການເປັນປະທານອາຊຽນຂອງຟີລິບປິນ ຢ່າງເຕັມປ່ຽມ ແລະ ຮ່ວມມືກັບບັນດາປະເທດສະມາຊິກອາຊຽນ, ຄູ່ເຈລະຈາອາຊຽນກໍ່ຄືບັນດາຄູ່ຮ່ວມມືພາຍນອກ ແລະ ປະເທດເພື່ອນມິດ ແລະ ອົງການຈັດຕັ້ງພາກພື້ນ ແລະ ສາກົນຕ່າງໆ ເພື່ອປະກອບສ່ວນສ້າງຄວາມເຂັ້ມແຂງໃຫ້ປະຊາຄົມອາຊຽນ ແລະ ຮັດແໜ້ນການພົວພັນຮ່ວມມື ກັບ ພາຍນອກຕາມວິຖີທາງອາຊຽນກໍ່ຄືບັນດາຫຼັກການອາຊຽນ.

          ການເປັນປະທານອາຊຽນຂອງຟີລິບປິນຈະເລີ່ມແຕ່ວັທີ 1 ມັງກອນ 2017 ເຊິ່ງເປັນປີ ຄົບ ຮອບ 50 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ ບັນດາປະເທດສະມາຊິກອາຊຽນຈະສະເຫຼີມສະຫຼອກປີທີ່ມີຄວາມໝາຍຄວາມສຳຄັນນີ້ລວມທັງສົ່ງເສີມການທ່ອງທ່ຽວອາຊຽນເປັນເປົ້າໝາຍທ່ອງທ່ຽວໜຶ່ງດຽວພາຍໃຕ້ຄຳຂວັນ: ຢ້ຽມຢາມອາຊຽນ ໃນໂອກາດສະເຫຼີມສະຫອງ ຄົບຮອບ 50 ປີຕາມທີ່ຜູ້ນໍາອາຊຽນໄດ້ປະກາດໃນພິທີເປີດກອງປະຊຸມສຸດຍອດອາຊຽນຄັ້ງທີ 28-29 ແລະ ກອງປະຊຸມສຸດຍອດອື່ນທີ່ກ່ຽວຂອງໃນວັນທີ 6 ກັນຍາຜ່ານມາ ແລະ ຂ້າພະເຈົ້າຂໍມອບການເປັນປະທານອາຊຽນຂອງຟີລິບປິນນັບແຕ່ວັນທີ 1 ມັງກອນເປັນຕົ້ນໄປ.

No comments:

Post a Comment