Ad

Ad

20 August 2014

ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢູ່ແຂວງຈຳປາສັກໄດ້ຮັບການຊ່ວຍເຫລືອ

      ໃນໂອກາດທີ່ ທ່ານ ດຣ.ບຸນ ຖອງ ດີວິໄຊ ເຈົ້າແຂວງໆຈໍາປາສັກລົງເຄື່ອນ ໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ເມືອງ ຈໍາປາສັກ ແລະ ເມືອງສຸຂຸມາ ທີ່ໄດ້ ຮັບຜົນກະທົບຈາກໄພນ້ຳຖ້ວມ, ໃນອາທິດຜ່ານມາ, ທ່ານໄດ້ຮັບຟັງການແກ້ ໄຂສະພາບໄພນ້ຳຖ້ວມຈາກເຈົ້າເມືອງເຊິ່ງຍົກໃຫ້ເຫັນວ່າມາຮອດປັດຈຸບັນທັງ ສອງເມືອງໄດ້ຮັບ ການຊ່ວຍເຫລືອເບື້ອງຕົ້ນແລ້ວຈຳນວນໜຶ່ງ.
     ສະເພາະເມືອງສຸຂຸມາໄດ້ຮັບຜົນເສຍຫາຍຈາກໄພນ້ຳຖ້ວມລວມມູນຄ່າ 8 ຕື້ກວ່າກີບ ເປັນ ອັນດັບທີ 2 ຖັດຈາກເມືອງຊະນະສົມບູນ, ມາຮອດປັດຈຸບັນໄດ້ຮັບການຊ່ວຍເຫລືອແລ້ວລວມມູນ ຄ່າທັງໝົດ 36 ລ້ານກວ່າກີບ ຖ້າທຽບໃສ່ສະພາບຕົວຈິງເຫັນວ່າຍັງຕ້ອງການຄວາມຊ່ວຍເຫລືອຕື່ມອີກຢ່າງຫລວງຫລາຍ. ໃນໂອກາດນີ້, ທ່ານເຈົ້າແຂວງໄດ້ເນັ້ນໃຫ້ຄະນະພັກ-ຄະນະນໍາແຕ່ລະເມືອງເອົາໃຈໃສ່ລົງເຄື່ອນໄຫວຊຸກຍູ້ປະຊາຊົນທີ່ໄດ້ຮັບ
ຜົນກະທົບຈາກໄພພິບັດນໍ້າຖ້ວມ, ສຸມໃສ່ການຜະລິດຢ່າງເປັນຂະບວນກ້ວາງຂວາງເພື່ອທົດແທນຜົນຜະລິດທີ່ເສຍຫາຍ, ພ້ອມນັ້ນ ກໍໃຫ້ລົງເຄື່ອນໄຫວເກັບກໍາຂໍ້ມູນກ່ຽວກັບຄອບຄົວປະຊາຊົນທີ່ໄດ້ຮັບຜົນກະທົບໃຫ້ລະອຽດ ແລະ ຖືກຕ້ອງຕາມ ຄວາມຈິງເພື່ອໃຫ້ການຊ່ວຍເຫລືອຢ່າງທົ່ວເຖິງ. ພ້ອມມອບແນວພັນເຂົ້າ ແລະ ເຄື່ອງອຸປະໂພກບໍລິໂພກໃຫ້ແກ່ອໍານາດ ການປົກຄອງທັງສອງເມືອງຕື່ມອີກ.
       ໃນໄລຍະດຽວກັນນີ້ ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ຮ່ວມກັບພະແນກ ກະສິກໍາ ແລະ ປ່າໄມ້ແຂວງໄດ້ນໍາເອົາແນວພັນເຂົ້າຈ້າວຫອມປາວິນາໃຫ້ສອງເມືອງດັ່ງກ່າວ, ໃນນັ້ນ ມອບໃຫ້ອໍານາດການປົກ ຄອງ ເມືອງຈໍາປາສັກ 700 ກິໂລ ແລະ ເມືອງສຸຂຸມາ ອີກຈໍານວນ 1.450 ກິໂລ, ເພື່ອນໍາໄປແບ່ງປັນໃຫ້ປະຊາຊົນທີ່ໄດ້ຮັບ ຜົນກະທົບຈາກໄພນ້ຳຖ້ວມ.

No comments:

Post a Comment