Ad

Ad

19 August 2014

ໄຂນຳໃຊ້ທາງຫລວງແຫ່ງຊາດ ເລກທີ 11



   ພິທີໄຂນຳໃຊ້ເສັ້ນທາງຫຼວງແຫ່ງຊາດເລກ 11 ແຕ່ສາມແຍກເກົ້າລ້ຽວຫາເມືອງ ສັງທອງ ນະຄອນຫລວງວຽງຈັນ ມີຂຶ້ນ ໃນ ວັນທີ 15 ສິງຫາຜ່ານມານີ້, ໂດຍການ ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ພ້ອມນີ້ ຍັງມີພາກສ່ວນກ່ຽວຂ້ອງຈາກຝ່າຍລາວ ແລະ ໄທ ເຂົ້າຮ່ວມຢ່າງ ຫລວງຫລາຍ.
       ເສັ້ນທາງດັ່ງກ່າວ, ໄດ້ຮັບການສະໜັບສະໜູນດ້ານການເງິນຈາກລັດຖະ ບານໄທກໍຄືອົງການນິດາ (NEDA) ໃນມູນຄ່າ 1.392 ລ້ານບາດ (ສະກຸນເງິນ ໄທ) ຫລື ປະມານ 348 ຕື້ກີບ, ໃນ ນັ້ນ, 30% ແມ່ນຊ່ວຍເຫລືອລ້າ ແລະ 70% ແມ່ນກູ້ ຢືມດອກເບ້ຍຕ່ຳໄລຍະຍາວ ແລະ ຮັບເໝົາກໍ່ສ້າງໂດຍບໍລິສັດໄທວັດວິສະ ວະກອນຈຳກັດໃນໄລຍະເວລາ 3 ປີ ຈຶ່ງສຳເລັດ ເສັ້ນທາງສາຍນີ້, ນອກຈາກຈະອຳນວຍໃຫ້ແກ່ ການຄົມມະນາຄົມ, ໄປມາ ຫາສູ່ລະຫວ່າງປະຊາຊົນ, ການຂົນສົ່ງພາຍໃນປະເທດມີຄວາມສະດວກຫລາຍຂຶ້ນແລ້ວ, ຍັງເປັນເສັ້ນທາງເຊື່ອມຕໍ່ກັບຊາຍ
ແດນລາຊະອານາຈັກໄທນຳດ້ວຍອັນຈະເປັນການປະກອບສ່ວນສຳຄັນໃນການຊຸກຍູ້ເສດຖະກິດ-ສັງຄົມ, ການຄ້າ, ການ ລົງທຶນ ແລະ ການທ່ອງທ່ຽວຂອງລາວໃຫ້ມີການຂະຫຍາຍຕົວດີຍິ່ງຂຶ້ນ ແລະ ຊ່ວຍໃຫ້ລະດັບຊີວິດການເປັນຢູ່ຂອງປະຊາ ຊົນບັນດາເຜົ່າທີ່ດຳລົງຊີວິດລຽບຕາມເສັ້ນທາງນັບ ມື້ດີຂຶ້ນເປັນກ້າວໆ.
         ຫົວໜ້າໂຄງການເສັ້ນທາງດັ່ງກ່າວໃຫ້ຮູ້ວ່າ: ເສັ້ນ ທາງຫລວງເລກທີ 11 ມີຈຸດເລີ່ມຕົ້ນແຕ່ສາມແຍກລະຫວ່າງທາງ ຫລວງແຫ່ງຊາດເລກ 13 ເໜືອ ແລະ ທາງສີໄຄ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ລຽບຕາມແມ່ນ້ຳຂອງໄປທາງ ທິດຕາເວັນຕົກສຽງເໜືອ ແລະ ຂ້າມຜ່ານນ້ຳຂອງໄປເຊື່ອມ ຈອດກັບເສັ້ນທາງເລກ 4 ຢູ່ບ້ານ ຄົກເຂົ້າດໍ ເມືອງປາກລາຍ  ແຂວງໄຊຍະບູລີ ມີຄວາມຍາວ 204 ກິໂລແມັດ, ລັດຖະບານ ໄດ້ກຳນົດເອົາເສັ້ນທາງສາຍນີ້ເປັນເສັ້ນທາງຍຸດທະສາດທີ່ມີ ຄວາມສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມເວົ້າລວມ, ເວົ້າສະເພາະຢູ່ບັນດາແຂວງທີ່ມີເສັ້ນທາງຜ່ານ ແລະ ທັງເປັນເສັ້ນ ທາງເຊື່ອມຕໍ່ລະຫວ່າງບັນດາແຂວງເໜືອ, ພາກກາງ ແລະ ພາກໃຕ້ ແລະ ເຊື່ອມໄປຫາປະເທດເພື່ອນບ້ານ ແລະ ອານຸພາກ ພື້ນນຳອີກ.
     ເສັ້ນທາງສາຍນີ້, ເມື່ອກ່ອນເປັນທາງດິນແດງ, ແລວທາງຄົດໂຄ້ງຫລາຍ, ໜ້າທາງແຄບ ແລະ ເປັນຄື້ນເປັນຂຸມການສັນ ຈອນໄປມາມີຄວາມຫຍຸ້ງຍາກລຳບາກ, ບາງປີເກີດນ້ຳຖ້ວມເສັ້ນທາງເປ່ເພເຮັດໃຫ້ການສັນຈອນຕິດຂັດເປັນເວລາດົນ ແລະ ສ້າງຄວາມສິ້ນເປືອງຫລາຍຢ່າງດັ່ງນັ້ນ, ລັດຖະບານລາວຈຶ່ງໄດ້ສະເໜີຕໍ່ລັດຖະບານໄທໃຫ້ການຊ່ວຍເຫລືອໃນການກໍ່ສ້າງ ສ້ອມແປງເສັ້ນທາງດັ່ງກ່າວມີມາດຕະຖານ ແລະ ອຳນວຍຄວາມສະດວກສະບາຍໃນການຄົມມະນາຄົມໃຫ້ດີຂຶ້ນເທື່ອລະ ກ້າວ. 

No comments:

Post a Comment