Ad

Ad

19 August 2014

ສື່ມວນຊົນລາວສຳເລັດການຍົກລະດັບວິຊາສະເພາະຢູ່ ສສ ຫວຽດນາມ



      ສື່ມວນຊົນລາວ 30 ກວ່າຄົນ ໄດ້ສຳເລັດການຍົກລະດັບທັກສະການຂຽນບົດ ສາລະຄະດີໃນລັກສະ ນະສືບສວນ ພາຍຫລັງດຳເນີນມາ ແຕ່ວັນທີ 11-15 ສິງຫາ ຜ່ານມານີ້, ຢູ່ເກືອລໍ ແຂວງເງະອານ ສສ ຫວຽດນາມ. ເຂົ້າຮ່ວມພິທີປິດມີ ທ່ານ ຫງວຽນ ຫິວ ເລຶອງ ຫົວໜ້າກົມ ສື່ມວນຊົນ ກະຊວງຖະແຫລງຂ່າວ ແລະ ການສື່ ສານຫວຽດນາມ, ທ່ານ ວິໄລທອງ ສີຊານົນ ຫົວໜ້າສະຖາ ບານສື່ມວນຊົນ ແລະ ວັດທະນະທຳ, ພ້ອມດ້ວຍຄູອາຈານ ແລະ ນັກຂ່າວ ເຂົ້າຮ່ວມ.
      ຊຸດອົບຮົມຄັ້ງນີ້ ແມ່ນການຮ່ວມມືກັນລະຫວ່າງກະຊວງຖະແຫຼງຂ່າວ ແລະ ການສື່ສານຫວຽດນາມ ແລະ ກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ໂດຍໄດ້ ຮັບການສະໜັບສະໜູນຈາກກະຊວງຖະແຫລງຂ່າວ ແລະ ການສື່ ສານຫວຽດນາມ, ເຊິ່ງຕະຫລອດ 5 ວັນຂອງການເຝິກອົບຮົມ, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ວິທີຂຽນບົດ, ສາລະຄະດີສືບສວນ,
ເຕັກນິກໃນການເຂົ້າຫາແຫລ່ງຂໍ້ມູນ, ການຂຶ້ນແຜນເພື່ອໄປເກັບກຳຂ່າວ ແລະ ຫລັກການຂຽນບົດ, ວິທີລາຍງານຂ່າວໃຫ້ຖືກ ຕ້ອງຕາມສະພາບຄວາມເປັນຈິງເພື່ອສ້າງຄວາມອາດສາມາດ ແລະ ເພີ່ມຄວາມແຫລມຄົມເຮັດໃຫ້ເນື້ອໃນຂໍ້ມູນຂ່າວສານ ອຸດົມສົມບູນ ແລະ ໜ້າເຊື່ອຖືຄົບຖ້ວນເພື່ອໃຫ້ສັງຄົມຮັບຮູ້ເຫດການຕ່າງໆທີ່ເກີດຂຶ້ນໄດ້ຢ່າງວ່ອງໄວ, ທັນການ ແລະ ຈະ ແຈ້ງ.
     ການເຝິກອົບຮົມເທື່ອນີ້ ເປັນຄັ້ງທີ 7 ທີ່ກະຊວງຖະແຫລງຂ່າວ ແລະ ການສື່ສານຫວຽດນາມໄດ້ໃຫ້ການສະໜັບສະໜູນ ດ້ານທຶນຮອນເພື່ອພັດທະນານັກຂ່າວລາວໃຫ້ມີຄວາມຮູ້ຄວາມສາມາດໃນການຂຽນຂ່າວ, ບົດຄວາມຕ່າງໆທີ່ມີເນື້ອໃນເລິກ ເຊິ່ງທັງສາມາດຕອບສະໜອງຄວາມຕ້ອງການຂອງສັງຄົມໄດ້ເປັນຢ່າງດີ. 

No comments:

Post a Comment