Ad

Ad

19 August 2014

ເລັ່ງສະກັດກັ້ນການລັກປູກຝິ່ນ-ກັນຊາໃຫ້ຫມົດໄປຢ່າງສິ້ນເຊີງ



        ຄະນະກຳມະການແຫ່ງຊາດເພື່ອການກວດກາ ແລະ ຄວບຄຸມຢາເສບຕິດ ໄດ້ ຈັດກອງປະຊຸມປຶກສາຫາລືກ່ຽວກັບ ວຽກງານສະກັດກັ້ນ ແລະ ແກ້ໄຂການລັກປູກ ຝິ່ນ ແລະ ກັນຊາ ເມື່ອບໍ່ດົນມານີ້ທີ່ແຂວງຫລວງພະບາງ ໂດຍການເປັນປະ ທານຂອງ ທ່ານ ອາຊາງ ລາວລີ ຮອງນາຍົກລັດຖະມົນຕີ.
     ທ່ານ ອາຊາງ ລາວລີ ໄດ້ຊີ້ໃຫ້ເຫັນຜົນຮ້າຍຂອງຢາເສບຕິດທັງເປັນອຸປະສັກກົດ ໜ່ວງຖ່ວງດຶງການສ້າງສາພັດທະນາເສດ ຖະກິດ-ສັງຄົມຂອງປະເທດ, ເປັນເງື່ອນໄຂ ກໍ່ໃຫ້ເກີດອາຊະຍາກຳປະເພດຕ່າງໆອັນໄດ້ສ້າງຄວາມເສຍຫາຍໃຫ້ແກ່ ຊີວິດ ແລະ ຊັບສິນ. ສປປ ລາວ ແມ່ນ ໜຶ່ງໃນພາຄີຂອງສົນທິສັນຍາສາກົນກ່ຽວກັບຢາເສບຕິດ ໂດຍ ໄດ້ຮັບການສະໜັບສະໜູນຮ່ວມ ມືຈາກສາກົນ ແລະ ປະເທດ ເພື່ອນມິດ ຕ່າງໆໃນການຫລຸດຜ່ອນການປູກຝິ່ນ. ສະນັ້ນ ໜ່ວຍ ງານທີ່ກ່ຽວຂ້ອງຕ້ອງໄດ້ຊ່ວຍ ກັນຢ່າງຮອບດ້ານ ແລະ ພ້ອມກັນ ຊອກທຸກວິທີທາງໃນການກວດກາ, ຄວບຄຸມ, ສະກັດກັ້ນ ແລະ ຕ້ານການປູກ, ການຜະ ລິດ, ລຳລຽງ-ຂົນສົ່ງ, ການຄ້າຂາຍ ແລະ ການເສບຝິ່ນຢ່າງ ເຂັ້ມງວດ ແນໃສ່ເຮັດໃຫ້ບັນຫາຢາເສບຕິດໂດຍສະເພາະການ ລັກປູກຝິ່ນ ແລະ ກັນຊາໝົດໄປ ຈາກ ສປປ ລາວ ຢ່າງສິ້ນເຊີງ.

        ບັນຫາຢາເສບຕິດ ໂດຍສະເພາະການລັກປູກຝິ່ນ ແລະ ກັນຊາ ເຖິງວ່າລັດຖະບານໄດ້ ປະກາດລຶບລ້າງການປູກຝິ່ນທົ່ວ ປະເທດໃນປີ 2006 ໄປແລ້ວກໍຕາມ, ແຕ່ກໍໄດ້ມອບໃຫ້ທຸກໜ່ວຍງານທີ່ກ່ຽວຂ້ອງເປັນເຈົ້າການ ແລະ ພ້ອມກັນກວດກາ, ຄວບຄຸມ, ສະກັດກັ້ນ ແລະ ຕ້ານບັນຫາດັ່ງກ່າວຕະຫລອດມາ ແລະ ຖືເອົາວຽກງານດັ່ງກ່າວເປັນຄວາມຮັບຜິດຊອບ, ເປັນພັນ ທະໜ້າທີ່ຂອງໝົດທຸກຄົນໃນທົ່ວສັງຄົມ, ຈັດສັນອາຊີບໃໝ່ທີ່ໜັ້ນຄົງໃຫ້ປະຊາຊົນໃນເຂດພູດອຍເພື່ອທົດແທນການປູກຝິ່ນ ເຮັດໃຫ້ການປູກຝິ່ນ ແລະ ກັນຊາ ຫລຸດລົງໃນປີ 2015 ກ້າວໄປເຖິງການລຶບລ້າງໃຫ້ໝົດໄປໃນອະນາຄົດ.

No comments:

Post a Comment