Ad

Ad

19 August 2014

ເສັ້ນທາງດົງໂດກ-ໜອງບຶກ ໄດ້ຮັບການສ້ອມແປງຊົ່ວຄາວ



   ຈາກການສະເໜີຜ່ານສື່ຫຼາຍຄັ້ງມາຮອດປັດຈຸບັນເສັ້ນທາງດົງໂດກ-ໜອງບຶກພາກ ສ່ວນກ່ຽວຂ້ອງໄດ້ມີການສ້ອມແປງດ້ວຍການເອົາດິນຖົມຈຸດເປ່ເພເພື່ອໃຫ້ ການ ໄປມາສະດວກຂື້ນຈົນກວ່າຈະໝົດລະດູຝົນ, ຈຶ່ງຈະຂຶ້ນແຜນສ້ອມແປງຄືນໃໝ່, ຂະ ນະດຽວກັນ ກໍຍັງມີເສັ້ນທາງຫຼາຍສາຍອອກສູ່ຊານເມືອງ,  ຍັງຕົກຢູ່ໃນສະພາບ ເປ່ເພສ້າງຄວາມຫຍຸ້ງຍາກໃຫ້ແກ່ການສັນ ຈອນໄປມາ ແລະ ມີປະຊາຊົນຮ້ອງຂໍໃຫ້ ພາກສ່ວນກ່ຽວຂ້ອງລົງສ້ອມແປງກ່ອນເສັ້ນທາງ ຈະເປ່ເພໄປຫຼາຍກວ່ານີ້.
          ທ່ານ ສີໝອນ ໄຊສົງຄາມ ວິຊາການສ້ອມແປງທາງບໍລິສັດຢູູນນານກໍ່ສ້າງ ທີ່ຊ່ວຍສ້ອມແປງເສັ້ນທາງດົງໂດກ-ໜອງ ບຶກ ກ່າວຕໍ່ນັກຂ່າວຂອງພວກເຮົາ ວ່າ: ເສັ້ນທາງດົງໂດກ-ໜອງບຶກແມ່ນໄດ້ຮັບ ການສ້ອມແປງມາແຕ່ຕົ້ນເດືອນສິງຫາເປັນ ຕົ້ນການສ້ອມແປງແມ່ນເອົາດິນຖົມບວກຂຸມແບບຊົ່ວຄາວເປັນປະຈຳໂດຍເລັ່ງໃສ່ 4 ຈຸດທີ່ເປ່ເພໜັກຄື ເຂດໄຟແດງດົງ ໂດກ-ເສັ້ນທາງ 450 ປີ, ໄຟແດງຕານມີໄຊ, ຄິວລົດບ້ານໜອງພະຍາ ແລະ ໜ້າປ້ຳນ້ຳ ມັນໜອງບຶກ, ຊຶ່ງຈະສ້ອມແປງເປັນ ປະຈຳເມື່ອເສັ້ນທາງດັ່ງກ່າວມີການເປເພ່ຈົນສິ້ນສຸດລະດູຝົນປີນີ້.

No comments:

Post a Comment