Ad

Ad

19 August 2014

ລາວກຽມເປັນເຈົ້າພາບກອງປະຊຸມລັດຖະມົນຕີພັດທະນາຊົນນະບົດ-ລຶບລ້າງຄວາມທຸກຍາກອາຊຽນໃນປີຫນ້າ



     ປັດຈຸບັນ, ລັດຖະບານລາວພວມກະກຽມຄວາມພ້ອມເປັນເຈົ້າພາບຈັດກອງ ປະຊຸມລັດຖະ ມົນຕີພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ຂະນະ ທີ່ບັນຫາຕົ້ນຕໍຂອງຄະນະຊີ້ນຳພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ແຫ່ງ ຊາດ ແມ່ນການປະສານສົມທົບກັບຂະແໜງການເພື່ອລະດົມທຶນ ແລະ ການ ສະໜັບສະໜູນຊ່ວຍເຫລືອຈາກຕ່າງປະເທດ, ອົງການຈັດຕັ້ງສາກົນ ແລະ ອື່ນໆ ເພື່ອກະກຽມໃຫ້ແກ່ກອງປະຊຸມດັ່ງກ່າວ.
      ທ່ານ ບຸນ​ເຮືອງ ດວງ​ພະຈັນ ລັດຖະມົນຕີ​ປະ​ຈຳ​ຫ້ອງ​ວ່າການ​ລັດຖະບານ, ຫົວໜ້າ​ຄະນະ​ຊີ້ນຳວຽກງານພັດທະນາ​ຊົນ ນະບົດ ແລະ ລຶບລ້າງ​ຄວາມທຸກ​ຍາກ ຂັ້ນສູນກາງໄດ້ຢືນຢັນໃນວັນທີ 15  ສິງ ຫາຜ່ານມານີ້, ໃນໂອກາດປາຖະກະຖາວັນ ສ້າງຕັ້ງອາຊຽນຄົບຮອບ 47 ປີ ແລະ ວັນ ສປປ ລາວ ເຂົ້າເປັນສະມາຊິກ ອາ ຊຽນຄົບຮອບ 17 ປີວ່າ: ໃນກອງປະຊຸມລັດຖະ ມົນຕີພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຄັ້ງທີ 8 ຢູ່ປະ ເທດອິນໂດເນເຊຍເມື່ອປີຜ່ານມານັ້ນ, ສປປ ລາວ, ໄດ້ຮັບກຽດຂຶ້ນຮັບໜ້າທີ່ເປັນປະທານໝູນວຽນວຽກງານພັດທະນາ ຊົນນະບົດ ແລະ ລຶບລ້າງຄວາມທຸກຍາກອາຊຽນ ແລະ ໄດ້ຢືນຢັນເຖິງຄວາມພ້ອມເປັນເຈົ້າພາບຈັດກອງປະຊຸມລັດຖະ ມົນຕີອາຊຽນຄັ້ງທີ 9 ໃນປີ 2015.

      ນັບແຕ່ປີ 2007 ​ເປັນ​ຕົ້ນມາ, ຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກອາຊຽນໄດ້ເຄື່ອນໄຫວວຽກ ງານຂອງຕົນຢ່າງຕັ້ງໜ້າເປັນຕົ້ນໄດ້ເຄື່ອນໄຫວເຂົ້າຮ່ວມກອງປະຊຸມລັດຖະມົນຕີພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກ ຍາກ ຄັ້ງທີ 8 ຢູ່ຈາກາຕາປະເທດອິນ ໂດເນເຊຍໃນປີ 2013, ກອງປະ ຊຸມເຈົ້າໜ້າທີ່ອາວຸໂສພັດທະນາຊົນນະບົດ ແລະ ລຶບ ລ້າງຄວາມທຸກຍາກອາຊຽນຄັ້ງທີ 12 ຢູ່ປະ ເທດຟິລິບປິນໃນປີ 2014, ເຂົ້າ ຮ່ວມເວທີທີ່ປຶກສາຫາລືອາຊຽນ-ຈີນຄັ້ງທີ 9 ຢູ່ ປະເທດມຽນມາ ເມື່ອບໍ່ດົນມານີ້.
     ທ່ານ ບຸນເຮືອງ ກ່າວວ່າ: ເພື່ອສົ່ງເສີມຈິດໃຈເປັນເຈົ້າພາບທີ່ດີໃນການຈັດກອງປະຊຸມທີ່ມີຄວາມໝາຍຄວາມສຳຄັນດັ່ງ ກ່າວຈຶ່ງມີຄວາມຈຳເປັນຕ້ອງ ໄດ້ເຂົ້າໃຈເຖິງວຽກງານການເຄື່ອນໄຫວ, ສິ່ງທີ່ອຳນວຍໃຫ້ແກ່ການພັດທະນາປະເທດເປັນ ຕົ້ນ: ຜົນປະໂຫຍດ, ສິ່ງອຳນວຍໃຫ້ແກ່ການພັດທະນາທີ່ລາວຈະໄດ້ຮັບ ແລະ ສິ່ງທ້າທາຍຕ່າງໆທີ່ຈະຕ້ອງໄດ້ກະກຽມຮັບມື ແລະ ຫັນເປັນໂອກາດເພື່ອຍູ້ແຮງການກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ສ້າງບາດກ້າວ ໃໝ່ໃນການພັດທະນາປະກອບສ່ວນນຳເອົາປະເທດເຮົາຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນປີ 2020.

No comments:

Post a Comment